ລິ້ງ ສຳຫລັບເຂົ້າຫາ

ວັນພະຫັດ, ໒໕ ເມສາ ໒໐໒໔

ຊາຍ​ໜຸ່ມ ອາ​ເມຣິກັນ ທີ່ຖືກຄຸມຂັງ ຢູ່ເກົາຫຼີເໜືອ ກ່າວເຖິງ ຊີວິດອັນທຸກຍາກ (ວີດີໂອ)


ທ້າວ Matthew Miller ຊາຍ​ໜຸ່ມອາ​ເມຣິກັນ ທີ່​ຖືກຕັດສິນ​ລົງ​ໂທດ ​ໃຫ້​ເຮັດ​ວຽກອອກແຮງງານໜັກ ​ຢູ່ຄ້າຍສັບພະ​ທຸກ​ເປັນ​ເວລາ 6 ປີ ​ໃນ​ເກົາຫຼີ​ເໜືອ ໃນລະຫວ່າງການສຳພາດ ຢູ່ນະຄອນຫລວງພຽງຢາງ ປະເທດເກົາຫຼີ​ເໜືອ, ວັນທີ 24 ກັນຍາ 2014.
ທ້າວ Matthew Miller ຊາຍ​ໜຸ່ມອາ​ເມຣິກັນ ທີ່​ຖືກຕັດສິນ​ລົງ​ໂທດ ​ໃຫ້​ເຮັດ​ວຽກອອກແຮງງານໜັກ ​ຢູ່ຄ້າຍສັບພະ​ທຸກ​ເປັນ​ເວລາ 6 ປີ ​ໃນ​ເກົາຫຼີ​ເໜືອ ໃນລະຫວ່າງການສຳພາດ ຢູ່ນະຄອນຫລວງພຽງຢາງ ປະເທດເກົາຫຼີ​ເໜືອ, ວັນທີ 24 ກັນຍາ 2014.

ຊາຍ​ໜຸ່ມອາ​ເມຣິກັນ ທີ່​ຖືກຕັດສິນ​ລົງ​ໂທດ ​ໃຫ້​ເຮັດ​ວຽກອອກ
ແຮງງານໜັກ ​ຢູ່ຄ້າຍສັບພະ​ທຸກ​ເປັນ​ເວລາ 6 ປີ ​ໃນ​ເກົາຫຼີ​ເໜືອ
​ໄດ້​ບັນ​ລະ​ຍາຍ​ເຖິງຊີວິດໃໝ່ຂອງ​ລາວວ່າ ບໍ່ສາມາດພົບກັບຜູ້ໃດ
​ ຢູ່​ໃນ​ປະເທດ​ຄອມ​ມິ​ວນິສທີ່ໂດດດ່ຽວດັ່ງກ່າວ.

ທ້າວ Matthew Miller ​ໄດ້​ໂອ້​ລົມ​ກັບ​ອົງການ​ຂ່າວ AP ​ໃນ​ວັນ
​ພະຫັດ​ມື້​ນີ້ ຊຶ່ງ​ເປັນ​ມື້​ທຳ​ອິດ​ຂອງ​ການ​ຮັບໃຊ້​ໂທດຂອງ​ລາວ ຫຼັງ
ຈາກທີ່​ໄດ້​ຖືກພົບເຫັນວ່າມີຄວາມ​ຜິດ ​ໃນ​ຂໍ້​ຫາການ​ກະທຳ​ທີ່ເປັນ
“ປໍ​ລະ​ປັກ” ຕໍ່ຕ້ານລັດ.

ທ້າວ Miller ທີ່ໂກນ​ຫົວ ​ແລະ​ໃສ່​ຊຸດນັກ​ໂທດສີ​ຂີ້​ເທົ່າ ​ໄດ້​ກ່າວ​ວ່າ
ລາວ​ຖືກ​ບັງຄັບ​ໃຫ້​ເຮັດ​ວຽກ 8 ຊົ່ວ​ໂມງ​ຕໍ່​ມື້ ໂດຍຂຸດ​ດິນໃນສວນ​ແຕ່​ວ່າ ສຸຂະພາບ​ຂອງ​
ລາວ ​ບໍ່​ໄດ້​ຊຸດໂຊມລົງແຕ່ຢ່າງໃດ.

