ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໙ ມີນາ ໒໐໒໔

ນັກສ້າງຮູບເງົາ ຊາວອາເມຣິກັນ ສະໜັບສະໜຸນ ນັກສ້າງຮູບເງົາໃນ ສປປ ລາວ


ທ່ານນາງ ຊີຣິລ ມີລເລີ ຮາວເຊີ ນັກສ້າງຮູບເງົາອາເມຣິກັນ
ທ່ານນາງ ຊີຣິລ ມີລເລີ ຮາວເຊີ ນັກສ້າງຮູບເງົາອາເມຣິກັນ

ຜູ້ສ້າງຮູບເງົາ ຈາກສະຫະລັດ ໄດ້ເດີນທາງມາຢ້ຽມຢາມ ສປປ ລາວ ແຕ່ວັນທີ 11 ຫາ
16 ພຶດສະພາ ເພື່ອມາສາຍຮູບເງົາ ກ່ຽວກັບຜູ້ປະກອບການ ແລະຍັງໄດ້ປຶກສາຫາລື ການສົ່ງເສີມທຸລະກິດຂະໜາດນ້ອຍ ໃນ ສປປ ລາວ.

ທ່ານນາງ ຊີຣິລ ມີລເລີ ຮາວເຊີ (Cheryl Miller Houser) ແມ່ນເປັນຜູ້ສ້າງ ແລະ ຜູ້ກຳກັບຮູບເງົາ ທີ່ມີຊື່ສຽງຈາກນິວຢອກ. ການມາຢ້ຽມຢາມ ສປປ ລາວ ໃນຄັ້ງນີ້ ແມ່ນໄດ້ຮັບການສະໜັບສະໜູນ ຈາກກະຊວງການຕ່າງປະເທດ ເພື່ອມາສາຍຮູບເງົາ ຂອງສະຫະລັດ. ຮູບເງົາເລື້ອງຫຼ້າສຸດທີ່ເພິ່ນໄດ້ສ້າງແມ່ນເລື້ອງກ່ຽວກັບ ຮຸ້ນບຸກເບີກ
ເບີດທຸລະກິດໃຫມ່ ຫຼື Generation Startup ທີ່ໄດ້ຖ່າຍທຳກ່ຽວກັບເລື້ອງລາວຂອງ
ໄວໜຸ່ມຈຳນວນ 6 ຄົນ ແລະຄວາມທ້າທາຍທີ່ພວກເຂົາໄດ້ປະເຊີນ ໃນເວລາທີ່ກຳລັງ
ເປີດທຸລະກິດໃໝ່ຢູ່ທີ່ນະຄອນດີທຣອຍ (Detroit) ລັດມີຊີແກນ (Michigan).

ໃນໄລຍະເວລາທີ່ທ່ານນາງຢູ່ ສປປ ລາວນັ້ນ ທ່ານນາງຮາວເຊີ ໄດ້ສາຍຮູບ ເງົາຂອງ
ເພິ່ນໃຫ້ແກ່ນັກສຶກສາ ຢູ່ທີ່ຄະນະເສດຖະສາດ ແລະບໍລິຫານທຸລະກິດ ມະຫາວິທະຍາ
ໄລແຫ່ງຊາດ, ມະຫາວິທະຍາໄລສຸດສະກະແລະ ມະຫາວິທະຍາ ໄລບໍລິຫານທຸລະກິດ
ລັດຕະນະ. ຫຼັງຈາກເບິ່ງຮູບເງົາແລ້ວ, ບັນດານັກສຶກສາໄດ້ມີການແລກປ່ຽນ ແລະປຶກ
ສາຫາລືກັນ ກ່ຽວກັບຄວາມສຳຄັນ ຂອງ ຜູ້ປະກອບການ ເພື່ອເປັນການກະຕຸ້ນເສດ
ຖະກິດ ໃນ ສປປ ລາວ.

ທ່ານນາງຮາວເຊີ ຍັງໄດ້ໄປບັນລະຍາຍ ຢູ່ທີ່ Toh-X Co-Working Space ໃຫ້ບັນດາຜູ້ປະກອບການໄວໜຸ່ມທີ່ເຮັດວຽກກ່ຽວກັບ ເຕັກໂນໂລຈີ ແລະອຸດສາຫະກໍາ
ດິຈິຕອນ ແລະ ຍັງໄດ້ແລກປ່ຽນປະສົບການກັບບັນດານັກທຸລະກິດຍິງທີ່ສູນຜູ້ປະກອບ
ການຍິງ (Women’s Entrepreneurial Center) ແລະ ທ່ານນາງຍັງໄດ້ບັນລະຍາຍ ຢູ່ສູນອາເມຣິກາ ທີ່ທາດດຳ.

ເອກອັກຄະລັດຖະທູດສະຫະລັດ ປະຈຳ ສປປ ລາວ ທ່ານນາງ ຣີນາ ບິດເຕີ ໄດ້ກ່າວ
ກ່ຽວກັບຮູບເງົາ ຢູ່ທີ່ງານລ້ຽງເຊິ່ງຈັດຂື້ນຢູ່ທີ່ບ້ານພັກທ່ານທູດວ່າ “ສະ ຖານທູດ
ສະຫະລັດ ໄດ້ມີຄວາມມຸ້ງໝັ້ນ ໃນການປະກອບສ່ວນໃຫ້ ສປປ ລາວສຶບຕໍ່
ໃນການເຕີບໂຕທາງດ້ານເສດຖະກິດ ແລະ ການສົ່ງເສີມຜູ້ປະກອບການ ກໍ່ເປັນສ່ວນໜຶ່ງທີ່ສຳຄັນ.”

ໃນງານລ້ຽງ ເມື່ອວັນທີ 12 ພຶດສະພາຜ່ານມາ ແມ່ນຈັດເປັນກຽດໃຫ້ບັນດາຜູ້ສ້າງ
ຮູບເງົາ ທີ່ມີຊືສຽງເຊິ່ງລວມມີ ທ່ານອານຸສອນ ຊິຣິສັກດາ, ດວງມະນີ ໂຊລິພັນ
ແລະທ່ານນາງແມັດຕີ້ໂດ ຈາກ Lao Art Media, ທ່ານ ອານິໄຊ ແກ້ວລາ ຈາກ
Lao New Wave Cinema ທ່ານ ເຈ້ຍ ປາຊິຟິກ ຈາກ Kheoheng Productions
ແລະ ນັກສ້າງຮູບເງົາໄວໜຸມຈາກອົງການ Lone Buffalo ທີ່ ແຂວງຊຽງຂວາງ.

ທ່ານນາງຮາວເຊີ ໄດ້ກ່າວວ່າ “ຂ້າພະເຈົ້າຮູ້ສືກປະທັບໃຈຕໍ່ກັບພອນສະຫວັນຂອງ
ຜູ້ສ້າງຮູບເງົາລາວ. ຂ້າພະເຈົ້າມີຄວາມພາກພູມໃຈທີ່ສຸດທີ່ໄດ້ເຮັດວຽກກັບຜູ້ທີ່ມີ
ສ່ວນຮ່ວມໃນການສ້າງຮູບເງົາ ແລະ ວຽກງານຜູ້ປະກອບການ ໃນ ສປປ ລາວ.
ການຢ້ຽມຢາມສປປ ລາວ ແມ່ນສ່ວນນຶ່ງຂອງການຢ້ຽມຢາມ 3 ປະເທດ ໃນເຂດ
ເອເຊຍຕາເວັນອອກສຽງໃຕ້ ຮວມທັງຫວຽດນາມ ແລະກຳປູເຈຍ.

XS
SM
MD
LG