ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໙ ມີນາ ໒໐໒໔

ຄົນ ໄທ ລອງລົດຊາດ ຊອສໝາກເຜັດ ສີຣາຊາ ຂອງ ອາເມຣິກາ


Much to the Chagrin of Thais a Popular Hot Sauce in America
please wait

No media source currently available

0:00 0:02:18 0:00

ເມືອງຕິດແຄມຝັ່ງທະເລເມືອງໜຶ່ງໃນປະເທດ ໄທ ໄດ້ກາຍເປັນຊື່ຂອງເຄື່ອງ ໃຊ້ໃນເຮືອນ ຄົວໃນ ອາເມຣິກາ ​ຍ້ອນ​ວ່າ ນ້ຳຊອສໝາກເຜັດ ທີ່ຕອນນີ້ ແມ່ນເກືອບຈະແຜ່ຫຼາຍເທົ່າກັບ ຊອສໝາກເລັ່ນ. ແຕ່ດັ່ງທີ່ນັກຂ່າວວີໂອເອ Steve Herman ລາຍງານຈາກເມືອງ ສີຣາຊາ, ເຄື່ອງປຸງອາຫານທີ່ມີຊື່ຄືກັບ ເມືອງດັ່ງກ່າວນີ້ ສາມາດເຮັດໃຫ້ມີລົດຊາດທີ່ແປກ ຫຼົງເຫຼືອໄວ້ທີ່ນັ້ນ. ຕໍ່ໄປ ພຸດທະສອນ ຈະນຳເອົາລາຍລະອຽດມາສະເໜີທ່ານ.

ສຳລັບປະຊາຊົນ ອາເມຣິກັນ ຫຼາຍລ້ານຄົນ, ຊອສ ສີຣາຊາ ແມ່ນບາງສິ່ງໃນ ລະຫວ່າງ ຄວາມຫຼົງໄຫຼ ແລະ ຄວາມຕິດໃຈ.

ມັນມີປຶ້ມຄູ່ມືຮຽນເຮັດອາຫານ ​ໂດຍ​ໃຊ້ຊອສໝາກເຜັດ ສີຣາຊາ.

ຍີ່ຫໍ້ທີ່ໄດ້ຮັບຄວາມນິຍົມຊົມຊອບໃນ ອາເມຣິກາ ບໍ່ໄດ້ມີຫຍັງກ່ຽວກັບເມືອງ ສີຣາຊາ ​ເລີຍ ແລະ ບໍ່ມີສ່ວນປະກອບອັນໃດຂອງມັນມາຈາກປະເທດ ໄທ.

ມັນໄດ້ຖືກກໍ່ຕັ້ງຂຶ້ນ ໃນຊຸມປີ 1980 ໂດຍທ່ານ David Tran ​ເຊິ່ງ​ເປັນຄົນຈີນ ຈາກ ຫວຽດນາມ ທີ່ໄດ້ຍົກຍ້າຍມາຖິ່ນຖານຢູ່ລັດ ຄາລິີຟໍເນຍ.

“ພໍ່ຄົວທຸກໆຄົນຕ້ອງມີຢ່າງໜ້ອຍຕຸກໜຶ່ງໃນຕູ້ເຢັນຂອງພວກເຂົາເຈົ້າ. ຂ້າພະ ເຈົ້າບໍ່ສົນວ່າພວກເຂົາເຈົ້າຈະບອກທ່ານວ່າແມ່ນຫຍັງ.

“ພວກເຮົາໃຊ້ຊອສ ສີຣາຊາ ຫຼາຍປານໃດ? ປະມານ 6 ຕຸກຕໍ່ໜຶ່ງອາທິດ.”

ທ່ານ ບູນເຊີດ ນິນສົນທິ ເຈົ້າໜ້າທີ່ລັດຖະບານເມືອງ ສີລາຊາ ແລະ ຜູ້ອຳນວຍການ ສິລະປະ ແນມເບິ່ງຕຸກຊອສ ສີຣາຊາ ທີ່ຜະລິດໃນປະເທດ ສະຫະລັດ.
ທ່ານ ບູນເຊີດ ນິນສົນທິ ເຈົ້າໜ້າທີ່ລັດຖະບານເມືອງ ສີລາຊາ ແລະ ຜູ້ອຳນວຍການ ສິລະປະ ແນມເບິ່ງຕຸກຊອສ ສີຣາຊາ ທີ່ຜະລິດໃນປະເທດ ສະຫະລັດ.

ແຕ່ວ່າສິ່ງນີ້ສາມາດເປີດເຜີຍຄວາມຈິງອອກມາ ເມື່ອພວກຊາວ ​ໄທ ຄົ້ນພົບ ວ່າຊອສ “ສີຣາຊາ” ໄດ້ຖືກຜະລິດຢູ່ໃນໂຮງງານ 13,000 ກິໂລແມັດຫ່າງອອກ ໄປ.

