ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໑໙ ເມສາ ໒໐໒໔

ມີຢ່າງນ້ອຍ 4 ຄົນ ເສຍຊີວິດ ໃນການໂຈມຕີໂຮງແຮມ ທີ່ນະຄອນກາບູລ


Kabul Attack
please wait
Embed

No media source currently available

0:00 0:00:50 0:00

ການໂຈມຕີໃນນະຄອນກາບູລ

ກຸ່ມ​ຕາ​ລິ​ບັນ ​ໄດ້ອ້າງເອົາຄວາມຮັບຜິດຊອບ​ໃນ​ການ​ໂຈມ​ຕີ​ເປັນ
ເວລາຫຼາຍ​ຊົ່ວ​ໂມງ​ໃນ​ວັນ​ພະ​ຫັດ​ມື້​ນີ້ ​ທີ່ບ້ານ​ພັກແຫ່ງນຶ່ງ​ໃນ
ເມືອງ​ຫຼວງ​ອັຟກາ​ນີສຖານ ທີ່​ໄດ້​ສັງຫານພົນລະເຮືອນ 14 ຄົນ ​ຮວມທັງຊາວຕ່າງປະເທດຫຼາຍໆຄົນ.

ຜູ້ບັນຊາການ​ຕຳຫຼວດ​ນະຄອນຫຼວງກາ​ບູລ ທ່ານ Abdul
Rahman ໄດ້​ກ່າວ​ເຖິງ​ການ​ໂຈມ​ຕີ​ຄັ້ງ​ນີ້​ວ່າ ມັນ​ໄດ້​ເລີ້ມ​ຂຶ້ນ
​ໃນຕອນ​ແລງຂອງມື້ວັນພຸດ ເວລາ​ພວກມື​ປືນ ​ເລີ້​ມ​ເປີດສາກ​
ຍິງ​ໃສ່​ໂຮງ​ແຮມ Park Palace ​ໃນ​ຂະນະ​ທີ່​ກຳລັງ​ມີ​ງານ
​ພາຕີ້ສຳ​ຫຼັບ​ຊາວ​ຕ່າງ​ຊາດ​ຢູ່​ນັ້ນ. 5 ຊົ່ວ​ໂມງ​ຕໍ່​ມາ ເຫດການ
ສິ້ນສຸດລົງໂດຍທີ່ຕຳຫຼວດ​ໄດ້​ສັງຫານພວກ​ມື​ປືນ 3 ຄົນ.

ສະຖານທູດ​ສະຫະລັດ ​ໄດ້​ກ່າວ​ວ່າ ມີຊາວ​ອາ​ເມຣິກັນ​ຄົນໜຶ່ງ​ຮວມຢູ່ໃນ​ພວກ​ທີ່​ເສຍ​ຊີວິດ ​
ໃນ​ຂະນະ​ທີ່ເຈົ້າໜ້າທີ່​ອິນ​ເດຍ ກ່າວ​ວ່າ ມີ​ຊາວ​ອິນ​ເ​ດຍ 4 ຄົນ ໄດ້​ເສຍ​ຊີວິດ.

​ຖະແຫຼງການຂອງ​ກຸ່ມ​ຕາ​ລິ​ບັນ ​ກ່າວ​ວ່າ ກຸ່ມ​ຫົວ​ຮຸນ​ແຮງ ​ໄດ້​ແນ​ເປົ້າ​ໝາຍ​ໃສ່ງານ​ພາຕີ້ ​ເພາະວ່າມີ​ຊາວ​ອາ​ເມຣິກັນໄປປະກົດ​ຕົວ ​ແລະ​ມີ​ຜູ້ໂຈມຕີດ້ວຍລະເບີດສະລະ​ຊີບພຽງຄົນ ດຽວເທົ່ານັ້ນ ທີ່​ຖື​ອາວຸດ​ອັດຕະ​ໂນມັດ​ ທຳການໂຈມຕີໃນ​ຄັ້ງ​ນີ້.

ອົງການໃຫ້ຄວາມຊ່ອຍເຫລືອຂອງສະຫະປະຊາຊາດ ໃນອັຟການິສຖານ ຫຼື UNAMA ໄດ້ປະນາມການສັງຫານພົນລະເຮືອນໂດຍໃຫ້ຂໍ້ສັງເກດວ່າພົນລະເຮືອນເກືອບ 3,000 ຄົນທີ່ໄດ້ເສຍຊີວິດໃນໄລຍະ 4 ເດືອນທຳອິດຂອງປີນີ້ ແມ່ນເປັນຈຳນວນສູງທີ່ສຸດເທົ່າ ທີ່ມີການຈົດບັນທຶກມາ.

ທ່ານນາງ Georgette Gagnon ຜູ້ອຳນວຍການດ້ານສິດທິມະນຸດຂອງ UNAMA ກ່າວວ່າ “ການໂຈມຕີພົນເຮືອນໂດຍເຈດຕະນາເຫລົ່ານີ້ແມ່ນເປັນການກໍ່ໂທດກຳ. ຖ້ອຍຖະແຫຼງຂອງ
ກຸ່ມຕາລີບັນກ່ຽວກັບການຫລີກລ່ຽງບໍ່ມີພົນລະເຮືອນບາດເຈັບລົ້ມຕາຍນັ້ນ ແມ່ນບໍ່ເປັນ ຄວາມຈິງເມື່ອທຽບໃສ່ການສັງຫານເທື່ອຫລ້າສຸດນີ້. ກຸ່ມຕາລີບັນຄວນປະຕິບັດຕາມພັນທະ ຂອງຕົນແລະຢຸດເຊົາໃນທັນທີການສັງຫານພົນລະເຮືອນໂດຍເຈດຕະນານັ້ນ.”

ໂຮງ​ແຮມ Park Palace ​ເປັນ​ທີ່​ນິຍົມ​ໂດຍ​ພວກ​ນັກ​ທ່ອງ​ທ່ຽວຊາວ​ຕ່າງ​ຊາດ​ແລະ​ອົງການ ຕ່າງໆ​ທີ່​ບໍ່​ຂຶ້ນ​ກັບ​ລັດຖະບານ​ ​ແລະ​ຢູ່​ໃກ້ໆ​ກັບ​ຫ້ອງການ​ຂອງ UNAMA.

ຂົງ​ເຂດ​ທີ່​ເອີ້ນ​ກັນວ່າ Shahr e Naw ຫຼື New City ​ແມ່ນ​ທີ່ຕັ້ງຂອງຮ້ານອາຫານ​ຫຼູໆຕ່າງໆ ທີ່​ນິຍົມ​ຊົມ​ຊອບ​ໂດຍ​ບັນດາ​ສະມາຊິກ​ຂອງ​ອົງການ​ທີ່​ບໍ່​ຂຶ້ນ​ກັບ​ລັດຖະບານ ທີ່​ປະຕິ ບັດ​ໜ້າ​ທີ່​ໃນ​ນະຄອນ​ຫຼວງ​ກາ​ບູລ ນັ້ນ.

​ບົດທົບທວນຈຳນວນນຶ່ງໃນເລື້ອງສະຖານທີ່ທ່ອງທ່ຽວ ກ່ຽວກັບ​ໂຮງ​ແຮມ Park Palace ໄດ້ສະແດງຄວາມ​ພໍ​ໃຈຕໍ່ມາດຕະການ​ຮັກສາ​ຄວາມ​ປອດ​ໄພທີ່ທາງໂຮງແຮມຈັດໃຫ້.

​ນອກນັ້ນ ຍັງ​ມີ​ການ​ໂຈມ​ຕີ​ສະລະ​ຊີບ​ຢູ່ທີ່ເມືອງ Lashkargah ​ເມືອງ​ຫຼວງ​ຂອງແຂວງ
Helmand ທີ່ຍັງຜົນ​ໃຫ້​ມີ 10 ຄົນ​ເສຍ​ຊີວິດ ​ແລະ​ບາດ​ເຈັບ 12 ຄົນ.

ລາຍການກະຈາຍສຽງຂອງວີໂອເອ ລາວ ຜ່ານໂທລະພາບ

ສົດ ລາຍການວິທະຍຸ-ໂທລະພາບຂອງວີໂອເອລາວ ວັນທີ 19 ເມສາ 2024

XS
SM
MD
LG