ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ທະ​ຫານ ອາ​ເມ​ຣິ​ກັນ ທ້າວ ທ​ຣາວິ​ສ ຄິງ ຖືກ​ສົ່ງ​ກັບ​ຄືນ ສະ​ຫະ​ລັດ ຫຼັງ​ຈາກ​ໄດ້ຫຼົບ​ໜີ​ເຂົ້າ​ໄປ​ໃນ ເກົາຫຼີ​ເໜືອ


ໜ້າ​ຈໍ​ໂທ​ລະ​ພາບ​ສະ​ແດງ​ໃຫ້​ເຫັນ​ພາບ​ຂອງ​ທະ​ຫານ​ ອາ​ເມ​ຣິ​ກັນ ທ້າວ ທ​ຣາ​ວິ​ສ ຄິງ ໃນ​ລະ​ຫວ່າງ​ລາຍ​ການ​ຂ່າວ​ຢູ່​ສະ​ຖາ​ນີ​ລົດ​ໄຟ​ໃຕ້​ດິນ​ໃນ​ນະ​ຄອນຫຼວງ ໂຊ​ລ໌, ເກົາຫຼີ​ໃຕ້, 27 ກັນ​ຍາ 2023.
ໜ້າ​ຈໍ​ໂທ​ລະ​ພາບ​ສະ​ແດງ​ໃຫ້​ເຫັນ​ພາບ​ຂອງ​ທະ​ຫານ​ ອາ​ເມ​ຣິ​ກັນ ທ້າວ ທ​ຣາ​ວິ​ສ ຄິງ ໃນ​ລະ​ຫວ່າງ​ລາຍ​ການ​ຂ່າວ​ຢູ່​ສະ​ຖາ​ນີ​ລົດ​ໄຟ​ໃຕ້​ດິນ​ໃນ​ນະ​ຄອນຫຼວງ ໂຊ​ລ໌, ເກົາຫຼີ​ໃຕ້, 27 ກັນ​ຍາ 2023.

ທະ​ຫານ ອາ​ເມ​ຣິ​ກັນ ຜູ້​ທີ່​ໄດ້​ຂ້າມ​ເຂົ້າ​ໄປ​ໃນ​ປະ​ເທດ ເກົາຫຼີ​ເໜືອ ຢ່າ​ງ​ຜິດ​ກົດ​ໝາຍ​ເມື່ອ​ເດືອນ​ກໍ​ລະ​ກົດ​ທີ່​ຜ່ານ​ມາ​ໄດ້​ກັບ​ຄື​ມາ​ໃນ ສະ​ຫະ​ລັດ ເມື່ອ​ຕອນ​ເຊົ້າ​ວັນ​ພະ​ຫັດ​ມື້ນີ້, ອີງ​ຕາມ​ເຈົ້າ​ໜ້າ​ທີ່​ປ້ອງ​ກັນ​ປະ​ເທດ ສະ​ຫະ​ລັດ.

ເຈົ້າ​ໜ້າ​ທີ່​ຄົນ​ນັ້ນ​ເວົ້າ​ວ່າ​ທ້າວ ທ​ຣາ​ວິ​ສ ຄິງ ໄດ້​ມາ​ຮອດ​ເມືອງ ແຊນ ແອນ​ໂຕ​ນີ​ໂອ, ລັດ ເທັກ​ຊັ​ສ.

ເຈົ້າ​ໜ້າ​ທີ່​ອະ​ວຸ​ໂສ​ຂອງ​ລັດ​ຖະ​ບານ​ທ່ານ ໄບ ເດັນ ທ່ານ​ນຶ່ງ​ໄດ້​ກ່າວ​ຕໍ່​ບັນ​ດາ​ນັກ​ຂ່າວ ​ເມື່ອ​ວັນ​ພຸດ​ວານນີ້​ວ່າ ທ້າວ ຄິງ ຖືກ​ສົ່ງ​ອອກ​ຈາກ ສ​ປ​ປ ເກົາຫຼີ ແລະ ຂ້າມ​ເຂດ​ຊາຍ​ແດນ​ໄປ ຈີນ ດ້ວຍ​ການ​ຊ່ວຍ​ເຫຼືອ​ຂອງ​ລັດ​ຖະ​ບານ ສວີ​ເດັນ. ເຈົ້າ​ໜ້າ​ທີ່​ຄົນ​ດັ່ງ​ກ່າວ​ເວົ້າ​ວ່າ ສະ​ຫະ​ລັດ ໄດ້​ຮັບ​ຕົວ​ລາວ​ໃນ ຈີນ ແລະ ໄດ້​ສົ່ງ​ລາວ​ກັບ​ຄືນ​ປະ​ເທດ.

