ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໐ ເມສາ ໒໐໒໔

ຮູບເງົາ ເລື້ອງ "American Hustle" ກັບ "Gravity" ນໍາໜ້າ ພວກທີ່ສະເໜີຊື່ ແຂ່ງເອົາລາງວັນອອສກ້າ (ວີດີໂອ/ສະໄລດ໌)


Christian Bale ນັກສະແດງນໍາໃນຮູບເງົາເລື້ອງ “American Hustle” ກໍຖືກສະເໜີຊື່ ແຂ່ງເອົາລາງວັນ ຕຸ໊ກກະຕາທອງຄໍາ ປະເພດນັກສະແດງຊາຍດີເດັ່ນ ເຊັ່ນກັນ. (Sony Pictures Releasing)
Christian Bale ນັກສະແດງນໍາໃນຮູບເງົາເລື້ອງ “American Hustle” ກໍຖືກສະເໜີຊື່ ແຂ່ງເອົາລາງວັນ ຕຸ໊ກກະຕາທອງຄໍາ ປະເພດນັກສະແດງຊາຍດີເດັ່ນ ເຊັ່ນກັນ. (Sony Pictures Releasing)
ຮູບເງົາຈໍານວນນຶ່ງ ທີ່ອິງໃສ່ເຫດການໃນຊີວິດຈິງ ແມ່ນຮວມ
ຢູ່ໃນພວກຮູບເງົາທີ່ຖືກສະເໜີຊື່ ເຂົ້າແຂ່ງເອົາລາງວັນຕຸ໊ກກະ
ຕາຄໍາ ອອສກ້າ ຫລື Academy Awards ຂອງສະຫະລັດ
ປະຈໍາປີນີ້.

ຮູບເງົາເລື້ອງ "American Hustle" ກັບ "Gravity" ໄດ້ຖືກ
ສະເໜີຊື່ເຂົ້າຍາດເອົາ ເລື້ອງລະ 10 ລາງວັນດ້ວຍກັນ ຕິດຕາມດ້ວຍເລື້ອງ "12 Years a Slave," "Captain Phillips," "Dallas Buyers Club," "Her," "Nebraska," "The Wolf of Wall Street," ແລະ "Philomena."

ໄດ້ມີການປະກາດຊື່ ພວກດາລານັກສະແດງ ແລະຮູບເງົາ ທີ່ຖືກສະເໜີຊື່ເຂົ້າຍາດເອົາ ລາງວັນ Oscar ປະຈໍາປີນີ້ ທີ່ຮອລລີວູດ ເມື່ອວັນພະຫັດຜ່ານມາ ໂດນສະຖາບັນສິນລະ
ປະແລະວິທະຍາສາດ ກ່ຽວກັບຮູບເງົາ ຂອງສະຫະລັດ ຫລື the Academy of Motion Picture Arts and Sciences.

ຜູ້ທີ່ຖືກສະເໜີຊື່ເຂົ້າຍາດເອົາ ລາງວັນປະເພດນັກສະແດງຍອດຍ້ຽມຝ່າຍຊາຍ ກໍມີໂຮມ
ທັງ Chiwetel Ejiofor ຈາກເລື້ອງ "12 Years a Slave", Leonardo DiCaprio ຈາກ
ເລື້ອງ "The Wolf of Wall Street", ແລະ Christian Bale ຈາກເລື້ອງ "American Hustle".


ສ່ວນຜູ້ຖືກສະເໜີຊື່ຍາດເອົາງລາງວັນນັກສະແດງຍິງຍອດຍ້ຽມ ກໍມີ Judi Dench ຈາກເລື້ອງ "Philomena", Sandra Bullock ຈາກເລື້ອງ "Gravity," ແລະ Meryl Streep ສໍາລັບບົບາດຂອງນາງ ໃນເລື້ອງ "August: Osage County".

ມີດາລາເຊື້ອສາຍອາຟຣິກາສອງຄົນ ທີ່ຖືກສະເໜີຊື່ເຂົ້າຍາດເອົາລາງວັນນັກສະແດງປະ
ກອບຍອດຍ້ຽມ ກໍຄື Lupita Nyong'o ຊາວເຄັນຢາ ສໍາລັບບົດບາດຂອງນາງ ໃນເລື້ອງ "12 Years a Slave" ກັບ Barkhad Abdi ທີ່ເກີດຢູ່ໂຊມາເລຍ ສໍາລັບບົດບາດການ ສະແດງເປັນໂຈນສະລັດຂອງເຂົາ ໃນເລື້ອງ "Captain Phillips".

ສະຖາບັນ Academy Awards ຈະຈັດພິທີມອບລາງວັນອອສກ້າ ໃນວັນທີ 2 ມີນາ ຢູ່ ນະຄອນ Los Angeles ແລະຈະຖືກຖ່າຍທອດ ອອກໄປທົ່ວໂລກ.

ເບິ່ງວີດີໂອ ກ່ຽວກັບຮູບເງົາທີ່ຖືກສະເໜີຊື່ ເຂົ້າແຂ່ງເອົາອອສກ້າ:

Diverse Group of Films Draws Oscar Buzz
please wait

No media source currently available

0:00 0:03:40 0:00
ລິງໂດຍກົງ
XS
SM
MD
LG