ລິ້ງ ສຳຫລັບເຂົ້າຫາ

 
ສາຍການບິນ American Airlines ກ່າວວ່າ ຖ້ຽວບິນນຶ່ງຂອງຕົນ ໄດ້ປ່ຽນເສັ້ນທາງການບິນໄປຍັງ ໂຣມ ຫຼັງຈາກມີຄວາມເປັນຫ່ວງດ້ານຄວາມປອດໄພ
ວັນເສົາ, ໒໙ ມີນາ ໒໐໒໕

ສາຍການບິນ American Airlines ກ່າວວ່າ ຖ້ຽວບິນນຶ່ງຂອງຕົນ ໄດ້ປ່ຽນເສັ້ນທາງການບິນໄປຍັງ ໂຣມ ຫຼັງຈາກມີຄວາມເປັນຫ່ວງດ້ານຄວາມປອດໄພ


ຖ້ຽວບິນ AA292 ຂອງ American Airlines ເສັ້ນທາງຈາກ ນິວຢອກ ໄປຍັງ ນິວເດລີ ຫັນປ່ຽນທິດທາງຂະນະບິນຢູ່ເໜືອ ທະເລແຄສປຽນ, ໃນວັນທີ 23 ກຸມພາ 2025, ຈອດຢູ່ເດີ່ນສະໜາມບິນສາກົນ ລີໂອນາຣໂດ ດາ ວິນຊີ ຂອງໂຣມ, ປະເທດ ອີຕາລີ.
ຖ້ຽວບິນ AA292 ຂອງ American Airlines ເສັ້ນທາງຈາກ ນິວຢອກ ໄປຍັງ ນິວເດລີ ຫັນປ່ຽນທິດທາງຂະນະບິນຢູ່ເໜືອ ທະເລແຄສປຽນ, ໃນວັນທີ 23 ກຸມພາ 2025, ຈອດຢູ່ເດີ່ນສະໜາມບິນສາກົນ ລີໂອນາຣໂດ ດາ ວິນຊີ ຂອງໂຣມ, ປະເທດ ອີຕາລີ.

ຖ້ຽວບິນນຶ່ງຂອງສາຍການບິນອາເມຣິກັນ ຈາກນະຄອນນິວຢອກ ໄປຍັງ ນະຄອນຫຼວງ ນິວເດລີ ຂອງ ອິນ​ເດຍ ໄດ້ຖືກປ່ຽນເສັ້ນທາງການບິນໄປຍັງ ນະຄອນຫຼວງ ໂຣມ ປະ​ເທດ ອິ​ຕາ​ລີ ໃນວັນອາທິດວານນີ້ ເນື່ອງຈາກຄວາມ ເປັນຫ່ວງທາງດ້ານຄວາມປອດໄພ ເຊິ່ງໃນເວລາຕໍ່ມາໄດ້ຖືກກຳນົດວ່າ ເປັນ “ເລື່ອງບໍ່ໜ້າເຊື່ອຖື” ຕາມການກ່າວຂອງສາຍການບິນ ແລະໄດ້ກ່າວຕື່ມອີກວ່າ ຖ້ຽວບິນດັ່ງກ່າວ ໄດ້ບິນລົງຈອດຢ່າງປອດໄພ ໃນນະຄອນຫຼວງ ໂຣມ ແລະ ຈະເດີນທາງຕໍ່ໄປຍັງນະຄອນຫຼວງ ນິວເດລີ ໃນວັນຈັນມື້ນີ້ ອີງຕາມລາຍງານ ຂອງອົງງການຂ່າວຣອຍເຕີສ.

ຖ້ຽວບິິນດັ່ງກ່າວ ເຊິ່ງໄດ້ເດີນທາງອອກຈາກສະໜາມບິນສາກົນ ຈອນ ແອັຟ ເຄັນເນດີ ໄດ້ບິນມຸ້ງໜ້າໄປຍັງ ສະໜາມບິນສາກົນ ອິນດີຣາ ການດີ ໃນນະຄອນຫຼວງ ນິວເດລີ.

ສາຍການບິນອາເມຣິກັນ ໄດ້ກ່າວໃນຖະແຫລງການວ່າ “ຖ້ຽວບິນ 292 ຂອງ ສາຍການບິນອາເມຣິກັນ ໂດຍໃຫ້ບໍລິການບິນຈາກ ນະຄອນ ນິວຢອກ ໄປ ນະຄອນຫຼວງ ນິວເດລີ, ໄດ້ຖືກປ່ຽນເສັ້ນທາງໄປຍັງນະຄອນ ໂຣມ ເນື່ອງຈາກ ຄວາມເປັນຫ່ວງດ້ານຄວາມປອດໄພທີ່ອາດເປັນໄປໄດ້.”

