ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ເດັກນ້ອຍ ອາເມຣິກັນ ໄດ້ຮັບແຮງບັນດານໃຈ ຈາກກິລາເຕະບານໂລກຫຼາຍຂຶ້ນ


ນັກເຕະບານ ສະຫະລັດ ຫຼັງຈາກຈົບການແຂ່ງຂັນເຕະບານໂລກ ກຸ່ມ B ລະຫວ່າງ ອີຣ່ານ ແລະ ສະຫະລັດ ຢູ່ສະໜາມກິລາ ອາລ ທູມາມາ, ນະຄອນຫຼວງ ໂດຮາ, ປະເທດ ກາຕ້າ, 30 ພະຈິກ 2022.
ນັກເຕະບານ ສະຫະລັດ ຫຼັງຈາກຈົບການແຂ່ງຂັນເຕະບານໂລກ ກຸ່ມ B ລະຫວ່າງ ອີຣ່ານ ແລະ ສະຫະລັດ ຢູ່ສະໜາມກິລາ ອາລ ທູມາມາ, ນະຄອນຫຼວງ ໂດຮາ, ປະເທດ ກາຕ້າ, 30 ພະຈິກ 2022.

ກິ​ລາ​ເຕະ​ບານ​ໂລກ 2022 ໄດ້​ກ້າວ​ເຂົ້າ​ສູ່​ອາ​ທິດ​ທີ​ສາມແລ້ວຂອງ​ການ​ແຂ່ງ​ຂັນ​ກິ​ລາ​ທີ່​ຖືກ​ເອີ້ນ​ວ່າ The Beautiful Game. ໃນ​ມື້ນີ້​ກໍ​ຈະ​ເປັນ​ການ​ແຂ່ງ​ຂັນ​ຮອບ 8 ທີມ​ສຸດ​ທ້າຍ ຫຼື ຮອບ​ກ່ອນ​ຮອງ​ຊະ​ນະ​ເລີດຂອງຄູ່​ທຳ​ອິດ​ ລະ​ຫວ່າງ​ປະ​ເທດ ໂຄ​ຣ​ເອ​ເຊຍ ກັບ ບຣາ​ຊິ​ລ ແລະ ຄູ່​ທີ​ສອງ ປະ​ເທດ ເນ​ເທີ​ແລນ ກັບ ອາ​ເຈັນ​ຕີ​ນາ.

ໃນ ສະ​ຫະ​ລັດ ກິ​ລາ​ເຕະ​ບານ​ແມ່ນຍັງໄດ້​ຮັບ​ຄວາມ​ນິ​ຍົມ​ເປັນ​ຮອງ​ກິ​ລາ ອາ​ເມ​ຣິ​ກັນ ຟຸດບອ​ລ, ບາ​ສ​ເກັດ​ບອ​ລ ແລະ ເບ​ສບອ​ລ ຢູ່. ແຕ່​ກິ​ລາ​ເຕະ​ບານ​ແມ່ນ​ກຳ​ລັງ​ໄດ້​ຮັບ​ຄວາມ​ນິ​ຍົມຫຼາຍ​ຂຶ້ນ​ເລື້ອຍໆ ແລະ ໃນ​ປັດ​ຈຸ​ບັນມີ​ນັກ​ເຕະ​ອາ​ເມ​ຣິ​ກັນຫຼາ​ຍ​ຄົນ​ໄດ້​ໄປ​ຄ້າ​ແຂ່ງ​ໃນ​ທະ​ວີບ​ຢູ​ໂຣບຫຼາຍ​ຂຶ້ນ, ເດັ່ນ​ກວ່າ​ໝູ່​ກໍ​ແມ່ນ​ຫົວ​ໜ້າ​ທີມ ທ້າວ ຄ​ຣິ​ສ​ຕຽນ ພູ​ລີ​ຊິກ​ ທີ່​ເຕະ​ໃຫ້​ທີມ ແຊ​ລ​ຊີ ໃນ​ປະ​ເທດ ອັງ​ກິດ. ເມື່ອ​ກິ​ລາ​ເຕະ​ບານ​ໂລກ​ໄດ້​ເລີ່ມ​ຂຶ້ນມັນ​ໄດ້​ເປັນ​ແຮງ​ກະ​ຕຸ້ນ ແລະ ແຮງ​ບັນ​ດານ​ໃຈ​ໃຫ້​ເດັກ​ນ້ອຍຢາກ​ເປັນ​ນັກ​ເຕະ​ບານ​ທີ່​ໂດ່ງ​ດັງຫຼາຍ​ຂຶ້ນ ແລະ ພໍ່​ແມ່​ຄົນ​ອາ​ເມ​ຣິ​ກັນກໍ​ໄດ້​ສົ່ງ​ເສີມ​ລູກ​ຂອງ​ເຂົາ​ເຈົ້າ​ຢ່າງ​ເຕັມ​ທີ່ຄື ຄົນ​ອາ​ເມ​ຣິ​ກັນ ເຊື້ອ​ສາຍ​ລາວຢູ່​ລັດ​ຟ​ລໍ​ຣິ​ດາ​ທ່ານ​ນຶ່ງ​ໄດ້​ກ່າວ​ຕໍ່​ພວກ​ເຮົາ​ວ່າ

