ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ສະຫະລັດ ແລະ ຈີນ ເຊັນຂໍ້ຕົກລົງ ຫຼຸດການປ່ອຍແກັສ ເຮືອນແກ້ວ


ຮອງປະທານາທິບໍດີສະຫະລັດ ທ່ານ Joe Biden ຖະແຫຼງຕໍ່ກອງປະຊຸມ ສະພາບດິນຟ້າອາກາດ ສະຫະລັດ ແລະ ຈີນ, 16 ກັນຍາ 2015.
ຮອງປະທານາທິບໍດີສະຫະລັດ ທ່ານ Joe Biden ຖະແຫຼງຕໍ່ກອງປະຊຸມ ສະພາບດິນຟ້າອາກາດ ສະຫະລັດ ແລະ ຈີນ, 16 ກັນຍາ 2015.

ທີ່ນະຄອນ Los Angeles ເຈົ້າໜ້າທີ່ເມືອງແລະລັດຂອງສະຫະ
ລັດແລະຄູ່ຕຳແໜ່ງຝ່າຍຈີນ ໄດ້ລົງນາມໃນຂໍ້ຕົກລົງຫລາຍໆສະ
ບັບໃນກອງປະຊຸມສຸດຍອດ ທີ່ນະຄອນ Los Angeles ທີ່ມີຈຸດ
ປະສົງ ເພື່ອຫລຸດການປ່ອຍແກ໊ສເຮືອນແກ້ວລົງ.

ໃນການສະຫຼຸບຂອງກອງປະຊຸມ ເປັນເວລາ 2 ມື້ ໃນວັນພຸດວານ
ນີ້ ຄະນະຜູ້ແທນ ໃນກອງປະຊຸມ ໄດ້ລົງນາມໃນຄຳປະກາດກ່ຽວ
ກັບດິນຟ້າອາກາດຂອງຄະນະຜູ້ນຳພາ ໂດຍປະຕິຍານວ່າຈະຕັ້ງ
ເປົ້າໝາຍ ແນໃສ່ເພື່ອຈຳກັດການປ່ອຍແກັສເຮືອນແກ້ວລົງ.

ກອງປະຊຸມ ຊຶ່ງເປັນທີ່ຮູ້ກັນວ່າ ກອງປະຊຸມສຸດຍອດຂອງບັນດາ
ຜູ້ນຳກ່ຽວກັບສະພາບດິນຟ້າອາກາດສະຫະລັດ ແລະ ຈີນ ຊຶ່ງເປັນກອງປະຊຸມໃນທຳ​ນອງ
ນີ້ ຄັ້ງທຳອິດ ລະຫວ່າງລະດັບເມືອງແລະແຂວງ ຂອງປະເທດທັງສອງ.

ຮອງປະທານາທິບໍດີສະຫະລັດ ທ່ານ Joe Biden ໄດ້ກ່າວປິດກອງປະຊຸມ ໂດຍກ່າວເຖິງ
ຄວາມພະຍາຍາມລະຫວ່າງສະຫະລັດແລະຈີນ. ທ່ານໄດ້ກ່າວວ່າ: “ຄວາມເປັນຜູ້ນຳຂອງ
ພວກເຮົາແມ່ນສຳຄັນ ຈີນແລະສະຫະລັດ ໃນຄວາມພະຍາຍາມທີ່ຈະໃຫ້ບັນລຸຄວາມ
ສຳເລັດຂອງການຕົກລົງໃນການປ່ຽນແປງຂອງດິນຟ້າອາກາດທີ່ນະຄອນປາຣີ. ການເອົາ
ບາດກ້າວທີ່ວ່ານີ້ ປະກາດເຖິງ ຄວາມພະຍາຍາມຮ່ວມກັນ ເຮັດໃຫ້ພວກເຮົາກະຕືລືລົ້ນ ທີ່ຈະໄປຮອດໄປເຖິງ ການຕົກລົງຂອງໂລກ”

ທູດພິເສດ ແລະທີ່ປຶກສາຂອງລັດຖະບານຈີນ ທ່ານ Yang Jiechi ກ່າວວ່າ ການປະຊຸມໃນ ຄັ້ງນີ້ ແມ່ນກໍ່ໃຫ້ເກີດຄວາມຮູ້ສຶກແບບມີໄມຕີຈິດມິດຕະພາບ ລ່ວງໜ້າການເດີນທາງມາຢ້ຽມ ຢາມຢ່າງເປັນທາງການຂອງປະທານປະເທດຈີນ ທ່ານ ສີ ຈິ້ນຜິງ ໃນສັບປະດາໜ້ານີ້ ຊຶ່ງ
ທ່ານ Yang ກ່າວວ່າ “ມື້ນີ້ ຄວາມກວ້າງແລະຄວາມເລິກຂອງສາຍພົວພັນນີ້ ໄດ້ກ້າວໄປ
ເຖິງ ລະດັບທີ່ບໍ່ເຄີຍມີມາກ່ອນ. ສາຍພົວພັນນີ້ ບໍ່ພຽງແຕ່ມີຄວາມສຳຄັນ ເພື່ອຄວາມຢູ່
ເຢັນເປັນສຸກຂອງປະຊາຊົນທັງສອງຂອງພວກເຮົາເທົ່ານັ້ນ, ແຕ່ມັນຈະເປັນການແຜນ
ຍຸດທະສາດທີ່ຍິ່ງໃຫຍ່ແລະສຳຄັນຕໍ່ໂລກທັງມວນ.”

XS
SM
MD
LG