ສ​ປ​ປ ເກົາຫຼີ ເຊິ່ງ​ແມ່ນ​ຊື່​ຫຍໍ້​ສຳ​ລັບ​ຊື່​ທາງ​ການ​ຂອງ ເກົາຫຼີ​ເໜືອ ນັ້ນແມ່ນ ສາ​ທາ​ລະ​ນະ​ລັດ ປະ​ຊາ​ທິ​ປະ​ໄຕ ປະ​ຊາ​ຊົນ ເກົາຫຼີ.

ທີ່​ປຶກ​ສາ​ດ້ານ​ຄວາມ​ປອດ​ໄພ​ແຫ່ງ​ຊາດ ທ່ານ ເຈກ ຊູ​ລ​ລີ​ວານ ໄດ້​ກ່າວ​ໃນ​ຖະ​ແຫຼງ​ການ​ສະ​ບັບ​ນຶ່ງ​ເມື່ອ​ວັນ​ພຸດ​ວານ​ນີ້​ວ່າ “ພວກ​ເຮົາ​ຂໍ​ຂອບ​ໃຈ​ລັດ​ຖະ​ບານ ສວີ​ເດັນ ສຳ​ລັບ​ບົດ​ບາດ​ທາງ​ການ​ທູດ​ຂອງ​ເຂົາ​ເຈົ້າ ໃນ​ການ​ເຮັດ​ໜ້າ​ທີ່​ປົກ​ປ້ອງ​ອຳ​ນາດ​ສຳ​ລັບ ສະ​ຫະ​ລັດ ໃນ ສ​ປ​ປ ເກົາຫຼີ ແລະ ລັດ​ຖະ​ບານ​ແຫ່ງ ສ​ປ ຈີນ ສຳ​ລັບ​ການ​ຊ່ວຍ​ເຫຼືອ​ຂອງ​ເຂົາ​ເຈົ້າ​ໃນ​ການ​ອຳ​ນວຍ​ຄວາມ​ສະ​ດວກ​ນຳ​ສົ່ງ​ພົນ​ທະ​ຫານ ທ​ຣາ​ວິ​ສ ຄິງ.”

ໂຄ​ສົກ​ທຳ​ນຽບ​ຫ້າ​ແຈ ພົນ​ຈັດ​ຕະ​ວາ ແພັດ ຣາຍ​ເດີ ໄດ້​ຍົກ​ຍ້ອງ​ການ​ເຮັດ​ວຽກຢ່າງ​ໜັກ​ຂອງ​ເຈົ້າ​ໜ້າ​ທີ່​ໃນ​ກອງ​ທັບ​ບົກ, ກອ​ງ​ລັງ ສະ​ຫະ​ລັດ ໃນ ເກົາຫຼີ ແລະ ທົ່ວ​ກະ​ຊວງ​ປ້ອງ​ກັນ​ປະ​ເທດ ​ໃນ​ການ​ນຳ​ເອົາ​ພົນ​ທະ​ຫານ ຄິງ ກັບ​ມາ​ບ້ານ.”

ມັນ​ບໍ່​ມີ​ການຂໍ​ຜ່ອນ​ຜັນໃດໆ​ຕໍ່ ເກົາຫຼີ​ເໜືອ ສຳ​ລັບ​ການ​ແລກ​ປ່ຽນ​ນີ້, ເຈົ້າ​ໜ້າ​ທີ່​ອະ​ວຸ​ໂສລັດ​ຖະ​ບານ​ໄດ້​ກ່າວ​ຕໍ່​ວີ​ໂອ​ເອ​ໃນ​ລະ​ຫວ່າງກອງ​ປະ​ຊຸມ​ລາຍ​ງານ​ຕໍ່​ບັນ​ດາ​ນັກ​ຂ່າວ​ເມື່ອ​ວັນ​ພຸດ​ວານນີ້.

ເຈົ້າ​ໜ້າ​ທີ່​ນັ້ນ​ໄດ້​ກ່າວ​ວ່າ “ພວກ​ເຮົາ​ຈະ​ເພັ່ງ​ເລັງ​ໃສ່ຫຼາຍ​ອາ​ທິດ​ຂ້າງ​ໜ້າ​ດົນ​ເທົ່າ​ທີ່​ຈະ​ດົນ​ເພື່ອ​ນຳ​ເອົາ​ພົນ​ທະ​ຫານ ຄິງ ມາ​ຕັ້ງ​ຕົວ​ໃຫ້​ດີ. ແລະຫຼັງ​ຈາກ​ນັ້ນ​ພວກ​ເຮົາ​ກໍ​ຈະ​ລາຍ​ງານ ກ່ຽວ​ກັບ ການ​ດຳ​ເນີນ​ການ​ດ້ານ​ບໍ​ລິ​ຫານ​ທີ່​ອາດ​ເກີດ​ຂຶ້ນຫຼັງ​ຈາກ​ຂະ​ບວນ​ການ​ກັບ​ຄືນ​ມາ.”

ອ່ານ​ຂ່າວ​ນີ້​ເປັນ​ພາ​ສາ​ອັງ​ກິດ

XS
SM
MD
LG