ລິ້ງ ສຳຫລັບເຂົ້າຫາ

ວັນພະຫັດ, ໒໕ ເມສາ ໒໐໒໔

ລາວວ່າ ກົດໝາຍວ່າດ້ວຍໄຟຟ້າ ສະບັບດັດແກ້ໃໝ່ ຈະຊ່ວຍໃຫ້ ຄົນທຸກຍາກໄດ້ຊົມໃຊ້ໄຟຟ້າຫຼາຍຂຶ້ນ


ເຂື່ອນນໍ້າງຽບ 2 ທີ່ເປັນການລົງທຶນຮ່ວມກັນ ລະຫວ່າງລັດຖະບານລາວ ແລະບໍລິສັດຈີນ ໄດ້ເລີ້ມລົງມື ກໍ່ສ້າງໃນທ້າຍປີ 2011 ທີ່ຜ່ານມານີ້
ເຂື່ອນນໍ້າງຽບ 2 ທີ່ເປັນການລົງທຶນຮ່ວມກັນ ລະຫວ່າງລັດຖະບານລາວ ແລະບໍລິສັດຈີນ ໄດ້ເລີ້ມລົງມື ກໍ່ສ້າງໃນທ້າຍປີ 2011 ທີ່ຜ່ານມານີ້

ລັດຖະມົນຕີລາວຢືນຢັນວ່າ ກົດໝາຍວ່າດ້ວຍໄຟຟ້າສະບັບດັດແກ້ໃໝ່ ທີ່ຜ່ານການ ຮັບຮອງຈາກສະພາແຫ່ງຊາດແລ້ວນັ້ນ ຈະເຮັດໃຫ້ການຂະຫຍາຍຕາໜ່າງສາຍສົ່ງ ກະແສໄຟຟ້າ ໄປເຖິງຄົນທຸກຍາກໄດ້ຫຼາຍຂຶ້ນ.

ທ່ານ ຄໍາມະນີ ອິນທິລາດ ລັດຖະມົນຕີຊ່ວຍວ່າການກະຊວງພະລັງງານ ແລະບໍ່ແຮ່
ໄດ້ຖະແຫຼງຢືນຢັນວ່າການທີ່ສະພາແຫ່ງຊາດລາວ ໄດ້ມີມະຕິຮັບຮອງເອົາກົດໝາຍ
ວ່າດ້ວຍໄຟຟ້າສະບັບດັດແກ້ໃໝ່ຢ່າງເປັນທາງການເມື່ອບໍ່ນານມານີ້ ຈະຊ່ວຍເຮັດ
ໃຫ້ປະຊາຊົນທີ່ທຸກຍາກທີ່ອາໄສຢູ່ໃນເຂດຊົນນະບົດທົ່ວປະເທດລາວນັ້ນ ມີໂອກາດ
ທີ່ຈະໄດ້ຊົມໃຊ້ກະແສໄຟຟ້າຫຼາຍຂຶ້ນ.

ທັງນີ້ກໍເນື່ອງຈາກວ່າ ກົດໝາຍວ່າດ້ວຍໄຟຟ້າສະບັບດັດແກ້ໃໝ່ ໄດ້ເປີດໂອກາດ
ໃຫ້ກັບທຸກຄອບຄົວຂອງປະຊາຊົນລາວສາມາດທີ່ຈະຂໍຕິດຕັ້ງລະບົບໄຟຟ້າສໍາລັບ
ຊົມໃຊ້ໃນຄົວເຮືອນໄດ້ ໂດຍບໍ່ຕ້ອງຊໍາລະຄ່າທໍານຽມ ແລະ ຄ່າໃຊ້ຈ່າຍຕ່າງໆ ໃນ
ອັດຕາທີ່ສູງອີກຕໍ່ໄປ ຫາກແຕ່ສາມາດທີ່ຈະຜ່ອນຊໍາລະເປັນລາຍເດືອນໄດ້ໃນອັດຕາ
ສະເລ່ຍລະຫວ່າງ 25,000-30,000 ກີບຕໍ່ເດືອນເປັນເວລາ 36 ເດືອນ ຕິດຕໍ່ກັນ
ຊຶ່ງຈະເປັນກາຊໍາລະພ້ອມກັນກັບຄ່າຊົມໃຊ້ກະແສໄຟຟ້າໃນແຕ່ລະເດືອນນັ້ນເອງ.

