ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໙ ມີນາ ໒໐໒໔

ເຈົ້າໜ້າທີ່ ສະຫະລັດ ເປັນຫ່ວງວ່າ ເຄືອຂ່າຍກໍ່ ການຮ້າຍ ຈະມາຢູ່ ໃນປະເທດແລ້ວ


ຕຳຫຼວດນະຄອນຫຼວງ ຂອງ ສະຫະລັດ ລາດຕະເວນຍາມ ລັດຖະສະພາ ໃນຂະນະທີ່ບັນດາສະມາຊິກສະພາ ກຽມກັບຄືນມາເຮັດວຽກ ຫຼັງຈາກການໂຈມຕີກໍ່ການຮ້າຍໃນນະຄອນຫຼວງ ປາຣີ ທີ່ເຮັດໃຫ້ 129 ຄົນຖືກຂ້າຕາຍ, ວໍຊິງຕັນ, 16 ພະຈິກ, 2015.
ຕຳຫຼວດນະຄອນຫຼວງ ຂອງ ສະຫະລັດ ລາດຕະເວນຍາມ ລັດຖະສະພາ ໃນຂະນະທີ່ບັນດາສະມາຊິກສະພາ ກຽມກັບຄືນມາເຮັດວຽກ ຫຼັງຈາກການໂຈມຕີກໍ່ການຮ້າຍໃນນະຄອນຫຼວງ ປາຣີ ທີ່ເຮັດໃຫ້ 129 ຄົນຖືກຂ້າຕາຍ, ວໍຊິງຕັນ, 16 ພະຈິກ, 2015.

ຫຼັງຈາກການເຮັດວຽກສາຍລັບມາເປັນເວລາຫຼາຍປີ, ສະຫະລັດ ແມ່ນກຳລັງເລີ່ມທີ່ຈະ ເປີດເຜີຍ ຄວາມລັບ ກ່ຽວກັບ ສິ່ງທີ່ປະກົດວ່າເປັນສາຍພົວພັນທາງໄກ ແລະ ບາງເທື່ອ ເປັນສາຍພົວ ພັນອັນເລິກເຊິ່ງ ຂອງເຄື່ອຂ່າຍຕ່າໆທີ່ອາດຈະເປັນພວກກໍ່ການຮ້າຍ, ຜູ້ທີ່ ສະໜັບສະໜູນ ກັນ ແມ່ນກະທັ້ງມີຫຼາຍຄົນກຽມພ້ອມທີ່ຈະປະຕິບັດການດ້ວຍຕົວຄົນ ດຽວ.

ດ້ວຍຄວາມເປັນຫ່ວງທີ່ໄດ້ເພີ່ມສູງຂຶ້ນນັ້ນ, ພວກການເຊື່ອມຕໍ່ຂອງສາຍພົວພັນທີ່ມີຄວາມ ຊັບຊ້ອນ ແລະ ການໜູນຫຼັງກັນເບິ່ງຄືວ່າຈະຂະຫຍາຍອອກໄປຫຼາຍໆປີ ແລະ ຫຼາຍເທື່ອ ໄດ້ຕັດຜ່ານເສັ້ນອຸດົມການ ທີ່ພັນລະນາເຖິງກຸ່ມກໍ່ການຮ້າຍກຸ່ມໜຶ່ງ ໄປຫາອີກກຸ່ມໜຶ່ງ.

ອີງຕາມເຈົ້າໜ້າທີ່ຜູ້ບັງຄັບໃຊ້ກົດໝາຍທ່ານໜຶ່ງ ຜູ້ທີ່ຄຸ້ນເຄີຍກັບໜຶ່ງໃນກໍລະນີຕ່າງໆທີ່ ໄດ້ເກີດຂຶ້ນເມື່ອບໍ່ດົນມານີ້ວ່າ ມັນໄດ້ເພີ່ມຂຶ້ນຢ່າງວ່ອງໄວ, ພວກເຈົ້າໜ້າທີ່ FBI ມີຂໍ້ມູນ ກ່ຽວກັບ ມັນຫຼາຍ. ຂ້າພະເຈົ້າຄິດວ່າມັນເກີດຂຶ້ນໃນທົ່ວປະເທດ.

ເຈົ້າໜ້າທີ່ຄົນດັ່ງກ່າວໄດ້ກ່າວຕໍ່ ວີໂອເອ ກ່ຽວກັບ ໂດຍບໍ່ປະສົ່ງອອກນາມ ຍັງໄດ້ກ່າວວ່າ 3.ເຊິ່ງໃຊ້ຊື່ຫຍໍ້ສຳລັບກຸ່ມກໍ່ການຮ້າຍລັດອິສລາມ.

