ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໙ ມີນາ ໒໐໒໔

ຊາຍອາເມຣິກັນ ຢູ່ລັດແມສຊາຈູແຊັສ ຜູ້ນຶ່ງ ຖືກຈັບ ໃນຂໍ້ຫາຄ້າປະເວນີເດັກ ຢູ່ໃນລາວ


ກະຊວງຍຸຕິທໍາສະຫະລັດທີ່ນະຄອນຫລວງວໍຊິງຕັນ
ກະຊວງຍຸຕິທໍາສະຫະລັດທີ່ນະຄອນຫລວງວໍຊິງຕັນ

ທ້າວ ໄມໂຄ ເຊັບບັສຊຽນ ຊາວອາເມຣິກັນ ອາຍຸ 52 ປີ ທີ່ເຄີຍເປັນອາຈານສອນພາສາອັງກິດຢູ່ລາວຢ່າງໜ້ອຍສອງປີຖືກຈັບກຸມຢູ່ໃນເມືອງລິນ, ລັດແມສຊາຈູແຊສ, ໃນພາກເໜືອຂອງສະຫະລັດ ເມື່ອວັນອັງຄານທີ 7 ກໍລະ ກົດຜ່ານມາ ພາຍຫຼັງມີການຟ້ອງຮ້ອງທາງອາຍາທີ່ກ່າວຫາວ່າ ໄດ້ປະພຶດທາງ ເພດ ຢ່າງບໍ່ຖືກຕ້ອງຕາມກົດໝາຍຢູ່ໃນດິນແດນຕ່າງປະເທດກໍຄືຢູ່ລາວ ແລະ ທໍາການຄ້າປະເວນີເດັກຢູ່ທີ່ນັ້ນ, ອີງຕາມບົດຂ່າວຂອງກະຊວງຍຸຕິທໍາສະຫະລັດ ທີ່ນຳເຜີຍແຜ່ອອກມາ ໃນວັນພຸດອາທິດແລ້ວນີ້ຢູ່ ໃນເວັບໄຊທ໌ຂອງກະຊວງດັ່ງ ກ່າວ.

ອີງຕາມກ່າວຫາຢູ່ໃນເອກະສານນັ້ນ ໃນເວລາທີ່ຢູ່ລາວສອງປີກວ່າຜ່ານມານັ້ນ ທ້າວເຊັບບັສຊຽນໄດ້ສອນພາສາອັງກິດໃຫ້ແກ່ພວກຊາວໜຸ່ມແລະໃຫ້ຊາຍໜຸ່ມອາຍຸແຕ່ 13 ຫາ 18 ປີ ຢ່າງໜ້ອຍ 3 ຄົນ ທີ່ເປັນນັກຮຽນຂອງຜູ້ກ່ຽວອາໄສຢູ່ນໍາໂດຍບໍ່ໄດ້ເສຍ ຄ່າໃຊ້ຈ່າຍ ແລະໃຫ້ເຂົາເຈົ້າເຮັດວຽກຕ່າງໆໃຫ້ແທນ ຊຶ່ງອີງຕາມການກ່າວຫາ ຢູ່ ໃນຄໍາຟ້ອງຮ້ອງສະບັບນັ້ນເວົ້າວ່າ ວຽກດັ່ງກ່າວ ແມ່ນລວມມີການບີບນວດ ຊຶ່ງໃນນັ້ນຍັງມີການນວດທາງເພດໃຫ້ຜູ້ກ່ຽວອີກດ້ວຍ. ການຮັບຟັງຄະດີຂັ້ນຕົ້ນ ເພື່ອສະແດງຫລັກຖານກະທໍາຜິດຂອງຜູ້ກ່ຽວມີກໍານົດຈັດຂຶ້ນໃນວັນທີ 13 ກໍລະກົດຜ່ານມາ ແຕ່ຍັງບໍ່ທັນຮູ້ຜົນຂອງການຮັບຟັງນັ້ນເທື່ອເພາະວີໂອເອໄດ້ພະຍາຍາມພົວພັນ ກັບພາກສ່ວນຮັບຜິດຊອບ ການຂູດຮີດ ແລະກະທໍາລາມົກຕໍ່ເດັກ ນ້ອຍໃນພະແນກກົດໝາຍອາຍາຂອງກະຊວງດັ່ງກ່າວແລະພະແນກຍຸຕິທໍາລັດ ແມສຊາຈູແຊັສ ບ່ອນທີ່ມີການດໍາເນີນຄະດີຕໍ່ຜູ້ກ່ຽວນັ້ນ ເພື່ອຂໍຄໍາຄິດເຫັນຈາກ ທ່ານນາງແອນ ພາຣຸດຕີ (Anne Puruti), ຜູ້ຊ່ວຍພະແນກຍຸຕິທໍາ ຂອງ ລັດ ດັ່ງກ່າວ ແຕ່ຍັງບໍ່ໄດ້ຮັບການຕອບກັບເທື່ອ.

