ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໙ ມີນາ ໒໐໒໔

ຊາວອາເມຣິກັນ ສະຫລອງ ວັນເກີດ ຄົບຮອບ 238 ປີ (ວີ​ດີ​ໂອ/ສະໄລດ໌)


Happy Birthday America!
Happy Birthday America!

ວັນ​ສຸກ​ມື້​ນີ້ ຊາວ​ອາ​ເມຣິກັນ​ໃນ​ທົ່ວ​ປະ​ເທດ ກໍ​ຄື​ທົ່ວ​ໂລກ ພາກັນ​ ສະຫລອງ​ວັນຊາດ ​ ​ວັນ​ເອກະ​ລາດ ຫລືວັນເກີດ ​ປີ​ທີ 238 ຂອງ​ປະ​ເທດ​ຂອງ​ເຂົາ​ເຈົ້າ ທີ່​ເອີ້ນ​ກັນວ່າ ສະຫະລັດ​ອາ​ເມຣິກາ ຊຶ່ງ​ມີ​ຄວາ​ມ​ເປັນ​ມາ​ແນວ​ໃດ ​ຫລື​ວ່າ ​ເຂົາ​ເຈົ້າ​ສະ​ເຫລີ​ມສະຫລອງ​ກັນ​ແນວ​ໃດ​ນັ້ນ ດາຣາມີເລື້ອງ​ລາວ​ມາ​ເລົ່າຫຍໍ້ໆ ສູ່​ທ່ານ​ຟັງ.

ວັນ ​ທີ 4 ກໍລະກົດ ປີ 1776 ​ແມ່ນ​ວັນທີ່​ຊາວອາ​ເມຣິກັນ ປະກາດ​ຕົນ​ເປັນ​ເອກະລາດ ຈາ​ກ ການ​ເປັນ​ຫົວ​ເມືອງ​ຂຶ້ນ​ຂອງ​ລາດ​ຊະ​ອານາຈັກ​ອັງກິດ ປະ​ເທດ​ທີ່​ບັນພະບຸລຸດ​ຂອງພວກ​ເຂົາ​ເຈົ້າ​ໜີ​ຈາກ​ມາ ເມື່ອປະມານ 100 ປາຍປີກ່ອນໜ້າ​ນັ້ນ ເພື່ອ​ຫລົບໜີ​ການ​ປະ​ຫັດ​ປະຫານ​ທາງ​ສາສະໜາ ​ເພາະວ່າ​ກະສັດຂອງ​ອັງກິດ ​ບໍ່​ອະນຸຍາດ​ໃຫ້​ເຂົ​າ​ເຈົ້າ​ໄດ້​ນັບຖື ສາສະໜາ​ທີ່​ເຂົາ​ເຈົ້າ​ເຫລື້ອມ​ໃສ​ແລະ​ສັດທາ.

ຊາວ​ອັງກິດ​ຈຸ​ທຳ​ອິດ ​ທີ່​ເອີ້ນ​ວ່າ ຊາວ pilgrims ຫລື​ພວກ​ສະ​ແຫວ​ງບຸນ ໄດ້​ພາກັນ​ສ່ຽງ​ຕາຍ​ເດີນທາງຂ້າມ​ມະຫາ​ສະມຸດ​ແອັດ​ແລນ​ຕິກ ມາໃນ​ກາງ​ສັດຕະວັດ ທີ່ 17 ຫລື​ກາງ​ຊຸມ​ປີ 1600 ມາຮອດ​ບ່ອນ​ທີ່​ດຽວ​ນີ້ ​ເອີ້ນ​ວ່າ​ເມືອງ Plymouth ລັດ Massachusetts ທາງ​ພາກ​ຕາ​ເວັນ​ອອກ​ສຽງເໜືອ​ຂອງ​ສະຫະລັດ. ການ​ມາ​ຕັ້ງ​ຖິ່ນ​ຖານ​ໃໝ່​ຢູ່​ໃນ​ດິນ​ແດນ​ໃໝ່ ທີ່​ເອີ້ນ​ວ່າ the new World ຫລື​ໂລກ​ໃໝ່ແຫ່ງ​ນີ້ ​ແມ່ນ​ເຕັມ​ໄປ​ດ້ວຍ​ຄວາມ​ລຳ​ບາກ ​ຈົນຫລາຍໆ​ຄົນ​ເອົາ​ຊີວິດ​ບໍ່​ລອດ ຈົນ​ກະ​ທັງ​ເຂົາ​ເຈົ້າ​ໄດ້​ພົບ​ກັບ ​ຊົນ​ເຜົ່າ​ພຶ້ນ​ເມືອງ​ທີ່​ອາ​ໄສ​ຢູ່​ໃນ​ດິນ​ແດນ​ແຫ່ງ​ນີ້​ມາ​ກ່ອນ ກໍ​ຄື​ຊົນ​ເຜົ່າ​ ອິນ​ເດຍ​ແດງ ຫລື American Indians ຊຶ່ງ​ດຽວ​ນີ້​ເອີ້ນ​ວ່າ Native Americans ຫລື​ຊາວ​ອາ​ເມຣິກັນ​ພື້ນ​ເມືອງ ທີ່​ໄດ້​ຊ່ວຍ​ສອນ​ວິທີ​ຫາ​ຢູ່​ຫາ​ກິນ​ຕາມ​ປ່າ​ຕາມ​ດົງ​ໃຫ້​ເຂົາ​ເຈົ້າ ຈົນ​ຜ່ານ​ພົ້ນ​ລະດູ​ໜາວ​ທີ່ກັນດານເອົາ​ຊີວິດ​ລອດ​ມາ​ໄດ້.

