ລິ້ງ ສຳຫລັບເຂົ້າຫາ

ວັນອັງຄານ, ໑໙ ມີນາ ໒໐໒໔

ກຸ່ມຫົວຮຸນແຮງອາເມຣິກັນ ແມ່ນເປັນ ‘ແຫຼ່ງທີ່ມາຂອງແຮງບັນດານໃຈ,’ ເຈົ້າໜ້າທີ່ຕໍ່ຕ້ານການກໍ່ການຮ້າຍກ່າວ


ແຟ້ມພາບ - ໂຈເຊຟ ຣູຟ, ພໍ່ຕູ້ຂອງດີແລນ ຣູຟ, ຍ່າງຜ່ານຫຼານຊາຍຂອງລາວ ເພື່ອກ່າວຕໍ່ສານ ຂະນະທີ່ ດີແລນ ຣູຟ ປະກົດຕົວ ຢູ່ໃນສານເມືອງ ຊາຣ໌ລສຕັນ ວັນຈັນ ທີ 10 ເມສາ 2017 ເພື່ອສາລະພາບຄວາມຜິດໃນຂໍ້ຫາຄາດຕະກຳ ໃນເມືອງຊາຣ໌ລສຕັນ ລັດຄາໂຣໄລນາໃຕ້
ແຟ້ມພາບ - ໂຈເຊຟ ຣູຟ, ພໍ່ຕູ້ຂອງດີແລນ ຣູຟ, ຍ່າງຜ່ານຫຼານຊາຍຂອງລາວ ເພື່ອກ່າວຕໍ່ສານ ຂະນະທີ່ ດີແລນ ຣູຟ ປະກົດຕົວ ຢູ່ໃນສານເມືອງ ຊາຣ໌ລສຕັນ ວັນຈັນ ທີ 10 ເມສາ 2017 ເພື່ອສາລະພາບຄວາມຜິດໃນຂໍ້ຫາຄາດຕະກຳ ໃນເມືອງຊາຣ໌ລສຕັນ ລັດຄາໂຣໄລນາໃຕ້

ມີ​ຄວາມ​ຮູ້ສຶກ​ ໃນ​ບັນດາ​ເຈົ້າ​ໜ້າ​ທີ່ອະວຸ​ໂສ ດ້ານການຕໍ່​ຕ້ານ​ການ​ກໍ່​ການ​ຮ້າຍ​ ​ຂອງ​ສະຫະລັດ ​ວ່າການ​ກະທຳ​ຂອງ​ຊາວ​ອາ​ເມຣິ​ກັນຈຳນວນ​ນື່ງ​ ​ກຳລັງ​ຊ່ວຍ​ຊຸກຍູ້​ການ​ຂະຫຍາຍໂຕ​ຂອງ​ກຸ່ມຈຳແນກເຊື້ອຊາດຜິວພັນ ​ແລະກຸ່ມ​ຫົວ​ຮຸນ​ແຮງຂວາຈັດ​ໃນ​ທົ່ວ​ໂລກ.

ໂດຍສະເພາະແມ່ນ, ເຈົ້າໜ້າທີ່ເຫຼົ່ານີ້ ຊີ້ໄປທີ່ການຍິງສັງຫານໝູ່ ແລະການໂຈມຕີທີ່ໄດ້ຮັບຄວາມສົນໃຈຢ່າງສູງອື່ນໆ ໃນສະຫະລັດ, ເຊິ່ງໄດ້ຊ່ວຍປ່ຽນຜູ້ກະທຳຜິດ ໃຫ້ເປັນຜູ້ສະຫຼະຊີບ ເພື່ອກຸ່ມ ແລະບຸກຄົນ ທີ່ມີແນວຄິດແບບດຽວກັນ.

“ຂ້າພະເຈົ້າບໍ່ຕ້ອງການ ໃສ່ຕົວເລກໃຫ້ມັນ ຫຼືອັນໃດທັງນັ້ນ. ຂ້າ​ພະ​ເຈົ້າ​ບໍ່​ສາ​ມາດ​ວັດແທກປະ​ລິ​ມານຂອງ​ມັນ​ໄດ້,” ຜູ້​ປະ​ສານ​ງານ​ດ້ານການຕໍ່ຕ້ານ​ການ​ກໍ່​ການ​ຮ້າຍ​ແຫ່ງ​ຊາດ​ຂອງ​ສະ​ຫະ​ລັດ ທ່ານນິໂຄລສ໌ ຣາສມຸສເຊນ (Nichols Rasmussen) ກ່າວ​ຕໍ່​ກອງ​ປະ​ຊຸມ​ຄວາມ​ປອດ​ໄພ ແບບອອນລາຍ ໃນ​ວັນ​ອັງ​ຄານນີ້.

"ແຕ່ໂຊກບໍ່ດີ ທີ່ມັນເກີດຂື້ນເລື້ອຍໆ ເກີນໄປ, ໂດຍທີ່ຊາວອາເມຣິກັນ ຫຼືປະຊາຊົນໃນສະຫະລັດ ທີ່ເປັນຜູ້ກໍ່ເຫດ ຫຼືການໂຈມຕີທີ່ເປັນໜ້າຢ້ານກົວເລົ່ານີ້, ເຮັດໜ້າທີ່ເປັນແຮງບັນດານໃຈ ແລະປະກອບສ່ວນເຂົ້າໃນຄວາມຮຸນ ແຮງໃນພາກສ່ວນອື່ນໆໃນໂລກ," ທ່ານໄດ້ກ່າວ. "ຊື່ຂອງພວກເຂົາ, ລະບົບຄວາມເຊື່ອຂອງພວກເຂົາ ປະກົດຢູ່ໃນບົດຂຽນ ຫຼືຄໍາເວົ້າຂອງຜູ້ໂຈມຕີທີ່ມີສ່ວນຮ່ວມໃນກິດຈະກໍາປະເພດນັ້ນໃນຕ່າງປະເທດ."

ຄວາມກັງວົນດັ່ງກ່າວ ບໍ່ແມ່ນເລື່ອງໃຫມ່; ນັກຄົ້ນຄວ້າ, ເຈົ້າໜ້າທີ່ຝ່າຍຕາເວັນຕົກ ແລະແມ່ນແຕ່ອະດີດສະມາຊິກລັດຖະສະພາສະຫະລັດບາງຄົນ ກໍມີຄວາມວິຕົກກັງວົນຮ່ວມກັນ ມາຫຼາຍປີແລ້ວ ວ່າກຸ່ມທີ່ຕັ້ງຢູ່ໃນສະຫະລັດ ໄດ້ມີບົດບາດສຳຄັນໃນການແຜ່ຂະຫຍາຍອຸດົມການຈຳແນກເຊື້ອຊາດຜິວພັນ ແລະຝ່າຍຂວາຈັດ.

ອ່ານຂ່າວນີ້ເປັນພາສາອັງກິດ

XS
SM
MD
LG