ລິ້ງ ສຳຫລັບເຂົ້າຫາ

ວັນອັງຄານ, ໑໙ ມີນາ ໒໐໒໔

Happy Birthday, America!


Ray Charles
Ray Charles

ເພງ: ​"America The Beautiful"

ໃນຂະນະທີ່ທ່ານຜູ້ຟັງໄດ້ຮັບຟັງເພງ ​"America The Beautiful" ຢູ່ນີ້ຊາວອະເມຣິກັນ
ທັງຫຼາຍແມ່ນກໍາລັງຕຽມຕົວຈັດເຂົ້າຂອງ, ອາຫານການກິນ ເພື່ອເຕົ້າໂຮມກັນສະຫຼອງ
ວັນເອກກະລາດຂອງຊາດອະເມຣິກາ ຊຶ່ງຄອບຄົວສ່ວນໃຫຍ່ ກໍມັກຈະເຮັດ Pic-Nic
ຫຼັງບ້ານ ຊຸມນຸມສັງສັນກັນເປັນຄອບຄົວ,​ກັບເພື່ອນມິດສະຫາຍ ຫຼືບໍ່ກໍອອກໄປຊົມສວນ
ສະໝາມຕອນກາງເວັນແລະຢູ່ກັນຍາວເຖິງຕອນກາງຄືນ ຊົມການສະແດງ ແສງສີ
ດົນຕີ ຈຸດບັ້ງໄຟດອກ ຊຶ່ງກໍຈະຈັດໃຫ້ມີຕາມຫົວເມືອງໃຫຍ່ໆເຊັ່ນ​ ນະຄອນ​ New York,
Chicago, Los Angeles ເປັນຕົ້ນ. ເພງ ​"America The Beautiful" ນີ້
ເປັນຜົນງານຂອງນັກຮ້ອງຣຸ່ນ ອະວຸໂສ ຊື່ສຽງໂດງດັງ ອໍາມະຕະຕະຫຼອດການ
Ray Charles. ຂໍມອບເພງ ທີ່ມີຄວາມໝາຍຕົງໆກັບວັນເອກກະລາດນີ້ ​ເປັນຂອງ
Carrie Underwood ສິນລະ​ປິນ ສາວ​ຄຸນ​ນະພາ​ບທີ່​ໄດ້​ຮັບ​ລາງວັນມາກ​ມາຍໃຫ້ຟັງ
ອີກ​ເພງ​ນຶ່ງ ທີ່​ເປັນ​ພາສາ​ອັງກິດວ່າ Independence's Day.

ເພງ: ​" Independence's Day"

ວັນນະ​ສອນ​ພ້ອມ​ດ້ວຍ​ລາຍການ​ສຽງ​ເພງ​ຈາກ​ແດນ​ໄກຂອງ VOA ​ຂໍ​ອໍາ​ລາ​ທ່ານ​ໃນ
ຄໍ່​າຄືນ​ ກ່ອນ​ວັນຊາດ​ອະ​ເມຣິການີ້ ​ດ້ວຍ​ເພງທີ່​ມີ​ຄວາມ​ໝາຍ​ສຸດ ສໍາ​ຫຼັບ​ປະ​ເທດທີ່​
ໃຫ້​ໂອກາດ ມີ​ສັນຕິພາບ ສິດ​ເສຣີປະຊາທິປະ​ໄຕ ສິດ​ໃນການ​ປາກ​ເວົ້າ​ແລະ​ອອກ
ຄວາມ​ຄິດ​ເຫັນ​ຕ່າງໆ​ໄດ້​ ຊຶ່ງ​ຊາວອະ​ເມ​ຣິກັນພູມ​ໃຈ​ທີ່​ໄດ້​ເອກ​ກະລາດ​ແລະ​ພູມ​ໃຈ
ໃນ​ຄວາມ​ເປັນ​ອະ​ເມ​ຣິກາ ໃນວັນ​ທີ 4 ກໍລະກົດ ​ເປັນ​ເພງ​ຂອງ Lee Greenwood
ຊຶ່ງ​ຟັງ​ຍາ​ມ​ໃ​ດກໍ​ຮູ້ສຶກ​ປະ​ທັບ​ໃຈ ໃນ​ທຸກໆ​ຄັ້ງ​ໄປໃນ​ບົດ​ເພງ God Bless The U.S.A.

ເພງ: "God Bless The U.S.A."

ກ່ຽວຂ້ອງກັນ

XS
SM
MD
LG