ທ່ານ ບຸນເຊີດ ນິນສົນທິ ເຈົ້າໜ້າທີ່ລັດຖະບານທີ່ເມືອງ ສີຣາຊາ ກ່າວວ່າ “ທ່ານໝາຍຄວາມວ່າແນວໃດ ທີ່ວ່າມັນມາແຕ່ ອາເມຣີກາ? ຊື່ຂອງມັນແມ່ນ ສີຣາຊາ ໃດ.”

ທ່ານນາງ ວັນວິດາ ຈີຣະເລີດໄພບູນ ນັກຂຽນກ່ຽວກັບອາຫານກ່າວວ່າ “ແມ່ນ ແລ້ວ, ເພາະວ່າຊື່ຂອງມັນສະແດງໃຫ້ເຫັນຢ່າງຊັດເຈນ ມັນຄວນຈະມາຈາກ ປະເທດ ໄທ.”

ພວກເຮົາໄດ້ຕັດສິນໃຈທີ່ຈະດຳເນີນການລອງຊີມລົດຊາດ, ພວກເຮົານຳເອົາ ຊອສປຸງອາຫານຕຸກໜຶ່ງຂອງລັດ ຄາລີຟໍເນຍ ມາເມືອງ ສີຣາຊາ ເພື່ອວັດວ່າ ມັນຈະໃຫ້ຄວາມໝາຍໄດ້ດີຊ່ຳໃດຕໍ່ລີ້ນຂອງຄົນໃນທ້ອງຖິ່ນ.

ນາງ ນິດາ ຄະຈົນຣຸ່ງເຣືອງ ຜູ້ຮັບເໝົາສົ່ງອາຫານ ສະແດງຄວາມຄິດເຫັນວ່າ ຊອສຂອງ ອາເມຣິກາ ແມ່ນເຜັດກວ່າ ແລະ ເຄັມກວ່າຊອສທີ່ຜະລິດຢູ່ໃນທ້ອງຖິ່ນ.
ນາງ ນິດາ ຄະຈົນຣຸ່ງເຣືອງ ຜູ້ຮັບເໝົາສົ່ງອາຫານ ສະແດງຄວາມຄິດເຫັນວ່າ ຊອສຂອງ ອາເມຣິກາ ແມ່ນເຜັດກວ່າ ແລະ ເຄັມກວ່າຊອສທີ່ຜະລິດຢູ່ໃນທ້ອງຖິ່ນ.

ນາງ ນິດາ ຄະຈົນຣຸງ​ເຣືອງ ຜູ້ຮັບເໝົາສົ່ງອາຫານ ກ່າວວ່າ “ຍີ່ຫໍ້ຂອງ ອາເມ ຣິກາ ນີ້ແມ່ນເຄັມຫຼາຍ ແລະກໍເຜັດຫຼາຍກວ່າ. ແຕ່ຂອງ ໄທ ແມ່ນຫວານ ກວ່າ ແລະ ກໍສົ້ມ”

ທ່ານນາງ ມັດຊະຣີ ເກດປະທຸມ ເຈົ້າຂອງຮ້ານອາຫານ ໜອງພິມ ກ່າວວ່າ “ຂ້າພະເຈົ້າເລືອກຊອສພື້ນເມືອງ ໄທ ລົດຊາດຂອງມັນນົວກວ່າ, ແຊບ ແລະ ກໍອ່ອນນຸ້ມ.”

ມັນມີຕໍ່ສູ້ກັນ​ໃນ​ການອ້າງສິດທິ ກ່ຽວ​ກັບ​ວ່າ ຜູ້​ໃດ​ເປັນ​ຜູ້​ຜະລິດຊອສ ສີຣາຊາ ຍີ່ຫໍ້ດັ້ງເດີມໃນປະເທດ ໄທ.

ແຕ່ມີສິ່ງໜຶ່ງ ເຊິ່ງບໍ່ກ່ຽວກັບລົດຊາດຂອງມັນ ທີ່ຄົນຢູ່ທີ່ນີ້ໄດ້ເຫັນດີກັບຊອສ ຂອງ ອາເມຣິກາ, ມັນແມ່ນຝາສີຂຽວ, ຕຸກສີແດງ ພ້ອມກັບຮູບໄກ່ສີຂາວ, ໄດ້ສະແດງໃຫ້ເຫັນສິລະປະການເຮັດອາຫານ ໃນທິດທາງທີ່ແຕກຕ່າງກັນ.

ອ່ານລາຍງານນີ້ຕື່ມເປັນພາສາອັງກິດ

XS
SM
MD
LG