ລິ້ງ ສຳຫລັບເຂົ້າຫາ

ວັນອາທິດ, ໑໙ ພຶດສະພາ ໒໐໒໔

ທະຫານຂອງອາເມຣິກາຜູ້ນຶ່ງ ໄດ້ຖືກຈັບກຸມ ໃນຣັດເຊຍ ໂດຍຖືກກ່າວຫາວ່າ ລັກເຄື່ອງ ດັ່ງທີ່ເຈົ້າໜ້າທີ່ສະຫະລັດ ກ່າວ


ແຟ້ມພາບ - ທີວທັດຂອງຂົວທີ່ເຊື່ອມຕໍ່ເກາະ ຣູສກີ ກັບເມືອງວລາດີໂວສຕອກ, ໃນເຂດຕາເວັນອອກສຸດຂອງຣັດເຊຍ, ແມ່ນແນມເຫັນໄດ້ ເມື່ອວັນທີ 26 ສິງຫາ 2023.
ແຟ້ມພາບ - ທີວທັດຂອງຂົວທີ່ເຊື່ອມຕໍ່ເກາະ ຣູສກີ ກັບເມືອງວລາດີໂວສຕອກ, ໃນເຂດຕາເວັນອອກສຸດຂອງຣັດເຊຍ, ແມ່ນແນມເຫັນໄດ້ ເມື່ອວັນທີ 26 ສິງຫາ 2023.

ເຈົ້າໜ້າທີ່ສະຫະລັດສອງທ່ານ ກ່າວວ່າ ທະຫານອາເມຣິກັນຄົນນຶ່ງໄດ້ຖືກຈັບກຸມຢູ່ໃນຣັດເຊຍ ແລະຖືກກ່າວຫາວ່າ ລັກເຄື່ອງ, ອີງຕາມລາຍງານຂອງອົງການຂ່າວເອພີ.

ເຈົ້າໜ້າທີ່ສະຫະລັດ ທັງສອງທ່ານ ໄດ້ກ່າວວ່າ ທະຫານຄົນດັ່ງກ່າວ ແມ່ນ ຈ່າສິບເອກ ກໍດອນ ແບັຣກ ອາຍຸ 34 ເຊິ່ງໄດ້ປະຈຳການຢູ່ໃນເກົາຫຼີໃຕ້ ແລະຢູ່ໃນຂັ້ນຕອນຂອງການກັບຄືນໄປປະຈຳການຢູ່ທີ່ຄ້າຍທະຫານ ໂຟຣຕ໌ ຄາວາໂຊສ໌ (Fort Cavazos) ໃນລັດເທັກຊັສ. ບັນດາເຈົ້າໜ້າທີ່ໄດ້ກ່າວວ່າ ແທນທີ່ຈະເປັນເຊັ່ນນັ້ນ ລາວໄດ້ເດີນທາງໄປຍັງຣັດເຊຍ ແທນ.

ບັນດາເຈົ້າໜ້າທີ່ໄດ້ກ່າວໂດຍບໍ່ເປີດເຜີຍຊື່ ເພື່ອຈະສົນທະນາກ່ຽວກັບລາຍລະອຽດຂອງບຸຄະລາກອນ.

ໂຄສົກຂອງກອງທັບບົກສະຫະລັດ ທ່ານນາງ ຊິນເທຍ ສະມິດຕ໌ ໄດ້ຢືນຢັນວ່າ ທະຫານຄົນດັ່ງກ່າວ ໄດ້ຖືກຄຸມຕົວໃນວັນພະຫັດທີ່ຜ່ານມາ ຢູ່ໃນເມືອງ ວລາດີໂວສຕອກ (Vladivostok) ຊຶ່ງເປັນທ່າເຮືອທີ່ສຳຄັນທາງດ້ານການທະຫານ ແລະການຄ້າ ໃນເຂດມະຫາສະໝຸດປາຊີຟິກ, ໃນຂໍ້ຫາການກະທຳຜິດທາງອາຍາ. ທ່ານນາງ ໄດ້ກ່າວວ່າ ຝ່າຍຣັດເຊຍ ໄດ້ແຈ້ງໃຫ້ທາງສະຫະລັດຊາບ ແລ້ວ, ແລະ ກອງທັບບົກ ກໍໄດ້ບອກໃຫ້ຄອບຄົວຂອງທະຫານຜູ້ນັ້ນຮູ້ ເຊັ່ນກັນ.

