ການປົກຄອງດ້ວຍຕົນເອງ ກໍຄືການທີ່ປະຊາຊົນເປັນຜູ້ບໍຣິຫານທຸກໆ ໜ້າທີ່ທີ່ຈຳເປັນຂອງອຳນາດ ໂດຍປາດສະຈາກການແຊກແຊງຂອງອຳນາດຂັ້ນສູງທ່ີພວກເຂົາເຈົ້າບໍ່ສາມາດຄວບຄຸມໄດ້ນັ້ນ ແມ່ນເປັນຄ່ານິຍົມຕົ້ນຕໍຂອງຊາວອະເມຣິກັນ. ນອກນີ້ແລ້ວ ມັນກໍຍັງເປັນໝາກຫົວໃຈຂອງຄຳປະກາດເອກກະລາດ ທີ່ໄດ້ເຊັນກັນເມື່ອສອງຮ້ອຍສາມສິບສ່ີປີກ່ອນ ຊ່ຶງພວກເຮົາພາກັນສະເຫຼີມສະຫຼອງກັນໃນມື້ນີ້.
ທ່ານ ທໍມັສ ເຈັບເຟິຊັນ ຊ່ຶງເປັນຜູ້ຂຽນຫລັກຂອງເອກກະສານຫລືຄຳປະກາດສະບັບນັ້ນ ໄດ້ຂຽນວ່າ ການປົກຄອງດ້ວຍຕົນເອງ ແມ່ນເປັນ “ຖານະອັນນ່ຶງຕ່າງຫາກແລະຖານະທ່ີເທ່ົາທຽມກັນ ທ່ີທຸກຄົນມີສິດຈະໄດ້ຮັບ ພາຍໃຕ້ “ກົດຂອງທຳມະຊາດແລະພະຜູ້ເປັນເຈົ້າຂອງທຳມະຊາດ.” ການປົກຄອງດ້ວຍຕົນເອງນັ້ນ ບໍ່ແມ່ນສ່ິງທ່ີໄດ້ມາຢ່າງງ່າຍ ດາຍ. ປະຫວັດສາດຕອນຕົ້ນໆຂອງອະເມຣິກາ ໄດ້ຖືກຂີດໝາຍໄວ້ ໂດຍສົງຄາມກັບຫຼາຍໆປະເທດ ທ່ີຖືກຂົ່ມຂູ່ໂດຍລັດຖະບານສາທາ ລະນະລັດ ແລະການຂັດແຍ້ງລະຫວ່າງຊາວອະເມຣິກັນດ້ວຍກັນເອງ ນຳ ກ່ຽວກັບວ່າລັດຖະບານສາທາລະນະລັດທ່ີພວກເຂົາເຈົ້າຢາກໄດ້ນັ້ນ ໃນບັ້ນສຸດທ້າຍແລ້ວ ຄວນຈະມີຮູບແບບແນວໃດ. ຢ່າງໃດກໍດີ ຄຳປະ ກາດທ່ີວ່ານີ້ ກໍໄດ້ວາງພື້ນຖານໄວ້ໃຫ້ຊາດນ່ຶງ ທ່ີໄດ້ຍືນຍົງຄົງຢູ່ແລະ ເຕີບໃຫຽ່ຂະຫຍາຍໂຕຂຶ້ນເລື້ອຍໆ ແລະເປັນແຮງດົນໃຈໃຫ້ເກີດຂະ ບວນການເພ່ືອເອກກະລາດທ່ີຄ້າຍໆຄືກັນ ຢູ່ໃນທົ່ວໂລກ.
ເວລາສົງຄາມໄດ້ລະເບີດຂຶ້ນເປັນເທ່ືອທຳອິດ ລະຫວ່າງປະເທດອັງກິດກັບຊາວອະນານິຄົມອະເມຣິກາເໜືອ ມີພໍທ່ໍໃດຄົນທ່ີວາດພາບອອກ ຢ່າວ່າແຕ່ສະໜັບສະໜູນເລີຍ ວ່າຈະມີປະເທດໃໝ່ເກີດຂຶ້ນມາໄດ້.
ບັນດານັກປະວັດສາດພາກັນໃຫ້ຂໍ້ສັງເກດວ່າ ແມ່ນແຕ່ໃນເວລາທ່ີສົງ ຄາມຟົດເດືອດຢ່າງຮ້າຍແຮງຢູ່ນັ້ນ ກໍໄດ້ມີການແຕກແຍກກັນຢ່າງໃຫຽ່ ໃນລະຫວ່າງຊາວອະນານິຄົມ ກ່ຽວກັບອະນາຄົດຂອງປະເທດຊາດ. ປະມານນ່ຶງສ່ວນສາມຂອງຜູ້ຄົນໃນຕອນນັ້ນ ພາກັນເຊ່ືອວ່າ ມີຄວາມຈຳເປັນທ່ີຈະຕ້ອງແຍກອອກຈາກອັງກິດຢ່າງສິ້ນເຊິງ. ອີກນ່ຶງສ່ວນສາມແມ່ນຍັງຈົງຮັກພັກດີຕໍ່ກະສັດອັງກິດຢູ່ ສ່ວນອີກນ່ຶງສ່ວນສາມກໍແມ່ນພຽງແຕ່ບໍ່ຢາກໃຫ້ຜູ້ໃດມາຫຽຸ້ງກ່ຽວ ເພື່ອຕົນເອງຈະໄດ້ລ້ຽງດູຄອບຄົວແລະດຳເນີນວຽກການຂອງຕົນໄປໄດ້ຢ່າງສະບາຍ.
ພວກຜູ້ຊາຍຫ້າສິບຫົກຄົນທ່ີລົງນາມໃນຄຳປະກາດດ່ັງກ່າວໃນວັນທີ 4 ກໍລະກົດ ປີ 1776 ນັ້ນ ໄດ້ລົງຄະແນນສຽງເລືອກເອົາຄວາມເປັນເອກກະລາດຈຸທໍາອິດ. ແລ້ວເພ່ືອນຮ່ວມຊາດທັງຫຼາຍຂອງເຂົາເຈົ້າກໍໄດ້ຮັບ ຮອງເອົາຕາມນັ້ນ ແລະພ້ອມກັນນັ້ນ ກໍໄດ້ຮັບຮອງເອົາຫຼັກການ ທີ່ໃນ ເວລານັ້ນຖືວ່າເປັນຫລັກການທີ່ຮຸນແຮງ ຄືຫລັກການທີ່ວ່າ ລັດຖະບານຄວນອິງໃສ່ຄວາມເຫັນດີເຫັນພ້ອມຂອງພວກທ່ີຖືກປົກຄອງ.
ເຖິງແມ່ນເຫດການນີ້ຈະເປັນເຫດການແລະເປັນສ່ິງທ່ີພາໃຫ້ພວກເຮົາໄດ້ສະຫລອງກັນໃນມື້ນີ້ກໍຕາມ ມັນກໍບໍ່ແມ່ນເປັນຂອງຊາວອະເມຣິກັນໂດຍສະເພາະເທົ່ານັ້ນ. ຫລັກການທີ່ວ່ານີ້ ໄດ້ຖືກຮັບຮອງເອົາແລະ ເທີດທູນໄວ້ ຢູ່ໃນລັດຖະທຳມະນູນຂອງຫຼາຍໆປະເທດ ແລະໄດ້ຖືກ ຈາລຶກໄວ້ ຢູ່ໃນຄຳປະກາດສາກົນກ່ຽວກັບສິດທິມະນຸດ ຊ່ຶງພວກເຮົາໝົດທຸກຄົນຮັບຮູ້ນັ້ນ. ເວົ້າແທ້ແລ້ວກໍແມ່ນວ່າ ວັນເອກກະຣາດຂອງ ອາເມຣິກາ ແມ່ນເປັນການສະເຫຼີມສະຫຼອງມວນຊາດມະນຸດຂອງພວກເຮົາຮ່ວມກັນ.