ຄະດີດັ່ງກ່າວໄດ້ຖືກນໍາຂຶ້ນມາໂດຍເປັນພາກສ່ວນນຶ່ງຂອງໂຄງການເດັກນ້ອຍທີ່ ປອດໄພ, ຊຶ່ງເປັນໂຄງການແຫ່ງຊາດ ທີ່ສ້າງຕັ້ງຂຶ້ນມາໃນປີ 2006 ໂດຍກະ ຊວງຍຸຕິທໍາຂອງສະຫະລັດເພື່ອຕ້ານກັບການຂູດຮີດທາງເພດ ແລະລະເມີດສິດ ຂອງເດັກນ້ອຍທີ່ນັບມື້ນັບເພີ້ມຂຶ້ນນັ້ນ.

ດັ່ງໄດ້ສະເໜີໄປໃນວັນພະຫັດວານີ້ ຢູ່ໃນການລາຍງານປະຈໍາປີ 2020 ກ່ຽວກັບການຄ້າມະນຸດ ຢູ່​ໃນ​ທົ່ວ​ໂລກຂອງກະຊວງການຕ່າງປະເທດສະຫະລັດນັ້ນ ລາວ ຖືກຈັດຢູ່ໃນກຸ່ມທີ 2 ຊຶ່ງໝາຍເຖິງກຸ່ມປະ​ເທດທີ່​ຍັງຈະ​ຕ້ອງ​ຖືກຕິດຕາມ​ສິ້ງ​ຊອມ​ເບິ່ງ​ຢູ່. ທັງນີ້ກໍເພາະວ່າ ສປປ ລາວ ບໍ່​ໄດ້​ປະ​ຕິ​ບັດຢ່າງ​ຄົບ​ຖ້ວນ​ຕາມ​ມາດ​ຕະ​ຖານ​ຕ່ຳ​ສຸດໃນ​ການຄ້າ​ມະ​ນຸດເຖິງແມ່ນ
ວ່າ ລັດຖະບານ ໂດຍລວມແລ້ວໄດ້ດໍາເນີນຄວາມພະຍາມຫລາຍຂຶ້ນກວ່າປີຜ່ານມາກໍຕາມ. ແລະລາຍງານສະບັບນັ້ນ ຍັງເວົ້າອີກວ່າ ເຖິງຈະມີລາຍງານຈາກບາງແຫຼ່ງວ່າ ມີຄົນສັນຊາດຕ່າງປະເທດຢູ່ໃນລາວ ທີ່ມີສ່ວນກ່ຽວພັນກັບການທ່ອງທ່ຽວເພື່ອມີເພດສໍາພັນກັບເດັກນ້ອຍກໍຕາມ ແຕ່ລັດຖະບານກໍບໍ່ໄດ້ໃຫ້ຂໍ້ມູນກ່ຽວກັບຄະດີ ຫລືການດໍາເນີນຄະດີປະເພດດັ່ງກ່າວເລີຍໃນປີຜ່ານມາ.

XS
SM
MD
LG