ທ້າວ Miller ​ເວົ້າວ່າ “ຊີວິດ​ຢູ່​ໃນ​ຄຸກ ​ແມ່ນ​ເຮັດ​ວຽກ 8 ຊົ່ວ​ໂມງ​ຕໍ່​ມື້. ສ່ວນ​ໃຫຍ່​ແລ້ວ
ມັນ​ເປັນ​ການ​ປູກຝັງ​ທາງ​ກະ​ສິກຳ ຄືເຮັດວຽກ​ຢູ່​ກັບດິນ ຂຸດໄປຂຸດມາ. ນອກຈາກ​
ນັ້ນ​ແລ້ວ ​ແມ່ນ​ການຢູ່​ຕາມ​ລຳພັງ​ແບບໂດດ ດ່ຽວ ບໍ່​ໃຫ້​ພົບ​ກັບ​ຜູ້​ໃດ​ເລີຍ. ​ແຕ່
ສຸຂະພາບຂ້ອຍດີ​ຢູ່ ບໍ່​ປ່ວຍ ບໍ່​ເຈັບ ຫຍັງ.”

ທ້າວ Miller ກ່າວ​ອີກ​ວ່າ ລາວໄດ້​ຮ້ອງ​ຂໍ​ຄວາມ​ຊ່ວຍ​ເຫຼືອ​ໃນ​ຈົດ ໝາຍຫຼາຍໆ​ສະບັບ ທີ່ສົ່ງ​ເຖິງ​ສະຕີ​ໝາຍ​ເລກ​ນຶ່ງ​ທ່ານ​ນາງ Michelle Obama ​ແລະ ລັດຖະມົນຕີ​ຕ່າງປະ​ເທດ ທ່ານ John Kerry ​ພ້ອມ​ກັນ​ກັບ ຜູ້​ດຳ​ລົງ​ຕຳ​ແໜ່​ງກ່ອນ​ໜ້າ​ນີ້ ຄື​ທ່ານນາງ Hillary Clinton ນັ້ນ.

​ເກົາຫຼີ​ເໜືອ ຍັງ​ກັກ​ຂັງ​ຊາວອາ​ເມ​ຣິກັນອີກ 2 ຄົນ. ​ເ​ຊື່​ອກັນ​ວ່າ​ເກົາຫຼີ​ເໜືອ​ຫາ​ທາງ​ທີ່​ຈະ​ໃຫ້​ມີການ​ເດີນທາງໄປ​ຢ້ຽມຢາມ​ ໂດຍເຈົ້າໜ້າ​ທີ່​ລະດັບ​ສູງສະຫະລັດ ​ເພື່ອ​ຊ່ວຍ​ເຈ​ລະ​ຈາຕົກ​ລົງການໃຫ້​ປ່ອຍ​ຕົວ​ພວກ​ກ່ຽວ​ນັ້ນ.

ທ້າວ Miller ​ໄວ 25 ປີ ​ໄດ້​ຖືກ​ຈັບ​ກຸມ ​ໃນ​ເດືອນ​ເມສາ​ຜ່ານ​ມາ ຫຼັງ ຈາກ​ທີ່​ໄດ້​ຈີກ​ວີ​ຊາ​ຂອງ​ລາວ​ຖິ້ມ​ຢູ່​ທີ່​ກົມ​ກວດ​ຄົນ​ເຂົ້າ​ເມືອງ ​ແລະ​ໄດ້​ຮຽກຮ້ອງ​ຂໍ​ຢູ່​ລີ້​ໄພ​ໃນ​ເກົາຫຼີ​ເໜືອ. ອົງການ​ຂ່າວ​ຂອງທາງການເກົາຫລີ ເໜືອ​ກ່າວ​ຫາ​ລາວ​ວ່າ ​ພະຍາຍາມແຊກ​ຊຶມ​ເຂົ້າ​ໃນ​ຄຸກ​ຂອງ​ເກົາຫຼີ​ເໜືອ ຢ່າງ​ລັບໆ.

NOKOR US PRISONER SOTVO
please wait

No media source currently available

0:00 0:00:51 0:00

XS
SM
MD
LG