ສະຫະລັດສະເຫຼີມສະຫຼອງວັນເອກະລາດໃນວັນພະຫັດມື້ນີ້.
ວັນທີ 4 ກໍລະກົດມື້ນີ້ ແມ່ນຄົບຮອບ 237 ປີ ທີ່ສະຫະລັດອາເມ
ຣິກາໄດ້ປະກາດໂຕ ເປັນເອກະລາດຈາກການປົກຄອງຂອງ
ອັງກິດຕາມປະເພນີແລ້ວ ຊາວອາເມຣິກັນສະເຫຼີມສະຫຼອງ
ວັນດັ່ງກ່າວນີ້ ໂດຍການຈັດງານສວນສະໜາມແລະຂະບວນ
ແຫ່ຕ່າງໆ ກິນເຂົ້າປ່າ ປິກນິກສາມັກຄີຈູດບັ້ງໄຟດອກຫຼິ້ນກິລາ
ແລະງານສະແດງດົນຕີ. ການຕົກແຕ່ງເອ້ຍ້ອງໃນວັນທີ 4
ກໍລະກົດນີ້ແມ່ນຈະຈັດ ຕາມສີຂອງທຸງຊາດອາເມຣິກາ ຄື
ແດງ ຂາວ ແລະ ຟ້າ.
ໃນວັນພະຫັດມື້ນີ້ ອະນຸສາວະລີເທພີແຫ່ງເສລີພາບ ທີ່ຕັ້ງຢູ່ທີ່ເກາະນ້ອຍໆໃນນະຄອນ
ນິວຢອກຊຶ່ງທົ່ວໂລກຖືວ່າເປັນສັນຍາລັກຂອງເສລີພາບແລະປະຊາທິປະໄຕນັ້ນ ຈະເປີດ
ໃຫ້ນັກທ່ອງທ່ຽວຈາກທົ່ວໂລກເຂົ້າຊົມເປັນຄັ້ງທໍາອິດ ຫຼັງຈາກທີ່ພາຍຸເຮີຣີເຄນ Sandy
ພັດເຂົ້າປະທະ ນະຄອນນິວຢອກໃນປີກາຍນີ້. ຮູບປັ້ນເທພີແຫ່ງເສລີພາບ ທີ່ສູງ 93 ແມັດ
ນັ້ນ ບໍ່ໄດ້ຮັບຄວາມເສຍຫາຍຈາກພາຍຸດັ່ງກ່າວ ແຕ່ເກາະນ້ອຍບ່ອນທີ່ເທພີແຫ່ງເສລີພາບ
ຕັ້ງຢູ່ນັ້ນ ໄດ້ຮັບຄວາມເສຍຫາຍຢ່າງໜັກ. ພະນັກງານກໍ່ສ້າງຈໍານວນນັບພັນຄົນໄດ້ພາກັນ
ເຮັດວຽກຢ່າງໜັກ ເພື່ອຊ່ອມແປງໃຫ້ກັບຄືນສູ່ສະພາບເດີມ ໃຫ້ທັນກັບການສະຫຼລອງ
ວັນຊາດໃນມື້ນີ້ ຊຶ່ງຈະມີການຍິງບັ້ງໄຟດອກອັນສວຍງານ ຂຶ້ນສູ່ທ້ອງຟ້າເໜືອເທພີແຫ່ງ
ເສລີພາບນັ້ນ.
ປະມວນພາບຈາກການສະເຫຼີມສະຫຼອງ ເມື່ອປີ 2012:
ທີ່ກຸງວໍຊິງຕັນ ການສະເຫຼີມສະຫຼອງ ວັນທີ 4 ກໍລະກົດ ປະຈໍາປີ ແມ່ນຈັດຂຶ້ນຢູ່ໃນໃຈກາງ
ຂອງນະຄອນຫຼວງ ໃນບໍລິເວນສະໜາມຫຼວງແຫ່ງຊາດ ຫຼື National Mall. ປີນີ້ ນັກຮ້ອງ/
ນັກແຕ່ງເພງຊື່ດັງ Barry Manilow ຈະເປັນນັກສະແດງຕົວເດ່ນທີ່ມາໃຫ້ຄວາມບັນເທິງ
ແກ່ຝຸງຊົນ ທີ່ມາຮ່ວມໃນການສະຫຼອງມື້ນີ້ ຊຶ່ງຫຼັງຈາກເສັດສິ້ນການສະແດງດົນຕີແລ້ວ
ບັ້ງໄຟດອກຈະສົ່ງແສງສີຮຸ່ງແຈ້ງ ສະຫວ່າງສະໄຫວ ໄປທົ່ວທ້ອງຟ້າກຸງວໍຊິງຕັນ.
Declaration of Independence ຫຼື ຄໍາປະກາດເອກະລາດ ຂອງສະຫະລັດ ທີ່ທ່ານ
Thomas Jefferson ໄດ້ຮ່າງຂຶ້ນມາ ໃນເດືອນມິຖຸນາ ປີ 1776 ນັ້ນ ແມ່ນເປັນສັນຍາລັກ
ຂອງອິດສະລະພາບ ທີ່ປະຊາຊົນອາເມຣິກັນຖະໜຸຖະໜອມເປັນທີ່ສຸດ. ລັດຖະສະພາ
ຂອງປະເທດໃໝ່ ທີ່ເອີ້ນວ່າ the Continental Congress ໄດ້ຮັບເອົາຮ່າງເອກະສານ
ດັ່ງກ່າວ ຢ່າງເປັນທາງການ ບໍ່ເທົ່າໃດອາທິດຕໍ່ມາ ໃນວັນທີ 4 ກໍລະກົດ.
ວັນສະຫຼອງຄົບຮອບວັນເອກະລາດ ເປັນໂອກາດທີ່ສະຫະລັດຕ້ອນຮັບເອົາ
ພົນລະເມືອງໃໝ່ຂອງປະເທດ: