ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ນັກ​ຂ່າວ ອາ​ເມ​ຣິ​ກັນ ທ່ານ ເກີ​ສ​ໂກວິ​ຈ ຖືກ​ຂັງ​ຄຸກ​ໃນ ຣັດ​ເຊຍ ຄົບ​ຮອບ 100 ວັນ


ນັກ​ຂ່າວ ສະ​ຫະ​ລັດ ທ່ານ ເອ​ແວນ ເກີ​ສ​ໂກວິ​ຈ, ຖືກ​ຂັບ​ໃນ​ຂໍ້​ກ່າວ​ຫາ​ການ​ສອດ​ແນມ, ຢືນ​ຢູ່​ໃນ​ຕູ້​ຈຳ​ເລີຍ ກ່ອນ​ການ​ໃຫ້​ການ​ເພື່ອ​ພິ​ຈາ​ລະ​ນາ​ການ​ອຸ​ທອນ​ ກ່ຽວ​ກັບ ການ​ຈັບ​ທ່ານ​ໃນ​ສານ​ນະ​ຄອນຫຼວງ ມົ​ສ​ກູ, 19 ເມ​ສາ 2023.
ນັກ​ຂ່າວ ສະ​ຫະ​ລັດ ທ່ານ ເອ​ແວນ ເກີ​ສ​ໂກວິ​ຈ, ຖືກ​ຂັບ​ໃນ​ຂໍ້​ກ່າວ​ຫາ​ການ​ສອດ​ແນມ, ຢືນ​ຢູ່​ໃນ​ຕູ້​ຈຳ​ເລີຍ ກ່ອນ​ການ​ໃຫ້​ການ​ເພື່ອ​ພິ​ຈາ​ລະ​ນາ​ການ​ອຸ​ທອນ​ ກ່ຽວ​ກັບ ການ​ຈັບ​ທ່ານ​ໃນ​ສານ​ນະ​ຄອນຫຼວງ ມົ​ສ​ກູ, 19 ເມ​ສາ 2023.

ວັນ​ສຸກມື້ນີ້​ເປັນ​ຂີດ​ໝາຍ​ຄົບ​ຮອບ​ວັນ​ທີ 100 ທີ່ນັກ​ຂ່າວ​ອາ​ເມ​ຣິ​ກັນ ​ທ່ານ ເອ​ແວນ ເກີ​ສ​ໂກວິ​ຈ ຖືກ​ຂັງ​ໃນ​ຄຸກ ຣັດ​ເຊຍ ກ່ຽວ​ກັບ ຂໍ້​ກ່າວ​ຫາ​ການ​ສອດ​ແນມ.

ນັກ​ຂ່າວ​ໜັງ​ສື​ພິມ Wall Street Journal ​ດັ່ງ​ກ່າວ​ ຖືກ​ຈັບ​ເມື່ອ​ວັນ​ທີ 29 ມີ​ນາ ໃນ​ຂະ​ນະ​ທີ່​ປະ​ຕິ​ບັດ​ໜ້າ​ທີ່ໃນ​ເມືອງ ເຢ​ກາ​ເຕ​ຣິນ​ເບີກ ທາງ​ພາກ​ກາງ​ຂອງ ຣັດ​ເຊຍ. ພວກ​ເຈົ້າ​ໜ້າ​ທີ່ ຣັດ​ເຊຍ ໄດ້​ກ່າວ​ຫາ​ນັກ​ຂ່າວ​ທີ່​ມີ​ຫ້ອງ​ການ​ໃນ​ ມົ​ສ​ກູ ກ່ຽວ​ກັບ ການ​ສອດ​ແນມ.

ທ່ານ ເກີ​ສ​ໂກວິ​ຈ ແລະ ລັດ​ຖະ​ບານ ສະ​ຫະ​ລັດ ໄດ້​ປະ​ຕິ​ເສດ​ຢ່າງ​ເດັດ​ຂາດ​ຕໍ່​ຂໍ້​ກ່າວ​ຫາ​ການ​ສອດ​ແນມ​ນັ້ນ.

ກຸ່ມ​ຕິດ​ຕາມ​ສື່ມວນ​ຊົນ​ເວົ້າ​ວ່າ​ການ​ຈັບ​ກຸມ​ທ່ານ​ໄດ້​ເປັນ​ຂີດ​ໝາຍ​ທີ່​ຕ່ຳ​ຄັ້ງ​ໃໝ່ ໃນ​ການ​ຕົກ​ຕ່ຳ​ລົງ​ຂອງ​ສະ​ພາບ​ແວດ​ລ້ອມ ​ເສ​ລີ​ພາບ​ໃນ​ການ​ນຳ​ສະ​ເໜີ​ຂ່າວ ​ຂອງ ຣັດ​ເຊຍ ພາຍ​ໃຕ້​ປະ​ທາ​ນາ​ທິ​ບໍ​ດີ ວ​ລາ​ດິ​ເມຍ ປູ​ຕິນ.

ທ່ານ ເຄຼ​ຕັນ ໄວ​ເມີ​ສ, ຜູ້​ອຳ​ນວຍ​ການ​ໃຫຍ່​ຂອງ​ຫ້ອງ​ການ​ນັກ​ຂ່າວບໍ່​ມີ​ພົມ​ແດນ ສະ​ຫະ​ລັດ ໄດ້​ກ່າວ​ຕໍ່​ວີ​ໂອ​ເອ​ວ່າ “ການ​ກັກ​ຂັງ​ທ່ານ ເອ​ແວນ ໄດ້​ເປັນ​ຂີດ​ໝາຍ​ຂອງ​ການ​ຕົກ​ຕ່ຳ​ຄັ້ງ​ໃໝ່​ໃນ​ສົງ​ຄາມ​ຕໍ່​ເສ​ລີ​ພາບ​ໃນ​ການ​ນຳ​ສະ​ເໜີ​ຂ່າວ​ຂອງ​ທ່ານ ປູ​ຕິນ, ໂດຍ​ໄດ້​ຂະ​ຫຍາຍ​ການ​ປາບ​ປາມ​ຂອງ​ທ່ານ​ນອກ​ເໜືອສື່ມວນ​ຊົນ​ພາຍ​ໃນ​ປະ​ເທດ ເຊິ່ງ​ບໍ່​ສາ​ມາດ​ທີ່​ຈະ​ປະ​ຕິ​ບັດ​ໜ້າ​ທີ່​ໄດ້​ຢ່າງ​ເໝາະ​ສົມ​ຢູ່​ແລ້ວ.

ອ່ານ​ຂ່າວນີ້​ເປັນ​ພາ​ສາ​ອັງ​ກິດ

XS
SM
MD
LG