ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ຊາວອາເມຣິກັນ ເຊື້ອສາຍຫວຽດນາມ ຄົນນຶ່ງ ຖືກສານຕັດສິນ ໃຫ້ຈຳຄຸກ 12 ປີ


ທ່ານໄມເກີລ ຟຸງ ໝິນ ຫງວຽນ ຢືນຂຶ້ນ ໃນລະຫວ່າງ ການດຳເນີນຄະດີຢູ່ນັ້ນ, ເມື່ອວັນທີ 24 ມິຖຸນາ 2019, ໃນນະຄອນ ໂຫ ຈີ ມິນ ຂອງຫວຽດນາມ.
ທ່ານໄມເກີລ ຟຸງ ໝິນ ຫງວຽນ ຢືນຂຶ້ນ ໃນລະຫວ່າງ ການດຳເນີນຄະດີຢູ່ນັ້ນ, ເມື່ອວັນທີ 24 ມິຖຸນາ 2019, ໃນນະຄອນ ໂຫ ຈີ ມິນ ຂອງຫວຽດນາມ.

ຜູ້ຖືສັນຊາດສະຫະລັດຄົນນຶ່ງ ໄດ້ຖືກສານຕັດສິນລົງໂທດ ໃຫ້ຈຳຄຸກຂອງຫວຽດນາມ
12 ປີ ໃນຖານ “ພະຍາຍາມໂຄ່ນລົ້ມລັດຖະບານ.”

ທ່ານໄມເກີລ ຟຸງ ໝິນ ຫງວຽນ ອາຍຸ 55 ປີ ໄດ້ຮັບລາລະພາບຜິດ ຕໍ່ການ ຢາກຈະປຸກ
ລະດົມ ໃຫ້​ມີການປະທ້ວງໃນຫວຽດນາມ ແຕ່ໄດ້ປະຕິເສດຕໍ່ການ ຊຸກຍູ້ໃຫ້ປະຊາຊົນ
ໂຈມຕີບັນດາເຈົ້າໜ້າທີ່ລັດ ຢູ່ໃນນະຄອນຫຼວງຮາໂນ່ຍ ແລະ ນະຄອນໂຫ ຈີ ມິນ.

ຜູ້ກ່ຽວ ຈະຖືກເນລະເທດ ມາຍັງສະຫະລັດ ຫຼັງຈາກທີ່ລາວ ຮັບໃຊ້ໂທດຄົບ​ຕາມກຳ​ນົດ
ແລ້ວ ດັ່ງທີ່ທະນາຍຄວາມຂອງລາວໄດ້ກ່າວໄປ. ທ່ານຫງວຽນ ວັນ ມຽງ ໄດ້ກ່າວຕໍ່
ອົງການຂ່າວຣອຍເຕີ ວ່າ ທ່ານຫງວຽນ “ໄດ້ຍອມຮັບຜິດ ໃນການດຳເນີນຄະດີ ແລະ
ໄດ້ຂໍໃຫ້ຄະນະຕຸລາການ ຜ່ອນຜັນໂທດຕໍ່ທ່ານ ເພື່ອວ່າ ທ່ານຈະໄດ້ກັບໄປຫາ
ຄອບຄົວຂອງທ່ານ ໄວຂຶ້ນ.”

ສະຖານທູດ ສະຫະລັດ ປະຈຳນະຄອນຫຼວງຮາໂນ່ຍ ໄດ້ກ່າວໃນຖະແຫລງການສະບັບ
ນຶ່ງ ທີ່ສົ່ງໃຫ້ອົງການຂ່າວຣອຍເຕີ ທີ່ວ່າ ຕົນ“ເສຍໃຈ” ໃນຄຳຕັດສິນ ດັ່ງກ່າວ. ໂຄສົກ
ຍິງຂອງສະຖານທູດທ່ານນຶ່ງ ໄດ້ກ່າວວ່າ “ພວກເຮົາຈະສືບ ຕໍ່ຍົກເອົາຄວາມເປັນຫ່ວງ
ຂອງພວກເຮົາ ກ່ຽວກັບຄະດີຂອງທ່ານຫງວຽນ ແລະສະຫວັດດີພາບຂອງທ່ານ ຕໍ່ທຸກ
ລະດັບທີ່ເຫັນເໝາະສົມ.”

ທ່ານຫງວຽນ ຜູ້ທີ່ໄດ້ເກີດຢູ່ໃນຫວຽດນາມ ແຕ່ໄດ້ອາໄສຢູ່ໃນສະຫະລັດ ຕັ້ງແຕ່ຍັງເຍົາ
ໄວ ໄດ້ຖືກຈັບກຸມເມື່ອປີກາຍນີ້ ໃນລະຫວ່າງາການເດີນທາງໄປຢ້ຽມຢາມບ້ານເກີດ
ຂອງທ່ານນັ້ນ.

ຊາຍຊາວຫວຽດນາມ ອີກສອງຄົນ ທີ່ໄດ້ຖືກຈັບກຸມ ພ້ອມກັນກັບທ່ານຫງວຽນ ນັ້ນ
ກໍໄດ້ຖືກຕັດສິນ ໃຫ້ຈຳຄຸກ 8 ປີ ແລະ 10 ປີ ໃນຂໍ້ຫາທີ່​ກ່ຽວ​ຂ້ອງ.

ອ່ານຂ່າວນີ້ຕື່ມ ເປັນພາສາອັງກິດ

XS
SM
MD
LG