ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໙ ມີນາ ໒໐໒໔

ເກົາຫຼີເໜືອ ຈະດຳເນີນຄະດີ ນັກທ່ອງທ່ຽວ ອາເມຣິກັນ ເຊື້ອສາຍເກົາຫຼີ


ທ່ານ Bae ນັກທ່ອງທ່ຽວອາເມຣິກັນ ເຊື້ອສາຍເກົາຫລີ ຈະປະ ເຊິນໜ້າກັບການດຳເນີນຄະດີ ໃນຖານກໍ່ອາດຊະຍາກໍາ ຕໍ່ຕ້ານເກົາຫຼີເໜືອ.
ທ່ານ Bae ນັກທ່ອງທ່ຽວອາເມຣິກັນ ເຊື້ອສາຍເກົາຫລີ ຈະປະ ເຊິນໜ້າກັບການດຳເນີນຄະດີ ໃນຖານກໍ່ອາດຊະຍາກໍາ ຕໍ່ຕ້ານເກົາຫຼີເໜືອ.
ເກົາຫລີ​ເໜືອກ່າວ​ວ່າ ນັກ​ທ່ອງທ່ຽວອາ​ເມຣິກັນ​ເຊື້ອສາຍ​ເກົາຫຼີ​
ຄົນ​ນຶ່ງ ​ທີ່​ຖືກ​ຂັງ​ຄຸກ ຕັ້ງ​ແຕ່​ທ້າຍ​ປີ​ກາຍ​ນີ້ ຈະ​ປະເຊີນໜ້າ ​ກັບ​
ການ​ດຳ​ເນີນ​ຄະດີ​ໃນ​ຖານ​ກໍ່​ອາດຊະຍາ​ກໍາ​ຕໍ່​ຕ້ານ​ເກົາຫຼີ​ເໜືອ.

ອົງການ​ຂ່າວສູ​ນກາງ​ຂອງ​ທາງ​ການ​ເກົາຫລີ​ເໜືອ ຫຼື KCNA
ກ່າວ​ໃນ​ວັນ​ເສົາມື້​ນີ້​ວ່າ ທ່ານ Kenneth Bae ອາຍຸ 44 ປີ ​ໄດ້
​ຖືກ​ຈັບ ໃນ​ເດືອນ​ພະຈິກ​ແລ້ວ​ນີ້ ທີ່​ເມືອງ Rason.

ອົງການ​ຂ່າວ​ເກົາຫຼີ​ເໜືອ​ກ່າວ​ວ່າ ທ່ານ Bae ​ສາລະພາບ​ວ່າ
ໄດ້​ກໍ່​ອາດຊະຍາ​ກຳ​ທີ່​ແນ​ໃສ່ເພື່ອຈະ​ໂຄນ​ລົ້ມ​ລັດຖະບານ. ລາຍ​ງານ​ນີ້ບໍ່​ໄດ້​ໃຫ້​ລາຍ​ລະອຽດ​ກ່ຽວ​ກັບ​ຄວາມ​ຜິດຂອງ​ທ່ານ Bae ທີ່ຖືກ​ກ່າວ​ຫາ​ວ່າໄດ້ກະທໍາ​ນັ້ນ ​ແຕ່ກໍ​ເວົ້າ​ວ່າ ການ​ສາລະພາບ​ຂອງທ່ານ ​ໄດ້ຮັບ​ການ​ຢືນຢັນ​ໂດ​ຍຫລັກ​ຖານ.

ອົງການ​ຂ່າວ KCNA ບໍ່​ໄດ້​ບອກ​ເຖິງ​ວັນເວລາ​ໃນ​ການ​ດຳ​ເນີນ​ຄະດີ ​ແຕ່ກໍ​ກ່າວ​ວ່າ ຈະ​ມີ​ຂຶ້ນ “​ໃນ​ບໍ່​ຊ້າ​ນີ້.”

ການ​ປະກາດ​ຂອງ​ເກົາຫລີ​ເໜືອ ​ມີ​ຂື້ນ​ໃນ​ເວລາ​ທີ່ຄວາມ​ເຄັ່ງ​ຕຶງພວມ​ເພີ້ມທະວີ​ຂຶ້ນຢູ່ໃນ​ແຫຼມ​ເກົາຫລີ. ​ເກົາຫລີ​ເໜືອ ​ໄດ້​ຂົ່ມຂູ່​ທີ່​ຈະໃຊ້​ອາວຸດ​ນິວ​ເຄລຍ ໂຈມ​ຕີເກົາຫລີ​ໃຕ້​ແລະສະຫະລັດເພື່ອ​ເປັນ​ການ​ຕອບ​ໂຕ້ ຕໍ່​ການ​ຮັດ​ແໜ້ນ​ການ​ລົງ​ໂທດຕໍ່​ເກົາຫຼີ​ເໜືອ ຫຼັງຈາກ​ທີ່​ເກົາຫຼີ​ເໜືອ​ໄດ້ທົດ​ລອງ​ອາວຸດ​ນິວ​ເຄລຍ ​ໃນ​ເດືອນ​ກຸ​ມພາທີ່​ຜ່ານ​ມາ.
XS
SM
MD
LG