ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

Happy Birthday America! - Ray Charles: America The Beautiful.


Ray Charles
Ray Charles

ສະບາຍດີ ຫວັງ​ຢ່າງ​ຍິ່ງວ່າ ທຸກໆ​ທ່ານ​ຄົງ​ຈະ​ສນຸກສະໜາ​ນມ່ວນຊື່ນ​ ກັບ​ເຄິ່ງປີ​ແລກ
​ຂອງ​ປີ​ນີ້​ໄປ​ແລ້ວ ​ເພາະ​ຄໍ່າ​ຄືນ​ນີ້​ກໍ​ເປັນ​ມື້​ທໍາ​ອິດ​ຂອງ​ເດືອນ​ກໍລະກົດ ຊຶ່ງ​ກໍເປັນ​ຊ່ວງ​
ຂອງ​ການ​ສະຫຼອງ​ວັນ​ເອກະລາດ​ຂອງ​ສະຫະລັດ ວັນ​ທີ 4 ກໍລະກົດ ກົງ​ກັບ​ວັນ​ພຸດ
​ແລະ​ຈະ​ຖ້າ​ຫຼິ້ນ​ເພງ​ຊາດ​ສະຫະລັດ ອາທິດ​ໜ້າ​ກໍ​ຈະ​ຊ້າ​ໄປ ວັນນະ​ສອນ​ກໍ​ເລີຍ​ຕ້ອງ​
ຕຽມ​ຕົວ​ຈັດ​ສະຫຼອງ​ກັນ​ລ່ວງ​ໜ້າ ສ້າງ​ບັນຍາກາດກ່ອນ​ຈະ​ຮອດ​ມື້​ຈິງໆທີ 4 ກໍລະກົດ.
ຕ້ອງ​ໄປ​ຟັງ​ເພງ​ນີ້ຈຶງຈະ​ເຫັນ​ບັນຍາ​ກາດ​ ຄວາມ​ສວຍ​ງາມ, ທໍາ​ມະ​ຊາດ ດັ່ງ​ຄວາມ​ໝາຍ
​ຂອງ​ເພງ​ນີ້ “America, The Beautiful ທີ່ Ray Charles ສິນລະປິນຕາບອດ
ຂັບ​ຮ້ອງ​ສົດ​ໆ ສ້າງ​ບັນຍາກາດ​ອີກ​ແບບ​ນຶ່ງ.


ເພງ: “America, The Beautiful ຂອງ Ray Charles

ວັນນະສອນ: ຕາມ​ປົກກະຕິ​ແລ້ວ ​ໃນ​ການ​ສະຫຼອງ​ໃນ​ສະຫະລັດນີ້ ຜູ້​ຄົນ​ສ່ວນ​ໃຫຍ່
ກໍ​ຈະ​ພາກັນ ​ໄປ​ສັງ​ສັນ​ຮ່ວມ​ກັນ​ເປັນ​ຄອບຄົວ ກິນ​ເຂົ້າ​ສາມັກຄີ​ ຈູດ​ບັ້ງ​ກະ​ໂພ​ກ ທັງ​ບັ້ງ​
ໄຟ​ດອກ ​ແລະ​ຟັງ concert ​ດົນຕີ​ບັນ​ເລງ​ກາງ​ແຈ້ງ ​ແລະ​ໃນ​ຫົວ​ເມືອງ​ໃຫຍ່ ກໍ​ຈະ​ມີ​ການ
​ສວນສະໜາມ ຊຶ່ງ​ຍໍ້າ​ເຕື່ອນທຸກໆຄົນ​ທີ່​ເປັນ​ສັນຊາດ​ອາ​ເມຣິກາ ພູມ​ໃຈ​ໃນ​ປະ​ເທດ​ນີ້
ປະ​ເທດ​ທີ່​ໃຫ້​ໂອກາດ ມີ​ສິດ ​ເສ​ລິ​ພາບ​ແລະ​ສ້າງ​ຄວາມ​ຝັນ​ໃຫ້​ເປັນ​ຈິງ ເອົາໄປ​ຟັງ​ເພງ
​ຂອງ Pete Seeger ພ້ອມໆ​ກັນ​ເລີຍ​ໃນ​ບົດ​ເພງ “This Land Is Your Land.”

ເພງ: “This Land Is Your Land ຂອງ Pete Seeger


ວັນນະສອນ: ຂໍ​ອໍາ​ລາ​ທ່ານ​ດ້ວຍ​ເພງ​ນີ້ “God Bless The U.S.A.” ​ເພ​ງທີ່​ມີ​ຄວາມ
​ໝາຍ​ດີ​ອີກເພງ​ນຶ່ງ ​ໃນ​ວັນ​ສະຫຼອງວັນ​ເອ​ກະລາດ ຂອງ​ສະຫະລັດ ຂັບ​ຮ້ອງ​ໂດຍ
Lee Greenwood ທີ່​ຟັງເມື່ອ​ໃດ ກໍ​ປະ​ທັບ​ໃຈ​ແລະ​ຊາບ​ຊຶ້ງ ​ເຖິງຄຸນງາມຄວາມດີ​
ຂອງ​ປະ​ເທດ​ນີ້ ທີ່​ມອບ​ໃຫ້​ຜູ້​ຄົນ​ທີ່​ມາ​ອາ​ໄສ​ຢູ່ ​ໄດ້​ລີ້​ມລົດ​ຊາດ​ຂອງ​ຄວາມ​ມີ​ອິດສະລະ
​ເສລີ ​ເສ​ລິ​ພາບ​ອັນ​ແທ້​ຈິງ ດັ່ງ​ຄວາມ​ໝາຍ​ຂອງ​ເພງ​ນີ້ “God Bless The U.S.A.”

ພົບ​ກັນ​ໃໝ່​ໃນ​ສັບປະດາ​ໜ້າ ນອນ​ຫຼັບ​ຝັນ​ຫວານ

ເພງ: “God Bless The U.S.A.”- Lee Greenwood

XS
SM
MD
LG