“ເຕະ​ບານ​ໂລກ​ ໄດ້​ເຮັດ​ໃຫ້​ລູກຊາຍ​ຂອງ​ອ້າຍ​ຕື່ນ​ເຕັ້ນຫຼາຍ. ລາວ​ມັກ​ເວົ້າ​ຕະຫຼອດ​ວ່າ​ຢາກ​ເປັນ​ນັກ​ເຕະ​ບານ​ອາ​ຊີບ. ອ້າຍ​ກະ​ສົ່ງ​ເພິ່ນ​ເຂົ້າ​ທີມ​ຢູ່​ໄມ​ອາ​ມີ​ນີ້​ແຫຼະລຸ້ນ 13 ປີ. ອ້າຍ​ກັບ​ເມຍ​ກະ​ສົ່ງ​ເສີມ​ຢ່າງ​ເຕັມ​ທີ່. ເພິ່ນ​ເຕະ​ກອງ​ກາງ, ຫວັງ​ວ່າ​ເພິ່ນ​ຊິ​ຕັ້ງ​ໃຈ​ເຕະ​ຈົນ​ຄວາມ​ຫວັງ​ເປັນ​ຈິງ.”

ທີມ​ຊາດ ສະ​ຫະ​ລັດ ໄດ້​ເຂົ້າ​ຮອບ 16 ທີມ​ສຸດ​ທ້າຍແຕ່ໄດ້​ຜ່າຍ​ແພ້​ໃຫ້​ທີມ​ຊາດ ເນ​ເທີ​ແລນ 3 ປະ​ຕູ​ຕໍ່ 1.

ການ​ແຂ່ງ​ຂັນ​ຮອບ​ກ່ອນ​ຮອງ​ຊະ​ນະ​ເລີດ​ຄູ່​ທີ​ສາມ​ ຈະ​ຖືກ​ຈັດ​ຂຶ້ນ​ໃນ​ວັນ​ເສົາ​ລະ​ຫວ່າງ ທີມ​ຊາດ ໂມ​ຣັອກ​ໂກ ກັບ ທີມ ປອກ​ຕຸຍ​ການ ແລະ ຕິດ​ຕາມ​ດ້ວຍ​ຄູ່​ຂອງ​ທີມ​ແຊັ້ມ​ເກົ່າປະ​ເທດ ຝ​ຣັ່ງ ພົບ​ກັບ ອັງ​ກິດ, ເຊິ່ງ​ຄູ່ນີ້​ຄາດ​ວ່າ​ຈະ​ມີ​ຄົນ​ຕິດ​ຕາມ​ຊົນ​ຢ່າງຫຼວງຫຼາຍ​ໃນ​ທົ່ວ​ໂລກ.

XS
SM
MD
LG