ລິ້ງ ສຳຫລັບເຂົ້າຫາ

ວັນພະຫັດ, ໑໘ ເມສາ ໒໐໒໔

ນັກທໍລະນີວິທະຍາ ສະຫະລັດ ຖືກປ່ອຍ ອອກຈາກຄຸກ ປະເທດຈີນ


ນາງ Xue Min (ກາງ) ລໍຖ້າພ້ອມກັບລູກສາວ ນາງ Guo Jie ໃນການດຳເນີນຄະດີອ້າຍຂອງນາງ Xue ຄືທ່ານ Xue Feng ຢູ່ນອກສານປະຊາຊົນຊັ້ນກາງເລກນຶ່ງ ຂອງປັກກິ່ງ (5 ກໍລະກົດ 2010)
ນາງ Xue Min (ກາງ) ລໍຖ້າພ້ອມກັບລູກສາວ ນາງ Guo Jie ໃນການດຳເນີນຄະດີອ້າຍຂອງນາງ Xue ຄືທ່ານ Xue Feng ຢູ່ນອກສານປະຊາຊົນຊັ້ນກາງເລກນຶ່ງ ຂອງປັກກິ່ງ (5 ກໍລະກົດ 2010)

ກຸ່ມປົກປ້ອງສິດ​ທິມະນຸ​ດກຸ່ມ​ນຶ່ງ ກ່າ​ວວ່າ ຈີນ ​ໄດ້​ປ່ອຍ​ໂຕ​ນັກ
​ທໍລະນີວິທະຍາ ອາ​ເມຣິກັນຄົນ​ນຶ່ງ ທີ່ໄດ້ຖືກຄຸກມາເປັນເວລາ
ດົນ​ກວ່າແປດ​ປີ ໃນ​ການ​ຕັດສິນ ລົງໂທດ ຍ້ອນມີ​ຄວາມ​ລັບ
ຂອງ​ລັດຖະບານຢູ່ໃນຄວາມຄອບຄອງ.

ມູນ​ນິທິ Dui Hua ທີ່​ມີ​ຫ້ອງການ​ຢູ່ນະຄອນ San Francisco
ກ່າວໃນ​ວັນ​ເສົາ​ມື້​ນີ້ວ່າ ທ່ານ Xue Feng ​ໄດ້​ຖືກ​ເນລະເທດໃຫ້ກັບຄືນ​ມາສະຫະລັດ ​ໃນ​
ທັນ​ທີ ​ຫລັງ​ຈາກທ່ານ​ໄດ້​ຖືກ​ປ່ອຍ​ໂຕ​ໃນ​ວັນ​ສຸກ​ວານ​ນີ້.

ກຸ່ມປົກປ້ອງ​ສິດທິ​ມະນຸດດັ່ງກ່າວ ເວົ້າ​ວ່າ ທ່ານ Xue ​ໄດ້​ພົບພໍ້ກັບຄອບຄົວ​ຂອງ​ທ່ານທີ່​ນະຄອນ Houston ໃນລັດ Texas ທາງ​ພາກ​ຕາ​ເວັນ​ຕົກ​ສຽງໃຕ້ ຂອງສະຫະລັດ ​ໃນ
​ແລງ​ວັນ​ສຸກ​ວານ​ນີ້.

ທ່ານ Xue ​ຊຶ່ງເປັນຄົນ​ສັນຊາດ​ອາເມຣິກັນເຊື້ອສາຍຈີນ ​ໄດ້​ຖື​ກກັກ​ຂັງ​ເມື່ອ ເດືອນ​ພະ
ຈິກ​ປີ 2007 ຫລັງ​ຈາກ​ໄດ້​ຊື້​ຂໍ້​ມູນ ກ່ຽວ​ກັບ​ອຸດສາຫະກໍາ​ນໍ້າມັນ​ຂອງ​ຈີນ ​ໃນ​ຂະນະ​ທີ່​ເຮັດ
​ວຽກ​ໃຫ້​ແກ່ບໍລິສັດພະລັງງານແລະທີ່​ປືກສາ​ດ້ານ​ວິ​ຊະວະ​ກຳ HIS ຂອງສະຫະລັດ​.

China has freed an American geologist who spent more than eight years in prison on a conviction of procuring state secrets, a human rights group said.

The San Francisco-based Dui Hua foundation said on Saturday that Xue Feng was deported back to the U.S. immediately after his release on Friday.

The group said Xue was reunited with his family in Houston, ((in the southwestern U.S. state of)) Texas Friday evening.

Xue, a Chinese-born U.S. citizen, was detained in November of 2007 after buying a database on China's oil industry while working for U.S. energy and engineering consulting firm IHS.

XS
SM
MD
LG