ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໐ ເມສາ ໒໐໒໔

ສະຫະລັດ ສະຫລອງວັນຊາດ ຄົບຮອບ 239 ປີ ໃນວັນທີ 4 ກໍລະກົດ ມື້ນີ້


US Independence Day
please wait
Embed

No media source currently available

0:00 0:00:44 0:00

ຢູ່​ທົ່ວ​ ສະຫະລັດ ​ໃນ​ວັນ​ເສົາມື້​ນີ້ ຊາວ​ອາ​ເມຣິກັນພາກັນ​ສະ
ເຫລີມສະຫລອງ​ວັນຄົບຮອບ 239 ປີ ໃນການ​ເປັນ​ເອກ​ກະ
ລາດ​ ຈາກອັງກິດ ດ້ວຍ​ການ​ເດີນ​ສວນ​ສະໜາມ ກິນເຂົ້າປ່າ
ປິກນິກ​ ຈູດ​ບັ້ງ​ໄຟ​ດອກແລະ​ຊົ​ມການສະແດງຄອນ​ເສີດ.

ປະທານາທິບໍດີ Barack Obama ​ໃຫ້​ພອນ​ແກ່​ຊາວ​ອາ
​ເມຣິກັນ​ທັງ​ໝົດ ​ຈົ່ງ ມ່ວນ​ຊື່ນ​ກັບ​ວັນ​ທີ​ສີ່ກໍລະກົດຢູ່ໃນ​ຄຳ​
ປາໄສປະຈຳ​ສັບປະດາຂອງທ່ານ. ວັນ​ດັ່ງ ກ່າວ​ຍັງ​ເປັນ​ຂີດ​
ໝາຍ​ວັນ​ເກີດ 17 ປີ ລູກ​ສາວຜູ້​ໃຫຍ່​ຂອງ​ທ່ານຄືນາງ Malia.

ຄອບຄົວທ່ານ Obama ​ເປັນ​ເຈົ້າພາບ​ຕ້ອນຮັບ ດ້ວຍການ
“ປີ້ງ barbecue ຢູ່​ຫລັງບ້ານ” ທີ່​ທຳນຽບຂາວ​ໃນ​ວັນ​ເສົາ​ມື້​ນີ້​ ໃຫ້ແກ່ພວກທະ​ຫານ ແລະ ຄອບຄົວເຂົາ​ເຈົ້າ ຫລາຍ​ຮ້ອຍຄົນ.

​ໃນ​ຂະນະ​ດຽວ​ກັນ ພິທີ​ສາບານ​ໂຕເຂົ້າ​ເປັນ​ສັນຊາດໃໝ່ຂອງ 100 ຄົນ ​ໂດຍ​ການກ່າວ
ໃຫ້ຄຳໂອວາດ ​ຈາກຫົວໜ້າອົງການ CIA ທ່ານ John Brennan ຊຶ່ງຈະ​ຈັດ​ຂື້ນ​ທີ່
Mount Vernon ບ້ານ​ພັກ​ຂອງ George Washington ປະ​ທາ​ນາ​ທິບໍດີຄົນ​ທຳ​ອິດ
​ຂອງສະຫະລັດ ໂດຍມີ​ບັນດາ​ນັກສະ​ແດງ​ເປັນ ທ່ານ Washington ​ແລະ​ພັນ​ລະ​ຍາ​
ຂອງ​ທ່ານ ທ່ານ​ນາງ Martha ທີ່​ຈະມີໜ້າຢູ່ທີ່​ນັ້ນເຊັ່ນກັນ.

ຈະ​ມີ​ການສະ​ແດງ​ຄອນ​ເສີດ ​ແລະ​ຈູດ​ບັ້ງໄຟ​ດອກ​ ຢູ່ສະໜາມ​ຫລວງ​ແຫ່ງ​ຊາດ ​ໃນ​ຕອນ​
ແລງ​ວັນ​ເສົາ​ມື້​ນີ້. ການ​ສະ​ແດງດົນຕີ ຈະນຳ​ສະ​ເໜີ Barry Manilow, Alabama, KC
​ແລະ​ຄະນະ Sunshine Band, Nicole Scherzinger, the Irish tenor Ronan
Tynan ​ແລະວົງ​ດົນຕີຂະໜາດໃຫຍ່ປະສານສຽງ Symphony Orchestra ​ແຫ່ງ​ຊາດ.

​ໃນ​ວັນ​ທີ 4 ກໍ​ລະ​ກົດ ປີ 1776 ບັນດາເຈົ້າ​ໜ້າ​ທີ່ ຜູ້​ຕາງໜ້າ​ຂອງ 13 ຫົວ​ເມືອງ​ຂື້ນອາເມ
ຣິກາ ໄດ້​ຮັບ​ຮອງເອົາຢ່າງເປັນທາງການ ຕໍ່ຄໍາ​ປະກາດເອກ​ກະລາດ ​ແຍກ​ອອກ​ຈາກ ​ການ
ເປັນເມືອງ​ຂື້ນ​ອັງກິດ.

ສົງຄາມເອກ​ກະລາດ ​ໄດ້​ເລີ້ມ​ຂື້ນ​ໃນປີ​ກ່ອນ ​ແລະດຳເນີນໄປຈົນຮອດ​ການເຊັນ​ສົນທິສັນ
ຍາ​ ນະຄອນ​ປາຣີ ​ໃນ​ປີ 1783 ຊຶ່ງໄດ້ຮັບ​ຮູ້​ຢ່າງ​ເປັນ​ທາງ​ການ ອະທິ ປະໄຕຂອງສະຫະ
ລັດ ອາ​ເມຣິກາ.

​ເຖິງ​ແມ່ນ​ວ່າ ຄຳ​ປະກາດ​ເອກ​ກະລາດ ​ເວົ້າວ່າ “ພວກ​ເຮົາ​ພາກັນຖື​ເອົາ​ຄວາມ​ຈິງເຫຼົ່ານີ້
ເປັນຫລັກ​ຖານ​ໃນຕົວເອງ ທີ່​ມະນຸດ​ທຸກ​ຄົນຖືກ​ສ້າງ​ຂື້ນ​ມາ​ເທົ່າ​ທຽມ ກັນ ​ແລ​ະ​ເຂົ​າ​ເຈົ້າ​
ໄດ້​ມອບ​ໃຫ້​ຈາກ​ຜູ້​ທີ່ສ້າງ​ເຂົາ​ເຈົ້າ​ຂື້ນ​ມາດ້ວຍ​ສິດທີ່ບໍ່ສາມາດ ໂອນໃຫ້ກັນໄດ້ຈຳນວນ
ນຶ່ງ ຊຶ່ງຮວມຢູ່ໃນນີ້ແມ່ນຊີວິດ ​ເສລີພາບ ​ແລະ​ການ​ສະ​ແຫວ​ງການ​ຄວາ​ມສຸກ” ​ເອກ​ກະສາ​
ນນີ້​ໄດ້​ຮ່າງຂຶ້ນມາ​ໂດຍ​ຜູ້​ເປັນ​ເຈົ້າ​ຂອງທາດ ທ່ານ Thomas Jefferson ຊຶ່ງ​ຕໍ່​ມາ​ໄດ້​ເປັນ
ປະທານາທິບໍດີ ສະຫະລັດ ຄົນ​ທີສາມ.

XS
SM
MD
LG