ທ້າວນາທານ ເຊນ (Chen) ຄົນອາເມຣິກັນໄດ້ຮັບຫລຽນຄຳໃນວັນພະຫັດວານນີ້ໃນການແຂ່ງຂັນແລ່ນສະເກັດເພດຊາຍ ໃນງານມະຫາກຳກິລາໂອລິມປິກລະດູໜາວປັກກິ່ງປີ 2022, ຊຶ່ງກາຍເປັນນັກກິລາອາເມຣິກັນຄົນທຳອິດ ທີ່ໄດ້ໄຊຊະນະໃນກິລາປະເພດນີ້ ນັບແຕ່ປີ 2010 ເປັນຕົ້ນມາ.
ທ້າວເຊນ (Chen) ໄດ້ມີມື້ເປັນຜູ້ນໍາໜ້າ ໃນການແຂ່ງຂັນຫຼັງຈາກໄດ້ຮັບຄະ ແນນສູງສຸດໃນລາຍການຫລິ້ນໄລຍະສັ້ນ. ລາວຍິ່ງເຮັດໃຫ້ການແລ່ນສະເກັດຂອງລາວເດັ່ນຂຶ້ນກວ່າເກົ່າໃນວັນພະຫັດວານນີ້ໃນການແຂ່ງຂັນສະເກັດແບບຕາມໃຈ ຫລື free skate ທີ່ຍາວກວ່າ ເພື່ອເອົາຊະນະນັກແລ່ນສະເກັດຊາວຍີປຸ່ນ, ທ້າວຢູມາ ກາກິຢາມາ (Yuma Kagiyama) ທີ່ໄດ້ອັນດັບສອງນັ້ນ.
ຫຼຽນທອງໃນງານດັ່ງກ່າວໄດ້ຕົກເປັນຂອງທ້າວໂຊມາ ອູໂນ (Shoma Uno) ຈາກຍີ່ປຸ່ນ.
ທ້າວຢູຊຸຣູ ຮານິຢູ (Yuzuru Hanyu) ຂອງຍີ່ປຸ່ນທີ່ຄອງແຊ້ມມາໄດ້ 2 ຄັ້ງແລ້ວນັ້ນໄດ້ຕົກໄປຢູ່ອັນດັບສີ່, ແລະໃນວັນພະຫັດວານນີ້ ການໃຊ້ຄວາມພະ ຍາຍາມຂອງລາວຍັງອີກໜ້ອຍດຽວກໍຈະໄດ້ກາຍເປັນນັກແລ່ນສະເກັດຄົນທໍາອິດທີ່ເຮັດທ່າເຕັ້ນໝູນໂຕ 4 ຮອບເຄິ່ງໄດ້ ໃນການແຂ່ງຂັນດັ່ງກ່າວ.
ທ້າວເຊນ (Chen) ເປັນຜູ້ນຶ່ງທີ່ຄົນນິຍົມເບິ່ງຫລາຍທີ່ສຸດໃນງານມະຫາກຳ ກິ ລາໂອລິມປິກປີ 2018, ແຕ່ການຫລີ້ນທີ່ເຮັດໃຫ້ຄົນຜິດຫວັງໃນລາຍການແລ່ນໄລຍະສັ້ນເຮັດໃຫ້ລາວໄດ້ທີ 5 ໃນທີ່ສຸດ.
ຫຼັງຈາກໄດ້ຮັບໄຊຊະນະໃນວັນພະຫັດວານນີ້ ລາວເວົ້າວ່າ "ມັນມີຄວາມ ຫມາຍອັນຍິ່ງໃຫຍ່ເທົ່າໂລກ." "ຂ້ອຍມີຄວາມສຸກຫຼາຍທີ່ສຸດເລີຍ."
ໃນການຫຼິ້ນສະໂນບອດນັ້ນ, ນາງໂຄລ ກິມ (Chloe (Kim) ຄົນອາເມຣິກັນ ໄດ້ປ້ອງກັນຫຼຽນຄຳໃນປີ 2018 ຂອງນາງໃນປະເພດ halfpipe ປະເພດຍິງ ໄດ້ດ້ວຍການຊະນະອີກຄັ້ງນຶ່ງໃນວັນພະຫັດວານນີ້. ນາງກິມຕ້ອງການພຽງ ແຕ່ ແລ່ນຮອບທໍາອິດໃນທັງໝົດສາມຮອບຂອງນາງເທົ່ານັ້ນ ກໍສາມາດທຳຄະແນນ ທີ່ບໍ່ມີຄູ່ແຂ່ງຄົນໃດສາມາດເຮັດໄດ້ແລ້ວ.
ນາງເຄວຣອລທ໌ ແຄຊແທລເລັດ (Queralt Castellet) ຂອງສະເປນໄດ້ ຫລຽນເງິນໃນການແຂ່ງຂັນດັ່ງກ່າວ ໃນຂະນະທີ່ນາງແຂ່ງຂັນໃນກິລາໂອລິມປິກ ເປັນຄັ້ງທີຫ້າແລ້ວ. ນາງເຊນະ ໂຕມິຕະ (Sena Tomita) ຂອງຍີປຸ່ນໄດ້ ຫລຽນທອງແດງ.
ນັກແລ່ນສະກີຊາວອອສເຕຣຍ, ທ້າວໂຈແຮນເນສ ສໂຕຣລ (Johannes Strolz) ໄດ້ຮັບຫຼຽນຄຳໃນການແຂ່ງຂັນ Alpine ແບບປະສົມໃນວັນພະຫັດວານນີ້. ລາວສາມາດປຽບທຽບຫຼຽນທີ່ລາວໄດ້ຮັບກັບພໍ່ຂອງລາວ, ທ່ານຮູເບີດທ໌ (Hubert), ຜູ້ທີ່ຊະນະການແຂ່ງຂັນແບບດຽວກັນໃນງານມະຫາກຳກິລາ ໂອລິມປິກທີ່ເມືອງຄາລແກຣີ (Calgary) ໃນແຂວງອອລເບີຕາ (Alberta) ຂອງການາດາໃນປີ 1988.