ລິ້ງ ສຳຫລັບເຂົ້າຫາ

ວັນພະຫັດ, ໒໕ ເມສາ ໒໐໒໔

ເພງຂອງພວກສິນລະປິນທີ່ ໄດ້ຮັບລາງວັນ AMA ປີ 2010


Justin Bieber
Justin Bieber

ໃນລາຍການ​ສຽງ​ເພງ​ຈາກ​ແດນ​ໄກ​ແດນ​ໄກ​ມື້​ນີ້ ວັນນະ
ສອນ​ໄດ້​ນໍາ​ສະ​ເໜີ​ເພງສາກົນ​ຂອງ​ຫຼາຍນັກຮ້ອງ ນັກ​ສິນ
ລະປິນ​ ທີ່​ຫາ​ກໍ​ໄດ້​ຮັບ​ລາງວັນ American Music
Awards ຊຶ່ງ​ຜົນງານ​ເພງ​ເຫຼົ່າ​ນີ້ກໍາລັງ​ເປັນທີ່ກ່າວ​ຂານ​
ກັນຢູ່​ໃນ​ຂະນະ​ນີ້.

ເພ​ງທໍາ​ອິດ​ເປັນ​ຂອງ​ນັກ​ຮ້ອງ​ເຍົາວະ​ຊົນ ​ໄວ​ພຽງ​ແຕ່ 16
ປີ​ເທົ່ານັ້ນ Justin Bieber ​ເປັນ​ຊາວ​ກາ​ນາ​ດາແລະເປັນ
ນັກ​ຮ້ອງ​ທີ່​ມາແຮງ​ແຊງ​ໜ້າລຸ່ນອ້າຍ ແລະ​ເມື່ອ​ໄວໆ​ມາ​ນີ້
ກໍ​ໄດ້​ຮັບ​ລາງວັນ American Music Awards ຂອງ
ສະຫະລັດ ປະ​ເພດ​ເພງປ໊ອບຍອດຢ້ຽມ ​ແລະ​ເປັນ​ເປັນ​ນັກ​ຮ້ອງ​ຊາຍ​ຍອດ​ຢ້ຽມ.
ຂໍ​ມອບ​ເພງ “Baby” ​ໃຫ້​ແກ່ ສາວ​ໄວ​ຣຸ່ນທັງຫຼາຍ.

/ເພງ Baby/


ສ່ວນ Taylor Swift ນັກ​ຮ້ອງ ນັກ​ສິນລະປິນແລະ​ນັກ​ແຕ່ງ​ເພງ ຄົນ​ຕໍ່​ໄປ​ນີ້ ຖື​ວ່າ
ສຸດຍອດຊຶ່ງ​ມີ​ຜົນງານ​ເພງ​ເດັ່ນໆ​ອອກ​ມາ​ຕະຫຼອດ ຂຽນ​ເພງ​ຕັ້ງ​ແຕ່​ອາຍຸ 12 ປີ.
ປະຈຸ​ບັນ​ນີ້ ອາຍຸ 19 ປີ ເຄີຍ​ໄດ້​ຮັບ​ຫຼາຍ​ລາງວັນ​ເດັ່ນໆ​ມາ​ແລ້ວ​ ແລະ​ຄັ້ງ​ນີ້​ກໍໄດ້​ຮັບ
ລາງວັນ AMA ໃນຖານະນັກຮ້ອງລູກທົ່ງຍິງຍອດຢ້ຽມ. ເພງ Back to December
ນີ້ກໍກໍາລັງດັງແລະເຂົ້າກັບບັນຍາກາດເພື່ອຕ້ອນຮັບເດືອນທັນວາ ເອົາມອບໃຫ້ແດ່ໜຸ່ມໆ
ທັງຫຼາຍກໍແລ້ວກັນ.

/ເພງ Back To December/

ສ່ວນ​ໜຸ່ມ​ຜີວ​ຂາວ​ທີ່​ມາ​ຮ້ອງ​ເພ​ງ​ແນວ​ເພງ Rape ທີ່ເປັນທີ​ກ່າວ​ຂານ​ກັນ​ຫຼາຍ​ທີ່​ສຸດ
ກໍ​ຄື Eminem ​ແລະ​ເພງ​ຂອງ​ຜູ້ກ່ຽວ​ຂ້ອນ​ຂ້າງ​ຈະ​ເປັນ​ທີ່​ຖົກ​ຖຽງ​ຫຼື​ຂັດ​ແຍ້​ງກັນ ​
ໂດຍ​ສະ​ເພາະ​ເພງ​ທີ່​ຮ້ອງ​ຄູ່​ກັບ Rihanna ​ໃນ​ບົດ​ເພງ “Love The Way You
Lie.” Eminem ກໍ​ໄດ້​ຮັບ​ເຖິງ 2 ລາງວັນ​ຂອງ American Music Awards ​
ແລະ​ຂໍ​ມອບ​ເພງ “Beautiful” ນີ້​ໃຫ້​ແກ່​ນ້ອງ​ທີ​ມັກ​ສວຍ​ມັກ​ງ​າມທຸກໆ​ຄົນ​ເລີຍ.

/ເພງ Beautiful/

XS
SM
MD
LG