ເຈົ້າໜ້າທີ່ບັງຄັບໃຊ້ກົດໝາຍໃນນະຄອນ ໂຣມ ໄດ້ກວດກກາ ແລະ ໄດ້ປ່ອຍໃຫ້ເຮືອບິນລຳດັ່ງກ່າວ ເດີນທາງຕໍ່ໄປ ຕາມທີ່ຕົນໄດ້ກ່າວ. ຖ້ຽວບິນນັ້ນ ຈະຈອດຄ້າງຄືນໃນນະຄອນຫຼວງ ໂຣມ ເພື່ອອຳນວຍໃຫ້ບັນດາຈຸບິນໄດ້ພັກຜ່ອນກ່ອນທີ່ຈະເດີນທາງໄປຍັງ ນິວເດລີ ຕໍ່ໄປ ໃນວັນຈັນມື້ນີ້ ອີງຕາມການ ກ່າວຂອງບໍລິສັດສາຍການບິນ.

ຖ້ຽວບິນສຸກເສີນ, ທີ່ເປັນບັນຊີຕິດຕາມຖ້ຽວບິນ, ໄດ້ຂຽນລົງໃນສື່ສັງຄົມ ແອັກສ໌ (X) ກ່ອນໜ້ານີ້ວ່າ ຖ້ຽວບິນດັ່ງກ່າວ ໄດ້ຖືກປ່ຽນເສັ້ນທາງໄປຍັງ ໂຣມ ເນື່ອງຈາກການຂົ່ມຂູ່ວາງລະເບີດ.

ຖ້ຽວບິນຂອງເຮືອບິນ ໂບອິງ 787-9 ດຣີມລາຍເນີ (Dreamliner) ໂດຍບັນທຸກຜູ້ໂດຍ​ສານປະມານ 200 ຄົນ ໄດ້ບິນລົງຈອດຢູ່ ສະໜາມບິນ ລີໂອນາຣໂດ ດາ ວິນຊີ ຂອງນະຄອນຫຼວງ ໂຣມ ໃນຕອນ​ບ່າຍເວລາປະມານ 4 ໂມງ 20 ນາທີ ຕາມເວລາຂອງ​ປະ​ເທດ, ອີງຕາມແຫຼ່ງຂ່າວຂອງສະໜາມ ບິນ.

ແຫຼ່ງ​ຂ່າວ​ໄດ້​ກ່າວ​ຕື່ມ​ວ່າ ເຮືອບິນລຳນັ້ນ ໄດ້ບິນຢູ່ເໜືອທະເລແຄສປຽນ ເມື່ອສາຍການບິນໄດ້ແຈ້ງເຕືອນຕໍ່ຈຸບິນກ່ຽວກັບການຂົ່ມຂູ່ວາງລະເບີດ.

ເຈົ້າໜ້າທີ່ອາວຸໂສ ໄດ້ທຳ​ການ​ລາຍ​ງານ​ສັ້ນ ກ່ຽວກັບເລື້ອງນີ້ ເຊິ່ງ​ອົງການ ຂ່າວ ABC ໄອ້​ອ້າງ​ຄຳ​ເວົ້າ​ຂອງ​ທ່ານວ່າ ມີການຂົ່ມຂູ່ວາງລະເບີດທາງອີເມລ ແຕ່ໄດ້ພິຈາລະນາແລ້ວວ່າ ບໍ່ມີມູນຄວາມຈິງ.

ອ່ານຂ່າວນີ້ໃນພາສາອັງກິດ

An American Airlines (AAL.O), opens new tab flight from New York to New Delhi was diverted to Rome on Sunday due to a security concern later determined to be "non-credible," the airline said, adding the flight landed safely in Rome and will depart for Delhi on Monday.

The flight, which departed from the John F. Kennedy International Airport, had been heading to the Indira Gandhi International Airport in New Delhi.

"American Airlines flight 292, with service from New York to Delhi, diverted to Rome due to a possible security concern," American Airlines said in a statement.

Law enforcement in Rome inspected and cleared the aircraft to re-depart, it said. The flight will stay overnight in Rome to allow for required crew rest before continuing to Delhi on Monday, the company said.

Flight Emergency, a flight-tracking account, posted on X earlier that the flight was diverted to Rome due to a bomb threat.

The Boeing 787-9 Dreamliner flight with about 200 people onboard landed at Rome's Leonardo da Vinci airport at about 16:20 GMT, according to airport sources.

The plane was over the Caspian Sea when the airline warned the crew of a bomb threat, sources added.

A senior official briefed on the matter was cited by ABC News as saying that the bomb threat was received by email but deemed to be unfounded.

ຟໍຣັມສະແດງຄວາມຄິດເຫັນ

XS
SM
MD
LG