​ຈາກ​ນັ້ນ ຊາວ​ອັງກິດແລະ​ຊາວ​ຢູ​ໂຣບຈຸ​ຕໍ່ໆ​ໄປ​ ກໍຕິດຕາມມາ​ຢູ່ນຳ ​ໃນ​ຈຳນວນ​ທີ່​ຫລວງ
ຫລາຍ​ຂຶ້ນ ເຊັ່ນ​ດຽວ​ກັນ​ກັບ​ທະຫານ​ອັງກິດ ທີ່​ຕິດຕາມ​ມາ​ຄວບ​ຄຸມ​ແລະ​ປົກຄອງ ​ເພາະ​ລາດ​ຊະ​ອານາຈັກ​ອັງກິດ​ຍັງ​ຖື​ວ່າ​ ພວກ​ເຂົາ​ເຈົ້າ​ເປັນ​ພົນລະ​ເມືອງ​ຂອງ​ຕົນ​ຢູ່. ຊາວ​ອັງກິດ​ທີ່​ຫລົບໜີ​ມາກໍ​ໄດ້​ພາກັນ ​ຍົກຍ້າຍ​ລົງ​ມາ​ທາງ​ທິດໃຕ້ ​ຕັ້ງ​ຖິ່ນ​ຖານ​ຢູ່​ບ່ອນ​ໃໝ່ ເລາະ​ຕາມ​ແຄມ​ຝັ່ງ​ມະຫາ​ສະມຸດ​ແອັດ​ແລນ​ຕິກ ຈົນ​ເພີ້​ມຂຶ້ນ​ເປັນຮອດ 13 ອານາ​ນິຄົມ ທີ່​ຕົກ​ເປັນຫົວ​ເມືອງຂຶ້ນ​ຂອງ​ອັງກິດ ຖືກເກັບພາສີຖືກກົດ​ຂີ່​ຂົ່ມ​ເຫັງ​ຕ່າງ​ໆ​ນາໆ ​ໂດຍ​ທີ່​ບໍ່​ມີ​ຜູ້ແທນ​ຕາງໜ້າ​ໃນ​ລະບົບ​ການປົກຄອງ ບໍ່​ມີ​ສິດ​ມີ​ສຽງ​ໃນ​ເລື້ອງ​ໃດໆ​ທັງສີ້​ນ ​ແລະ​ນັ້ນ​ເອງ​ພາ​ໃຫ້​ເຂົາ​ເຈົ້າ​ລຸກ​ຮື​ຂຶ້ນ ປະກາດ​ຕົນ​ເອງ​ເປັນ​ເອກະລາດ ​ໃນ​ວັນທີ 4 ກໍລະກົດ ປີ 1776 ​ແລະ​ໃສ່​ຊື່ວ່າ the United States of America ກໍ​ຄື​ສະຫະລັດ​ອາ​ເມຣິກາ​ ​ເພາະວ່າໃນນຕອນ​ນັ້ນ ມີ 13 ລັດ​ຮ່ວມ​ກັນ​ ສະຖາປະນາ​ເປັນ​ປະ​ເທດ​ຂຶ້ນ.

