ພະນັກງານການແພດຊາວອາເມຣິກັນອີກຄົນນຶ່ງ ທີ່ເຮັດວຽກຢູ່
ປະເທດ Liberia ໄດ້ຖືກວິນິດໄສວ່າ ຕິດເຊື້ອໄວຣັສຂອງໂຣກ
Ebola ເປັນຜູ້ທີ່ສອງ.
ກຸ່ມຊ່ອຍເຫຼືອ Samaritan’s Purse ທີ່ມີສຳນັກງານຢູ່ລັດ
North Carolina ກ່າວໃນວັນອາທິດວານນີ້ວ່າ ທ່ານນາງ
Nancy Writebol ແມ່ນມີອາການທຸ່ນທ່ຽງ ແຕ່ກໍຍັງ ສາຫັດຢູ່
ທີ່ໂຮງພະຍາບານແຫ່ງນຶ່ງ ໃນນະຄອນຫລວງ Monrovia.
ທ່ານນາງໄດ້ຊ່ອຍເຫຼືອຜູ້ປ່ວຍເປັນໂຣກ Ebola ຢູ່ສູນຄຸ້ມຄອງກໍລະນີຄົນປ່ວຍ ໃນເມືອງຫຼວງຂອງ Liberia.
ອົງການຊ່ອຍເຫຼືອນີ້ ໄດ້ກ່າວໃນວັນເສົາຜ່ານມາວ່າ ທ່ານໜໍ Kent Brantly ຜູ້ອຳນວຍ ການຂອງສູນດັ່ງກ່າວ ໄດ້ຖືກວິນິດໄສວ່າຕິດເຊື້ອໂຣກ Ebola ທີ່ຮ້າຍແຮງເຖິງຕາຍນີ້. ທ່ານໄດ້ເຂົ້າຮັກສາຕົວ ຢູ່ສູນກາງໂດດດ່ຽວຄົນປ່ວຍຂອງອົງການ ທີ່ Monrovia.
ຂ່າວຊາວ ອາເມຣິກັນ 2 ຄົນນີ້ຖືກວິນິດໄສວ່າຕິດເຊື້ອໂຣກ Ebola ນັ້ນ ໄດ້ມີຂຶ້ນຫຼັງຈາກການຕາຍຂອງທ່ານໝໍ Samuel Brisbane ທີ່ຫາກໍເສຍຊີວິດໄປໃນວັນເສົາຜ່ານມານີ້ໃນຢູ່ສູນປິ່ນປົວແຫ່ງ ນຶ່ງ ໃນເຂດຊານນະຄອນຫລວງ Monrovia.
ທ່ານໝໍ Brisbane ແມ່ນເປັນນາຍແພດຂັ້ນອະວຸໂສ ຢູ່ໂຮງພະຍາບານທີ່ໃຫຍ່ສຸດຂອງ Liberia ບ່ອນທີ່ທ່ານໄດ້ຊ່ອຍຮັກສາຄົນໄຂ້ທີ່ເປັນໂຣກ Ebola ນີ້.