ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໙ ມີນາ ໒໐໒໔

ຄົນ ອາເມຣິກັນຜູ້ນຶ່ງ ທີ່ຖືກຈັບຢູ່ໃນ ອີຣ່ານ ເດີນທາງມາຮອດ ສະຫະລັດ ສ່ວນ ຄົນອື່ນໆ ແມ່ນຍັງຢູ່ ເຢຍລະມັນ


US, Iran Swap Prisoners
please wait

No media source currently available

0:00 0:02:30 0:00

ຊົມວິດີໂອ ກ່ຽວກັບ ລາຍງານນີ້

ໜຶ່ງໃນຈຳນວນຄົນ ອາເມຣິກາ ທີ່ອີຣ່ານປ່ອຍໂຕ ໄດ້ເດີນທາງ ຮອດບ້ານແລ້ວ ໃນຕອນຄ່ຳຂອງວັນອາທິດວານນີ້, ໃນຂະນະທີ່ ຄົນອື່ນໆແມ່ນຍັງຢູ່ໃນປະເທດ ເຢຍລະມັນ ເພື່ອຮັບການຮັກສາ ສຸຂະພາບທີ່ໂຮງໝໍທະຫານ ສະຫະລັດ.

ໜັງສືພິມ The Boston Globe ໄດ້ເຜີຍແຜ່ຮູບພາບຂອງທ້າວ Matthew Trevithick ແລະ ແມ່ຂອງລາວທີ່ສະໜາມບິນ Logan ຂອງນະຄອນ Boston. ບ່ອນທີ່ລາວໄດ້ເດີນທາງຮອດໃນຕອນຄ່ຳ ຂອງວັນອາທິດວານນີ້ໂດຍຖ້ຽວບິນ ຈາກປະເທດ ເທີກີ. ລາວໄດ້ ຖືກກັກຂັງດົນກວ່າໜຶ່ງສັບປະດາທີ່ຄຸກ Evin ຂອງ ອີຣ່ານ ຍ້ອນ ເຫດຜົນທີ່ບໍ່ທັນກະຈ່າງແຈ້ງເທື່ອ.

ລັດຖະມົນຕີການຕ່າງປະເທດ ສະຫະລັດ ທ່ານ John Kerry ໄດ້ກ່າວໃນວັນອາທິດວານນີ້ວ່າ ທ້າວ Trevithick ແລະ ຄົນ ອາເມຣິກາ ອີກຄົນໜຶ່ງ ທ້າວ Nosratollah Khosvari-Roodsari ໄດ້ຖືກ “ຈັບກຸມຢ່າງບໍ່ຍຸດຕິທຳໃນ ອີຣ່ານ.”

ທ່ານ Kerry ໄດ້ປະກາດໃນວັນອາທິດວານນີ້ວ່າ ນັກຂ່າວໜັງສືພິມ Washington Post ທ້າວ Jason Rezaian, ອະດີດທະຫານເຮືອ ສະຫະລັດ ທ້າວ Amir Mirzaei Hekmati ແລະ ນັກສອນສາສະ ໜາ ຄຣິສຕຽນ Saeed Abedini ແມ່ນປອດໄພຢູ່ໃນປະເທດ ເຢຍລະມັນ. ທ້າວ Rezaian ໄດ້ຖືກຕິດຕາມໄປດ້ວຍພັນລະຍາຂອງລາວ, ນັກຂ່າວທ້າວ Yeganeh Salehi ແລະ ແມ່ຂອງລາວ.

US Iran Relations
please wait
Embed

No media source currently available

0:00 0:03:01 0:00

XS
SM
MD
LG