ໃນຄ່ຳຄືນນີ້ທາງລາຍການສຽງເພງຈາກແດນໄກຂອງ VOA ຈະມາກ່ອມທ່ານຜູ້ຟັງ
ດ້ວຍເພງ ລູກທົ່ງອາເມຣິກັນ ທີ່ເປັນເພງຮິດ ຕິດອັນດັບ ຈະເປັນຂອງສິນລະປິນ
ທ່ານໃດແດ່ນັ້ນ ຂໍເຊີນທ່ານເຂົ້າສູ່ລາຍການໄດ້ນະບັດນີ້.
ສບາຍດີ ທ່ານແຟນລາຍການສຽງເພງຈາກແດນໄກຂອງວີໂອເອ ທີ່ກຳລັງຕິດຕາມ
ຮັບຟັງຢູ່ໃນຂະນະນີ້ ຊຶ່ງສັບປະດານີ້ວັນນະສອນຈະພາທ່ານຜູ້ຟັງເຂົ້າໄປຮັບຟັງເພງ
ອາເມຣິກັນລູກທົ່ງ ເພງ When You Say Nothing At All ຂອງ Keith Whitley ນີ້
ມີຄວາມໝາຍສຸດຊຶ້ງກິນໃຈ ເພາະວ່າເນື້ອເພງ ບອກວ່າ…ຮອຍຍິ້ມອັນອ່ອນຫວານ
ທີ່ຍິ້ມມານັ້ນມັນຊ່າງອົບອຸ່ນ ສື່ເຖິງຄວາມຮັກຄວາມເອົາໃຈໃສ່ ແບບວ່າ ເຈົ້າພ້ອມທີ່
ຈະຮອງຮັບເອົາຂ້ອຍຕອນທີ່ຂ້ອຍລົ້ມລົງ ສ່ວນສາຍຕາທີ່ເຈົ້າມອງມານັ້ນ ຊ່າງຄືສາຍຝົນ
ທີ່ປະໂລມໃຈຂ້ອຍມັນສື່ເຖິງໃຈ ໂດຍທີ່ເຈົ້າບໍ່ປິປາກເວົ້າຫຍັງເລີຍ ເອົາໄປຟັງເພງທີ່
ຫວານໆນີ້ ພ້ອມໆກັນເລີຍ.
ສ່ວນເພງຕໍ່ໄປນີ້ ຈະເປັນເພງທີ່ມ່ວນຊື່ນສະໜຸກສະໜານ ແບບພໍ່ແງ່ແມ່ງອນທີ່ນັກຮ້ອງ
ສາວນັກແຕ່ງເພງ Taylor Swift ໄດ້ຂັບຮ້ອງເພງນີ້ ໄດ້ແບບໜ້າຮັກໆ ຂໍເຊີນໄປຟັງເພງ
ທີ່ມີເນື້ອຫາວ່າ ພວກເຮົາຈະບໍ່ວັນກັບໄປຄືນດີນຳກັນອີກ ຕໍ່ໄປ ດັ່ງຊື່ຂອງເພງນີ້ We Are
Never Ever Getting Back Together…ເຊີນຮັບຟັງໄດ້.
ຂໍອຳລາທ່ານດ້ວຍເພງຫວານແຕ່ເສົ້າ… Maybe Someday ຂອງ Lonestar
ທີ່ກ່າວເຖິງການບອກເລີກລາກັນ ຊຶ່ງຝ່າຍຊາຍຍັງມີຮູ້ສຶກຢາກຢື້ຄວາມສຳພັນເອົາໄວ້
ແຕ່ຝ່າຍຍິງໝົດໃຈໄປແລ້ວ ຊຶ່ງຝ່າຍຊາຍຄ່ຳຄວນວ່າ…ບາງທີ ມື້ນຶ່ງຂ້ອຍກໍຈະລືມ
ເຈົ້າໄດ້...ຂໍໃຫ້ທຸກໆທ່ານນອນຫລັບຝັນດີແລະພົບກັນໃໝ່ໃນສັບປະດາໜ້າ.