ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໙ ມີນາ ໒໐໒໔

ນັກແລ່ນສະກີ ອາເມຣິກັນ Ted Ligety ຊະນະຫຼຽນຄໍາ giant slalom (ສະໄລດ໌)


ນັກແລ່ນສະກີ ອາເມຣິກັນ ທ້າວ Ted Ligaty ໄດ້ຊະນະ ຫລຽນຄໍາ ໃນການແຂ່ງສະກີ giant slalom
ນັກແລ່ນສະກີ ອາເມຣິກັນ ທ້າວ Ted Ligaty ໄດ້ຊະນະ ຫລຽນຄໍາ ໃນການແຂ່ງສະກີ giant slalom
ນັກແລ່ນສະກີອາເມຣິກັນ Ted Ligety ໄດ້ຊະນະຫລຽນຄໍາໃນ
ການແຂ່ງສະກີ giant slalom ປະເພດຊາຍ ຢູ່ກິລາໂອລິມປິກ
ລະດູໜາວທີ່ເມືອງ Sochi ປະ ເທດຣັດເຊຍ.

ການແລ່ນສອງເທື່ອຂອງຜູ້ກ່ຽວໄດ້ຊະນະນັກແລ່ນສະກີ Steve
Missillier ຈາກຝຣັ່ງ ຊຶ່ງໄດ້ຮັບຫລຽນເງິນ ໃນວັນພຸດມື້ນີ້ ແລະ
ນັກກິລາຝຣັ່ງ ອີກຄົນນຶ່ງ Alexis Pinturault ໄດ້ຊະນະຫລຽນ
ທອງແດງ.

ສ່ວນນາງ Patrizia Kummer ຈາກສວິສເຊີແລນ ໄດ້ຊະນະ
ການແຂ່ງຂັນແລ່ນ snowboard ປະເພດຍິງ parallel giant
slalom ເທື່ອທຳອິດ ໃນຂະນະທີ່ທ້າວ Vic Wild ຈາກຣັດເຊຍຊະນະການແຂ່ງຂັນປະ
ເພດຊາຍ.



ພວກນັກກິລາພວມພາກັນແຂ່ງຂັນເອົາຫລຽນຕ່າງໆ ໃນກິລາ 5 ປະເພດ ຮວມທັງການ
ແຂ່ງຂັນເລື່ອນ bobsled ປະເພດຍິງ ແລະການແລ່ນສະເກັດຄວາມໄວ 5,000 ແມັດ.

ການ​ແຂ່ງຂັນ​ figure skating ປະເພດຍິງ ເລີ້ມດ້ວຍ​ການສະແດງລາຍການ​ສັ້ນ ​ໃນ​ວັນ​
ພຸດ​ມື້​ນີ້ ​ໃນ​ຂະນະ​ທີ່ນັກແລ່ນສະເກັດເກົາຫລີ​ໃຕ້ ນາງ Yuna Kim ພະຍາຍາມ​ທີ່ຈະເປັນ​
ຜູ້​ທໍາ​ອິດ ເພື່ອຄວ້າເອົາຕຳແໜ່ງແຊມ​ປ້ຽນຂອງ​ການ​ແ​ຂ່ງ ຂັນມາຄອງເປັນເທື່ອທີສອງຕິດ
ຕໍ່ກັນ ​ນັບ​ແຕ່​ປີ 1988 ເປັນຕົ້ນມາ.

ສະຫະລັດ ​ແລະ​ຣັດເຊຍ ​ເປັນ​ຜູ້​ນໍາ​ໜ້າໝູ່ ໃນການໄດ້​ຫລຽນ​ທັງ​ໝົດ ຄື 21 ຫລຽນ. ເນເທີ
ແລນໄດ້ 20 ​ຫລຽນ ນໍ​ເວໄດ້ 18 ຫລຽນ ກາ​ນາ​ດາ 17 ຫລຽນ ​ແລະເຢຍຣະມັນ 15 ຫຼຽນ.

ສຳລັບ​ຫລຽນ​ຄໍານັ້ນ ​ເຢຍຣະມັນໄດ້​ຫລາຍ​ທີ່​ສຸດ ຄື​ແປດ​ຫລຽນ ຕິດຕາມ​ມາ​ດ້ວຍນໍ​ເວແລະ ສະຫະລັດ ​ປະເທດລະ 7 ​ຫລຽນ.

XS
SM
MD
LG