ເບິ່ງວີດີໂອ ກ່ຽວກັບ ໃບປະກາດເອກະລາດ ຂອງອາເມຣິກາ:

ໃນ​ມື້​ນີ້ ຊາວ​ອາ​ເມຣິກັນພາກັນ​ສະ​ເຫລີ​ມສະຫລອງ​ຢ່າງ​ມ່ວນ​ຊື່ນ. ຢູ່​ຕາມ​ຫົວ​ເມືອງ​ນ້ອຍ​ໃຫຍ່ ​ແມ່ນ​ຈະ​ມີ​ການ​ສວນສະໜາມ ທີ່​ຜູ້​ປະກອບ ສ່ວນພາກັນ​ນຸ່ງ​ເຄື່ອງ​ຊຸດ​ສະ​ໄມ​ຫົວ​ເມືອງ​ຂຶ້ນ. ບາງ​ແຫ່ງ​ກໍ​ຈະ​ມີ​ການສະ​ແດງ​ລະຄອນ​ກ່ຽວ​ກັບ​ຕອນ​ໃດ​ຕອນ​ນຶ່ງ​ທີ່​ສຳຄັນ​ຂອງປະຫວັດ
ສາດ ການ​ຕໍ່ສູ້​ເພື່ອ​ສະຖາປະນາ​ປະ​ເທດ​ນີ້​ຂຶ້ນ​ມາ. ຊາວ​ອາ​ເມຣິກັນສ່ວນ​ໃຫຍ່​ແມ່ນ​ຈະພາກັນ
​ໄປປິກ​ນິກ​ຊຸມ​ເຂົ້າ​ກັນ​ຕອນ​ກາງ​ເວັນ ຢູ່ຕາມ​ສວນສາທາລະນະ ​ແລ້ວ​ກໍ​ຫລິ້ນ​ກິລາ​ກັນມ່ວນໆ.

ການຍິງບັ້ງໄຟດອກ ສະຫລອງ ວັນເອກະລາດຂອງອາເມຣິກາ ຢູ່ທາງຫລັງອານຸສາວະລີນາງເສລີພາບ ທີ່ອ່າວ ຮັດສັນ ນອກຝັ່ງນະຄອນນິວຢອກ.
ການຍິງບັ້ງໄຟດອກ ສະຫລອງ ວັນເອກະລາດຂອງອາເມຣິກາ ຢູ່ທາງຫລັງອານຸສາວະລີນາງເສລີພາບ ທີ່ອ່າວ ຮັດສັນ ນອກຝັ່ງນະຄອນນິວຢອກ.

ພໍ​ແລງ​ໆ​ມາກໍ​ພາກັນ​ໄປ​ຊົມ​ການສະ​ແດງ​ຄອນ​ເສີດດົນຕີ ດ້ວຍ​ບັນດາ​ນັກ​ຮ້ອງ​ຊື່​ດັງ ທີ່ພາກັນມາ​ຮ້ອງ​ເພງ​ຮັກ​ຊາດ​ແລະ​ສະດຸ​ດີ​ປະ​ເທດ​ຂອງ​ເຂົາ​ເຈົ້າ ຊຶ່ງ​ທາງ​ການຈັດ​ຂຶ້ນຢູ່​ກາງ​ແຈ້ງ ​ເຊັ່ນ​ຢູ່ເດິ່ນສະໜາມ​ຫລວງ​ໃນ​ນະຄອນຫລວງວໍ​ຊິງ​ຕັນ​ດີ​ຊີ ຫລືຢູຸ່ຈະຕຸ​ລັດ Time Square ທີ່​ນະຄອນ​ນິວຢອກ ​ແລະ​ແຄມ​ແມ່​ນໍ້າ Hudson ແລະ​ປິດ​ທ້າຍ​ດ້ວຍ​ການ​ຈູດ​ບັ້ງ​ໄຟ​ດອກ ຢ່າງ​ສວຍ​ງາມ​ແລະ​ໜ້າ​ຕື່ນ​ຕາ​ຕື່ນ​ໃຈ.