ທ່ານນາງສະມິດຕ໌ ເວົ້າວ່າ “ກະຊວງການຕ່າງປະເທດສະຫະລັດ ພວມໃຫ້ການສະໜັບສະໜຸນດ້ານກົງສຸນທີ່ເໝາະສົມໃຫ້ກັບທະຫານຄົດັ່ງກ່າວ ໃນຣັດເຊຍ.”

ໃນວັນຈັນວານນີ້, ມັນບໍ່ເປັນທີ່ຈະແຈ້ງ ວ່າ ທະຫານຜູ້ນີ້ ແມ່ນຖືວ່າ ຢູ່ໃນສະຖານະຂາດການໂດຍບໍ່ລາ ຫຼືທີ່ເອີ້ນຫຍໍ້ວ່າ ເອວອລ (AWOL) ຫຼືບໍ່.

ການຈັບກຸມນັ້ນ ມີຂຶ້ນບໍ່ເຖິງນຶ່ງປີ ລຸນຫຼັງທີ່ທະຫານອາເມຣິກັນອີກຄົນນຶ່ງ ທ້າວ ທຣາວິສ ຄິ້ງ ໄດ້ແລ່ນເຂົ້າໄປໃນເຂດຂອງເກົາຫຼີເໜືອ ຂ້າມຊາຍແດນທີ່ມີການປ້ອງກັນທີ່ໜ້າແໜ້ນລະຫວ່າງສອງເກົາຫຼີ. ແລ້ວໃນເວລາຕໍ່ມາ ເກົາຫຼີເໜືອ ກໍໄດ້ປະກາດວ່າ ຕົນຈະເນລະເທດທ້າວຄິ້ງ ຜູ້ທີ່ໄດ້ຖືກສົ່ງໂຕກັບຄືນມາສະຫະລັດ. ໃນທີ່ສຸດຜູ້ກ່ຽວກໍໄດ້ຖືກຕັ້ງຂໍ້ຫາໂຕນຄ້າຍ.

ຣັດເຊຍ ແມ່ນຮູ້ຈັກກັນດີວ່າ ຈັບຕົວຊາວອາເມຣິກັນຈຳນວນນຶ່ງໄວ້ໃນຄຸກ ທີ່ລວມທັງ ຜູ້ບໍລິຫານດ້ານການຮັກສາຄວາມປອດໄພຂອງບໍລິສັດ ທ່ານພອລ ວີລແລນ (Paul Whelan) ແລະ ນັກຂ່າວ ຂອງໜັງສືພິມ Wall Street Journal ທ່ານ ເອແວນ ເກີຣສໂກວິຈ (Evan Gershkovich). ລັດຖະບານສະຫະລັດ ໄດ້ກຳນົດໃຫ້ທັງສອງກໍລະນີທີ່ກ່າວມານັ້ນ ຄື ການຄຸມຕົວທີ່ບໍ່ຖືກຕ້ອງ ແລະກຳລັງພະຍາຍາມເຈລະຈາເພື່ອໃຫ້ປ່ອຍຕົວພວກເຂົາເຈົ້າ.

An American soldier has been arrested in Russia and accused of stealing, according to two U.S. officials.

U.S. officials said the soldier, Staff Sergeant Gordon Black, 34, was stationed in South Korea and was in the process of returning home to Fort Cavazos in Texas. Instead, officials said he traveled to Russia.

The officials spoke on condition of anonymity to discuss personnel details.
Army spokeswoman Cynthia Smith confirmed that a soldier was detained on Thursday in Vladivostok, a major military and commercial Pacific port, on charges of criminal misconduct. She said Russia notified the U.S., and the Army told the soldier's family.

"The U.S. Department of State is providing appropriate consular support to the soldier in Russia," Smith said.

It was unclear Monday if the soldier is considered absent without leave, or AWOL.

The arrest comes less than a year after American soldier Travis King sprinted into North Korea across the heavily fortified border between the Koreas. North Korea later announced that it would expel King, who was returned to the U.S. He was eventually charged with desertion.

Russia is known to be holding a number of Americans in its jails, including corporate security executive Paul Whelan and Wall Street Journal reporter Evan Gershkovich. The U.S. government has designated both as wrongfully detained and has been trying to negotiate for their release.

ຟໍຣັມສະແດງຄວາມຄິດເຫັນ

XS
SM
MD
LG