ວັນພະຫັດວານນີ້ແມ່ນວັນຂອບຄຸນພະເຈົ້າ ຫຼື Thanksgiving day ໃນ ສະຫະລັດ, ຄອບຄົວຂອງຄົນ ອາເມຣິກັນ ສ່ວນຫຼາຍຈະເຕົ້າໂຮມກັນ ແລະ ກິນເຂົ້າຮ່ວມກັນໃນວັນທີ່ສຳຄັນດັ່ງກ່າວ, ເຊິ່ງອາຫານຫຼັກຂອງມື້ນັ້ນຈະແມ່ນໄກ່ງວງ.
ແຕ່ນຶ່ງວັນຫຼັງຈາກວັນບຸນດັ່ງກ່າວກໍຈະເປັນວັນ Black Friday ຫຼື ວັນສຸກມືດ, ເຊິ່ງຕາມປະເພນີແລ້ວວັນທີ່ວ່ານັ້ນເປັນຂີດໝາຍຂອງການເລີ່ມຕົ້ນລະດູການຊັອບປິ້ງບຸນ ຄຣິສມາສ ໃນ ສະຫະ ລັດ. ຮ້ານຂາຍເຄື່ອງຕ່າງໆຈະໂຄສະນາການຫຼຸດລາຄາສິນຄ້າຈຳນວນຫຼວງຫຼາຍ.
ວັນ Black Friday ມັກຈະເປັນວັນທີ່ຄົນຍາດກັນຊື້ເຄື່ອງຫຼາຍທີ່ສຸດໃນ ສະຫະລັດ. ສິນຄ້າທີ່ນິຍົມຊື້ກວ່າໝູ່ກໍຈະເປັນໂທລະພາບ, ເຄື່ອງໃຊ້ອີເລັກໂທຣນິກ ແລະ ເຄື່ອງນຸ່ງ.
ແມ່ຍິງລາວຄົນນຶ່ງຜູ້ທີ່ມີແຜນຈະຊື້ເຄື່ອງໃນວັນດັ່ງກ່າວໄດ້ເວົ້າຕໍ່ພວກເຮົາວ່າ “Black Firday ມື້ນີ້ຂ້ານ້ອຍຈະໄປຊື້ເຄື່ອງກັບໝູ່ຢູ່ຫ້າງ. ຈະໄປຊື້ຈັກເຮັດກາເຟ, ເຄື່ອງສຳອາງກັບເຄື່ອງນຸ່ງ. ຂ້ານ້ອຍມັກຊື້ເຄື່ອງວັນ Black Firday ເພາະວ່າເຄື່ອງຖືກ. ຂ້ານ້ອຍຖ້າຊື້ຈັກເຮັດກາເຟມາຫຼາຍເດືອນແລ້ວ, ເຂົາເຈົ້າຫຼຸດລາຄາ 200 ດອນ ຈາກລາຄາປົກກະຕິ 900 ດອນ. ຂ້ານ້ອຍບໍ່ໄດ້ມີເງິນຫຼາຍດອກ ແຕ່ຢາກຊື້ໃຫ້ເປັນຂອງຂວັນຕົນເອງ ເພາະວ່າເຮັດວຽກມາໝົດປີແລ້ວ ກະເລີຍຢາກໄດ້ຈັກກາເຟເປັນຂອງຂວັນໂຕເອງ. ປີນີ້ໄດ້ອອກມາເລາະຊື້ເພາະວ່າໄດ້ສັກຢາກັນໂຄວິດຄົບແລ້ວ, ແຕ່ກະລະວັງໂຕເອງຢູ່.”
ບາງຄົນທີ່ບໍ່ຢາກອອກບ້ານໄປຊື້ເຄື່ອງຢູ່ຮ້ານ, ເຂົາເຈົ້າກໍຈະສັ່ງຊື້ທາງອອນໄລນ໌ ເພາະວ່າລາຄາກໍຈະຄືກັນ ແລະ ບໍ່ຕ້ອງໄດ້ໄປລຽນແຖວຊື້ກັບຄົນອື່ນໆ. ນອກຈາກນັ້ນ, ປີນີ້ປະຊາຊົນ ອາເມຣິກັນ ແມ່ນມີອິດສະຫຼະພາບໃນການອອກບ້ານຫຼາຍຂຶ້ນ ຍ້ອນຫຼາຍຄົນແມ່ນໄດ້ສັກຢາກັນ COVID-19 ແລ້ວ, ແລະ ມາດຕະການຫ້າມຕ່າງໆ ກໍໄດ້ຖືກຍົກເລີກໄປສ່ວນຫຼາຍ.
ຫຼັງຈາກບຸນ Thanksgiving, ປະຊາຊົນ ອາເມຣິກັນ ກໍຈະກຽມສະເຫຼີມສະ ຫຼອງບຸນ ຄຣິສມາສ, ເຊິ່ງແມ່ນບຸນທີ່ສຳຄັນທີ່ສຸດສຳລັບຊາວ ຄຣິສຕຽນ.