ສ່ວນ​ຊາວ​ລາວ​ອາ​ເມຣິກັນ​ແລະ​ຊົນ​ຊາດ​ອື່ນໆ​ທີ່​ເຂົ້າ​ມາ​ອາ​ໄສ​ຢູ່​ໃນ​ປະ​ເທດ​ນີ້ ກໍ​ພາກັນສະ​ເຫລີ​ມສະຫລອງ​ຕາມ​ທີ່​ຊາວ​ອ​ເມ​ຮິ​ກັນ​ເຮັດ​ກັນ. ບາງ​ປະຊາ​ຄົມ​ກໍ​ໃຊ້​ໂອກາດ​ນີ້ ​ຈັດ​ບຸນ​ເຕົ້າ​ໂຮມ​ເຄືອ​ຍາດ ເຊັ່ນ​ຢູ່​ວັດ​ລາວ​ພຸດ​ທະ​ວົງ ທີ່​ເມືອງ Catlett ລັດ​ເວີ​ຈີ​ເນຍ ທີ່​ຈັດ​ງານ​ນີ້​ເປັນ​ປະຈຳ​ທຸກໆ​ ມີຄົນ​ລາວ​ຈຳນວນ​ຫລວງຫລາຍ​ຈາກ​ທົ່ວ​ສະຫະລັດ ມາ​ຮ່ວມ​ງານ ຊຶ່ງ​ມີ​ທັງ​ພິທີ​ທາງ​ສາສະໜາ ຕະຫລາດນັດ ​ແລະ​ຄອນ​ເສີດ​ດົນຕີ.

ຂະນະ​ທີ່​ເຮົາ​ອອກ​ອາກາດ​ຢູ່​ນີ້ ​ແມ່ນ​ເວລາ​ປະມານ 8 ​ໂມງ 45 ນາທີ​ ຕອນ​ເຊົ້າ​ທາງ​ຝັ່ງ​ຕາ​
ເວັນ​ອອກ​ຂອງ​ສະຫະລັດ ​ແລະ​ເຊົ້າ​ກ່ວາ​ນັ້ນ​ອີກ ທາງ​ພາກ​ກາງ​ແລະ​ກ້ຳ​ຕາ​ເວັນ​ຕົກ ສະ​ນັ້ນ ການສະ​ເຫລີ​ມສະຫລອງ​ສ່ວນ​ໃຫຍ່​ກໍ​ແມ່ນ​ຍັງ​ບໍ່​ທັນ​ເລີ້ມ​ຂຶ້ນ​ເທື່ອ ​ຈົນ​ກ່ວາ​ອີກ​ສອງສາມ​ຊົ່ວ​ໂມງ​ຂ້າງ​ໜ້າ. ​ໂດຍ​ລວມ​ແລ້ວ ການ​ສະຫລອງ​ໃນ​ມື້​ນີ້​ແມ່ນ​ຈະຄຶກຄັກມ່ວນ​ຊຶ່ນ ​ແລະ​ເຕັມ
ໄປດ້ວຍບັນຍາ​ກາດ​ແຫ່ງ​ນໍ້າ​ໃຈຮັກ​ຊາດ ​ແລະ​ພູມ​ໃຈ​ໃນ​ຄວາມ​ເປັນ​ຄົນ​ອາ​ເມ​ຣິກັນ ​ເປັນ​ພົນລະ​ເມືອງ​ຂອງ​ປະ​ເທດ​ທີ່​ເສລີມີ​ປະຊາທິປະ​ໄຕ​ແຫ່ງ​ນີ້. ​ເພື່ອ​ສະ​ແດງ​ເຖິງ​ຄວາມ​ພູມ​ໃຈ​ດັ່ງກ່າວ​ນີ້ ຊາວ​ອາ​ເມຣິກັນຈະ​ພາກັນ​ເອ້ຍ້ອງ​ແລະ​ຕົກ​ແຕ່ງ​ດ້ວຍສີ ​ແດງ ຂາວ ​ແລະ​ຟ້າ​ແກ່ ຫລື red white and blue ອັນ​ເປັນ​ສີຂອງ​ທຸງຊາດ​ຂອງ​ເຈົ້າ ​ແລ​ະພາກັນ​ຮ້ອງ​ເພງ​ສະດຸ​ດີ​ປະ​ເທດ​ຂອງ​ເຂົາ​ເຈົ້າ ​ເຊັ່ນ​ເພງ​ນີ້​ຂອງນັກ​ຮ້ອງ​ລູກ​ທົ່ງ​ຊື່​ດັງ Lee Greenwood – God Bless the USA. ຂ້າພ​ເຈົ້າ​ຂໍ​ອຳ​ລາ​ທ່ານ​ໄປ​ພ້ອມ​ກັບ​ເພງ​ນີ້​ເລີຍ ສຸກ​ສັນ​ວັນ​ເກີດ ອາ​ເມຣິກາ Happy Birthday. Happy July 4th!

XS
SM
MD
LG