ລິ້ງ ສຳຫລັບເຂົ້າຫາ

ວັນພະຫັດ, ໒໕ ເມສາ ໒໐໒໔

ກິລາອາເມຣິກັນຟຸດບອລ ສໍາລັບນັກຮຽນ ຢູ່ໃນສະຫະລັດ


ພາບຖ່າຍທີ່ນໍາສະເໜີໂດຍ ແມ່ຂອງທ້າວຄອຍ, ເປັນພາບທີ່ທ້າວຄອຍ (ຊ້າຍ) ຖ່າຍຮູບຮ່ວມກັບພໍ່ຂອງລາວ ຫຼັງຈາກຈົບເກມການແຂ່ງຂັນປະຈໍາລະດູການຂອງໂຮງຮຽນ. ຄວາມສໍາເລັດຂັ້ນນຶ່ງຂອງລູກໆ ຄືຄວາມພາກພູມໃຈອີກຂັ້ນນຶ່ງຂອງພໍ່ ແລະແມ່ສະເໝີ.
ພາບຖ່າຍທີ່ນໍາສະເໜີໂດຍ ແມ່ຂອງທ້າວຄອຍ, ເປັນພາບທີ່ທ້າວຄອຍ (ຊ້າຍ) ຖ່າຍຮູບຮ່ວມກັບພໍ່ຂອງລາວ ຫຼັງຈາກຈົບເກມການແຂ່ງຂັນປະຈໍາລະດູການຂອງໂຮງຮຽນ. ຄວາມສໍາເລັດຂັ້ນນຶ່ງຂອງລູກໆ ຄືຄວາມພາກພູມໃຈອີກຂັ້ນນຶ່ງຂອງພໍ່ ແລະແມ່ສະເໝີ.

ຊ່ວງນີ້ ພໍດີເປັນໄລຍະລະດູການແຂງ​ຂັນກິລາ ອາເມຣິກັນຟຸດບອລ, ບໍ່ແມ່ນສະເພາະແຕ່ສໍາລັບການແຂ່ງຂັນຂອງນັກກິລາອາຊີບເທົ່ານັ້ນ ແຕ່ຍັງມີລະດັບມະຫາວິທະຍາໄລ ແລະໂຮງຮຽນມັດທະຍົມປາຍນໍາອີກດ້ວຍ.

ທ້າວ ຄອຍ ບັອບບີ້ ນະຈໍາປາສັກ, ຜູ້ທີ່ເປັນນັກກິລາອາເມຣິກັນຟຸດບອລຂອງໂຮງຮຽນມັດທະຍົມປາຍແຫ່ງນຶ່ງ ໃນເມືອງເຮເມັດທ໌ (Hemet) ລັດຄາລິຟໍເນຍ ກ່າວຕໍ່ VOA ພາກພາສາລາວວ່າ:

“ຂະນ້ອຍມີຄວາມມັກ ຄວາມຮັກໃນກິລາປະເພດນີ້ຫຼາຍ, ສະນັ້ນ ຂະນ້ອຍຈຶ່ງໄດ້ມີຄວາມຄິດໃນການຫຼິ້ນກິລານີ້ຕໍ່ໃນໂຮງຮຽນມັດທະຍົມປາຍ. ແມ່ນລະ ມັນຊ່ວຍຂະນ້ອຍໄດ້ຫຼາຍ ມັນເຮັດໃຫ້ຂະນ້ອຍມີໝູ່ ແລະມັນກໍຍັງເປັນສິ່ງທີ່ວ່າ ດີສໍາລັບຂະນ້ອຍຫຼາຍ, ເຊິ່ງມັນໄດ້ເຮັດໃຫ້ຂ້ອຍຮຽນຮູ້ໃຫ້ກົງເວລາ ມີຄວາມຮັບ ຜິດຊອບ ພັດທະນາຄວາມປະພຶດ, ຂະນ້ອຍກໍມີຄວາມຄິດຢາກຈະຫຼິ້ນກິລາຟຸດ ບອລຢູ່ ມະຫາວິທະຍາໄລຕໍ່ ແຕ່ຂະນ້ອຍກໍຢາກຈະເຮັດໃຫ້ໝັ້ນໃຈວ່າຂະນ້ອຍຈະມີໂອກາດຖືກຮັບເຂົ້າຫຼິ້ນ ຢູ່ໃນທີມຂອງມະຫາວິທະຍາໄລ”

ກິລາທຸກໆປະເພດ ແມ່ນສ້າງຄວາມແຂງແຮງໃຫ້ແກ່ຮ່າງກາຍ ແລະກໍເປັນການດີສໍາລັບຜູ້ລົງຫຼິ້ນເອງ ທີ່ຈະໄດ້ໃຊ້ເວລາເຂົ້າໃນການຫຼິ້ນກະລາກັບໝູ່ເພື່ອນໂດຍສະເພາະກັບໝູ່ນັກຮຽນນໍາກັນ, ພ້ອມກັນນັ້ນ ມັນກໍຍັງຈະເປັນການສ້າງອະນາ ຄົດຂ້າງໜ້າອີກດ້ວຍ ຖ້າຜູ້ຫຼິ້ນຫາກມີຄວາມສາມາດ ແລະມີທັກສະທີ່ດີໃນການຫຼິ້ນ ນັກຮຽນຄົນນັ້ນກໍອາດຈະໄດ້​ຮັບທຶນການສຶກສາ ຫຼືອາດຈະໄດ້ກາຍເປັນນັກອາເມຣິກັນຟຸດບອລອາຊີບໃນອະນາຄົດໄດ້.

ສໍາລັບກິລາອາເມຣິກັນຟຸດບອລ ເປັນກິລາທີ່ຄົນອາເມຣິກັນພາກັນນິຍົມເບິ່ງຫຼາຍທີ່ສຸດ, ອີງຕາມຂໍ້ມູນຈາກເວັບໄຊທ໌ຂອງ NFL ໃນແຕ່ລະປີ ມີຜູ້ຕິດຕາມເບິ່ງການແຂ່ງຂັນຮອບຊິງຊະນະເລີດ ຫຼື Super Bowl ຜ່ານທາງໂທລະພາບເປັນຈໍານວນຫຼາຍລ້ານຄົນ. ໃນນັ້ນ, ປີ 2020 ມີຜູ້ຕິດຕາມຫຼາຍທີ່ສຸດ ເຊິ່ງມີ ຈໍານວນຜູ້ຊົມເຂົ້າເບິ່ງຫຼາຍກວ່າ 100 ລ້ານຄົນ.

XS
SM
MD
LG