ກະຊວງຍຸດຕິທຳ ສະຫະລັດ ໄດ້ກ່າວໃນວັນອັງຄານວານນີ້ວ່າ ຄົນ ອາເມຣິກັນ ທີ່ຖືກຈັບ ກຸມໃນການຍິງເຈົ້າໜ້າທີ່ກົງສຸນ ສະຫະລັດ ຄົນໜຶ່ງທີ່ປະເທດ ເມັກຊິໂກ ເມື່ອສັບປະດາທີ່ ຜ່ານມາໄດ້ຖືກສົ່ງອອກຈາກປະເທດດັ່ງກ່າວແລ້ວ.
ທ້າວ Zia Zafar ອາຍຸ 31 ປີ ຈາກເມືອງ Chino Hills ລັດ ຄາລິຟໍເນຍ ໄດ້ໄປປະກົດຕົວ ຕໍ່ສານເມືອງ Alexandria ລັດ ເວີຈິເນຍ ຂອງ ສະຫະລັດ ໃນຕອນບ່າຍຂອງວັນອັງຄານ ວານນີ້, ແລະ ໄດ້ຖືກກ່າວໂທດໜຶ່ງກະທົງ ດ້ວຍຂໍ້ຫາພະຍາຍາມຂ້າຄົນ ທີ່ໄດ້ຮັບການປົກ ປ້ອງຈາກສາກົນ.
ພາບວິດີໂອຈາກກ້ອງວົງຈອນປິດທີ່ຖືກເປີດເຜີຍໂດຍ ເຟສບຸກ ທີ່ ສະຖານກົງສຸນ ສະຫະ ລັດ ໄດ້ສະແດງໃຫ້ເຫັນທ້າວ Zafar ລໍຖ້າຢູ່ ນອກບ່ອນຈອດລົດ ກ່ອນຍິງປືນໃສ່ລົດຄັນ ໜຶ່ງໃນຕອນແລງວັນສຸກ ທີ່ຜ່ານມາ. ລາວໄດ້ເຮັດໃຫ້ເຈົ້າໜ້າທີ່ກະຊວງການຕ່າງປະເທດ ທ່ານ Christopher Ashcraft ໄດ້ຮັບບາດເຈັບ, ເຊິ່ງມີລາຍງານວ່າ ຜູ້ກ່ຽວມີອາການຄົງ ທີ່ໃນໂຮງໝໍເມືອງ Guadalajara, ປະເທດ ເມັກຊິໂກ.
ອີງຕາມການຟ້ອງຮ້ອງຕໍ່ທ້າວ Zafar ນັ້ນ, ລາວໄດ້ປິດບັງຕົນເອງ ແລະ ໄດ້ຕິດຕາມທ່ານ Ashcraft ໄປໃນບ່ອນຈອດລົດ ແລະໄປຫາລົດຂອງທ່ານ. ໃນຂະນະທີ່ທ່ານ Ashcraft ໄດ້ຂັບລົດໄປທາງ ອອກນັ້ນ, ທ້າວ Zafar ກໍໄດ້ຍິງປືນໃສ່ໜ້າເອິກຂອງທ່ານ ແລະ ໄດ້ຫຼົບ ໜີໄປ.
ລາວໄດ້ຖືກຈັບກຸມໂດຍບັນເຈົ້າໜ້າທີ່ ເມັກຊິໂກ ໃນວັນອາທິດທີ່ຜ່ານມາ ແລະ ຖືກສົ່ງ ອອກຈາກປະເທດ.