ປະຊາຊົນອາເມຣິກັນແມ່ນເລີ່ມເມື່ອຍກັບໂຣກລະບາດ ໂຄວິດ-19 ແລ້ວ. ຄົນສ່ວນຫຼາຍແມ່ນບໍ່ໄດ້ໃສ່ໜ້າກາກໃນສາທາລະນະອີກຕໍ່ໄປ. ໃນເດືອນທຳອິດປີ 2022 ນີ້ສາຍພັນໃໝ່ ໂອໄມຄຣອນ Ba.2 ໄດ້ຄອບງຳການລະບາດຢູ່ໃນ ສະຫະລັດ. ແຕ່ຂ່າວດີກໍແມ່ນວ່າ ສາຍພັນທີ່ວ່ານັ້ນບໍ່ເຮັດໃຫ້ເປັນໄຂ້ໜັກ ແລະ ການເສຍຊີວິດ.
ເນື່ອງຈາກສາຍພັນໃໝ່ບໍ່ເຮັດໃຫ້ເກີດອາການຮ້າຍແຮງຄືແດລຕ້ານັ້ນ, ປະຊາຊົນຈຶ່ງບໍ່ຮູ້ສຶກຢ້ານ. ຮ້ານອາຫານ ແລະ ຫ້າງຊັບພະສິນຄ້າຕ່າງໆ ແມ່ນມີສະພາບຄ້າຍຄືກ່ອນເກີດໂຣກລະບາດ. ຄົນລາວທ່ານນຶ່ງທີ່ອາໄສຢູ່ນະຄອນນິວຢອກ ໄດ້ກ່າວຕໍ່ພວກເຮົາ ກ່ຽວກັບ ສະພາບການຢູ່ທີ່ນັ້ນວ່າ “ຄົນຢູ່ ນິວຢອກ ເຂົາໄປຫຼິ້ນໄປທ່ຽວປານບໍ່ມີໂຣກລະບາດ. ເຂົາບໍ່ສົນແລ້ວໂຄວິດ, ເຂົາບໍ່ຢ້ານລະ. ຄົນໃສ່ໜ້າກາກນີ້ແມ່ນສ່ວນນ້ອຍ, ຜູ້ທີ່ມີອາການເຂົາກະມີແຕ່ກວດເອົາເອງຢູ່ບ້ານ ແຕ່ອັນກວດຢູ່ບ້ານມັນກະບໍ່ວ່າຈະແນ່ນອນຖືກຕ້ອງ 100 ເປີເຊັນ ໃຜຕິດບໍ່ຕິດກະບໍ່ຮູ້. ແຕ່ເຮົາກະປ້ອງກັນໂຕເອງຕະຫຼອດ, ໃສ່ໜ້າກາກເປັນປະຈຳ ເຮົາບໍ່ຢາກເປັນໄຂ້. ທິດໜ້າເຮົາຊິໄປທ່ຽວຕ່າງປະເທດ ແຮງຢ້ານບໍ່ຢາກຕິດເຊື້ອ.”
ຜູ້ຕິດເຊື້ອໃນ ສະຫະລັດ ແມ່ນໄດ້ເພີ່ມຂຶ້ນສູງຄືນອີກ ແຕ່ບໍ່ໄວຄືເມື່ອກ່ອນ. ປະຊາຊົນອາເມຣິກັນ ທີ່ໄດ້ສັກຢາຢ່າງຄົບຖ້ວນແມ່ນເກືອບ 70 ເປີເຊັນ. ການສຶກສາໄດ້ສະແດງໃຫ້ເຫັນວ່າ ປະຊາຊົນທີ່ໄດ້ສັກຢາຄົບຖ້ວນ ແລະ ໄດ້ສັກເຂັມບູສເຕີແມ່ນມີພູມຄຸ້ມກັນທີ່ແຂງແກ່ນ ຕໍ່ສາຍພັນໃໝ່ ອີງຕາມເວັບໄຊ້ Yale Medicine.