ຄວາມເປັນຫ່ວງໄດ້ໄປຮອດທຳນຽບຂາວ. ຫຼັງຈາກການປະຊຸມຄັ້ງໜຶ່ງກັບບັນດາເຈົ້າໜ້າ ທີ່ຮັກສາຄວາມປອດໄພແຫ່ງຊາດໃນຕອນແລງຂອງວັນພະຫັດທີ່ຜ່ານມາ ໃນທຳນຽບ 5 ແຈ. ປະທານາທິບໍດີທ່ານ ບາຣັກ ໂອບາມາ ໄດ້ກ່າວວ່າ, “ມັນມີຄວາມເປັນໄປໄດ້ວ່າ ມີບາງເຄືອຂ່າຍທີ່ຕັ້ງຢູ່ໃນ ສະຫະລັດ ທີ່ສາມາດຖືກສັ່ງໃຫ້ອອກເຄື່ອນໄຫວໄດ້.”

ທ່ານ ໂອບາມາ ໄດ້ກ່າວເພີ່ມເຕີມວ່າ “ພວກເຮົາຕ້ອງເຮັດວຽກໃຫ້ດີຂຶ້ນກວ່າເກົ່າ ກ່ຽວ ກັບ ການທຳລາຍເຄືອຂ່າຍພວກນີ້.”

ນອກໄປກວ່ານີ້ ອະດີດເຈົ້າໜ້າທີ່ປາບປາມການກໍ່ການຮ້າຍ ໄດ້ເຕືອນວ່າ ການໃຫ້ຄຳສັນ ຍານັ້ນຈະເປັນການຍາກ, ເພາະວ່າ ສິ່ງທີ່ຍຶດຕິດເຄື່ອຂ່າຍພວກນີ້ເອົາໄວ້ນຳກັນ ແມ່ນບໍ່ ສາມາດແກ່ໄຂໄດ້ຢ່າງງ່າຍດາຍ ດ້ວຍການພະຍາຍາມຮື້ຖອນກຸ່ມກໍ່ການຮ້າຍກຸ່ມໜຶ່ງເທົ່າ ນັ້ນ.

ທ່ານ Seamus Hughes ຮອງອຳນວຍການ ໂຄງການກ່ຽວກັບ ລັດທິຫົວຮຸນແຮງຂອງ ມະຫາວິທະຍາໄລ ວໍຊິງຕັນ ໄດ້ກ່າວວ່າ “ຄວາມແຕກຕ່າງ ລະຫວ່າງ ພວກ al-Nusra ແລະ ລັດອິສລາມ ແລະ al-Qaida ແລະ al-Shabab ສຳລັບຄົນທຳມະດາ ມັນແມ່ນ ລັກສະນະພິເສດ ໂດຍບໍ່ມີຄວາມແຕກຕ່າງ. ສິ່ງທີ່ເປັນພື້ນຖານແທ້ໆມັນແມ່ນສະໜັບ ສະໜູນທາງດ້ານຄວາມຄິດ ທີ່ເປັນຕົວກະຕຸ້ນສຳລັບຄົນພວກນີ້.”

ໃນຫຼາຍກໍລະນີ, ບັນດານັກຄົ້ນຄວ້າກ່າວວ່າ ສຳລັບພວກສະມາຊິກຂອງກຸ່ມດັ່ງກ່າວນີ້ ມັນຂຶ້ນກັບຄວາມສະໝັກໃຈ ທີ່ຈະຮັບເອົາຄວາມຮຸນແຮງ ເພື່ອມາເຕີມເຕັມຂຸມ ຫຼື ຊ່ອງ ຫວ່າງຕ່າງໆໃນຊີວິດຂອງພວກເຂົາ.

After years of undercover work, the U.S. is starting to pull back the veil on what appear to be loose-knit, and perhaps deeply rooted, networks of would-be terrorists, who support each other even as many prepare to act alone.

Heightening the concern, these complex webs of connections and support seem to span several years and often cut across the ideological lines that delineate one terror group from another.

"Increasingly, the FBI's had a lot of these," according to a law-enforcement official familiar with one of the more recent cases. "I think it is going on nationally."

The official, speaking to VOA on condition of anonymity, also said it is clear "a lot of this predated ISIL," using an acronym for the Islamic State terror group.

'Disrupting networks'

Concern has reached all the way to the White House. After a meeting with national security officials late Thursday at the Pentagon, President Barack Obama said, "It's conceivable that there are some networks here [in the U.S.] that could be activated."

"We have to do a better job of disrupting networks," Obama added.

Yet former counterterror officials warn that promises to be difficult, because what holds these networks together cannot be undone simply by trying to dismantle a single terror group.

"The differences between al-Nusra and ISIS (Islamic State) and al-Qaida and al-Shabab, for the regular people it's a distinction without a difference," said Seamus Hughes, deputy director of George Washington University's Program on Extremism. "What's really underlying it is the ideological underpinnings that drive these people."

In many cases, researchers say, for the members of these groups it comes down to a willingness to embrace violence to fill holes or gaps in their lives.

XS
SM
MD
LG