ລິ້ງ ສຳຫລັບເຂົ້າຫາ

ວັນພະຫັດ, ໑໘ ເມສາ ໒໐໒໔

Justin Bieber ໄດ້ຮັບລາງວັນ ສູງສຸດ ຂອງ American Music Awards (ສະໄລດ໌)


Justin Bieber ໄດ້ຮັບລາງວັນຊະນະເລີດຂອງສິນລະປິນຊາຍ ໃນແນວເພງ pop/rock ແລະລາງວັນ ນັກສິນລະປີນຊາຍດີເດັ່ນ ປະຈໍາປີ ຢູ່ນະຄອນ Los Angeles ໃນວັນມອບລາງວັນ American Music Awards ປີທີ 40, ວັນອາທິດ ທີ 18 ພະຈິກ 2012.
Justin Bieber ໄດ້ຮັບລາງວັນຊະນະເລີດຂອງສິນລະປິນຊາຍ ໃນແນວເພງ pop/rock ແລະລາງວັນ ນັກສິນລະປີນຊາຍດີເດັ່ນ ປະຈໍາປີ ຢູ່ນະຄອນ Los Angeles ໃນວັນມອບລາງວັນ American Music Awards ປີທີ 40, ວັນອາທິດ ທີ 18 ພະຈິກ 2012.
ຊາຍໄວໜຸ່ມອາຍຸ 18 ປີໄດ້ຊະນະລາງວັນສູງສຸດຂອງລາງວັນ
ດົນຕີອາເມຣິກັນ ຫລື American Music Awards.

ທ້າວ Justin Bieber ຊາວການາດາ ໄດ້ເປັນນັກສິນລະປີນດີ
ເດັ່ນປະຈໍາປີ ໃນວັນອາທິດວານນີ້ ຢູ່ນະຄອນ Los Angeles
ໃນວັນຄົບຮອບ 40 ປີ ຂອງ American Music Awards
ຊຶ່ງຜູ້ກ່ຽວໄດ້ຊະນະນາງ Rihanna, ວົງ Maroon 5, ທ້າວ
Drake ແລະ ນັກຮ້ອງ Katy Perry.

ຊາຍໄວໜຸ່ມຜູ້ນີ້ເວົ້າໃນເວລາທີ່ລາວໄປຮັບເອົາລາງວັນວ່າມັນ
ເປັນການ “ຍາກທີ່ ເຕີບໃຫຍ່ຂຶ້ນມາ ຖ້າມກາງສາຍຕາຂອງທຸກ
ຄົນຈ້ອງເບິ່ງຂ້ອຍ” ແລະລາວກໍໄດ້ກ່າວ ຂອບໃຈແມ່ຂອງລາວ
ໂດຍເວົ້າແມ່ລາວ “ຍາມໃດກໍມີຄວາມເຊື່ອໝັ້ນໃນຕົວຂອງຂ້ອຍ.”

ນອກນັ້ນ ທ້າວ Bieber ຍັງໄດ້ຊະນະລາງວັນເພງປະເພດ pop/rock album ສໍາລັບ album ທີ່ຊື່ວ່າ “Believe” ຫລື “ເຊື່ອ” ແລະລາວກໍໄດ້ຊະນະລາງວັນສິນລະປິນຊາຍ ໃນເພງປະເພດ pop/rock.

ທ້າວ Carly Rae Jepsen ຊາວການາດາອີກຜູ້ນຶ່ງ ໄດ້ຊະນະລາງວັນນັກສິນລະປິນໃໝ່ ທີ່ຄົນນິຍົມຫລາຍສຸດ.

ນາງ Adele ຜູ້ທີ່ຫາກໍ່ເກີດລູກໃໝ່ໆ ຈາກອັງກິດ ກໍຄວ້າເອົາລາງວັນໃຫຍ່ສຸດໃນປະເພດ ເພງຜູ້ໃຫຍ່ ຍຸກປັດຈຸບັນ.

ພ້ອມກັນນັ້ນ ນາງ Taylor Swift ກໍໄດ້ຮັບລາງວັນຫ້າປີຊ້ອນກັນ ໃນການເປັນນັກສິນລະ ປິນຍິງທີ່ຄົນນິຍົມຫລາຍສຸດ ໃນຂະນະທີ່ ທ້າວ Luke Bryan ຄວ້າເອົາລາງວັນເພງລູກ ທຸ້ງ ຫລື country song ຊາຍ ທີ່ເດັ່ນໄປ.

ທ້າວ Usher ໄດ້ເລີ້ມເປີດການສະແດງໃນໂທລະພາບເປັນເວລາ ສາມຊົ່ວໂມງຂອງຕົນ ໃນຊ້ອງ ABC ໂດຍໃຊ້ແສງເລເຊີສີຂຽວ ທີ່ເປັ່ງແສງເຈີດຈ້າຢູ່ເທິງເວທີ ໃນຂະນະທີ່ລາວ ສະແດງເພງຫລາຍປະເພດ ຫລາຍຈັງຫວະປະສົມປະສານກັນ. ທ້າວ Usher ກໍໄດ້ນໍາເອົາ
ລາງວັນບຸກຄົນຫລືນັກສິນລະປິນ R&B ທີ່ດີທີ່ສຸດ ກັບບ້ານໄປ.

ຜູ້ໄດ້ຮັບໃຫ້ລາງວັນ American Music Awards ແມ່ນຖືກເລືອກໂດຍອີງໃສ່ມູນຄ່າການ
ຂາຍ ແລະການອອກອາກາດ ແລະແຟນເພງເປັນຜູ້ເລືອກຜູ້ຊະນະເລີດ ໂດຍການລົງ
ຄະແນນສຽງທາງອິນເຕີເນັດ.

ສະໄລດ໌ປະມວນພາບຂອງພວກໄດ້ຮັບລາງວັນ American Music Awards

XS
SM
MD
LG