ການ​ຂະຫຍາຍ​ຕາໜ່າງ​ໄຟຟ້າ ຢູ່​ເຂດ​ຊົນນະບົດ​ລາວ
ການ​ຂະຫຍາຍ​ຕາໜ່າງ​ໄຟຟ້າ ຢູ່​ເຂດ​ຊົນນະບົດ​ລາວ

ທ່ານຄໍາມະນີ ບອກອີກດ້ວຍ
ວ່າ ການປະຕິບັດຕາມກົດ
ໝາຍວ່າດ້ວຍໄຟຟ້າສະບັບ
ດັດແກ້ໃໝ່ດັ່ງກ່າວນີ້ ຍັງຈະ
ເຮັດໃຫ້ລັດຖະບານລາວສາ
ມາດບັນລຸເປົ້າໝາຍສໍາຄັນ
ໃນໄລຍະ 10 ປີ ຕໍ່ໜ້າອີກ
ດ້ວຍ ກໍຄືການເພີ່ມການ
ຕອບສະໜອງການຊົມໃຊ້
ໄຟຟ້າພາຍໃນໃຫ້ກວາມເຖິງ
90% ຂອງຄອບຄົວທັງໝົດ
ໃນປີ 2020 ດັ່ງທີ່ ທ່ານ ຄໍາມະນີໄດ້ໃຫ້ການຢືນຢັນວ່າ:

ພວກເຮົາຈະສຸມໃສ່ພັດທະນາດ້ານຕົ້ນຕໍໄປພ້ອມໆກັນ ພັດທະນາການຜະລິດ
ແລະ ການຈໍາໜ່າຍຢ່າງແຂງແຮງ ສົມທົບຢ່າງແໜ້ນແຟ້ນ ລະຫວ່າງການຈໍາ
ໜ່າຍຢູ່ພາຍໃນປະເທດ ໃຫ້ພຽງພໍກັບຄວາມຕ້ອງການ ແລະການສົ່ງອອກ
ໄປຕ່າງປະເທດໃຫ້ນັບມື້ນັບເພີ່ມຂຶ້ນ ສໍາລັບການຈໍາໜ່າຍເພື່ອຊົມໃຊ້ຢູ່ພາຍໃນ
ປະເທດເມື່ອຮອດປີ 2015 ແມ່ນຈະໃຫ້ບັນລຸຈໍານວນຄອບຄົວ ໃນທົ່ວປະເທດ
ໃຫ້ໄດ້ໃຊ້ໄຟຟ້າຕັ້ງແຕ່ 80% ຂຶ້ນໄປ ແລະເມື່ອຮອດປີ 2020 ກໍຈະໃຫ້ບັນລຸ
ຄາດໝາຍ ໃຫ້ໄດ້ຫຼາຍກວ່າ 90%.

ໃນປັດຈຸບັນນີ້ ຢູ່​ໃນ​ປະ​ເທດ​ລາວມີ​ເຂື່ອນທີ່ສ້າງ​ສຳ​ເລັດ ​ແລະ​ກໍໄດ້ທໍາການຜະລິດກະ
ແສໄຟຟ້າແລ້ວ ຈຳນວນ​ທັງໝົດ 16 ​ໂຄງການຊຶ່ງມີ​ກຳລັງ​ຕິດຕັ້ງລວມກັນ 2,560 ເມ​
ກາ​ວັດແລະ​ກໍ​ສາມາດ​ຜະຫລິດ​ກະ​ແສໄຟຟ້າ​ໄດ້​ລວມກັນ ​ຫລາຍ​ກວ່າ 12 ພັນ 800
ລ້ານກິ​ໂລວັດ​ໂມງ​ຕໍ່ປີ ຫລື​ເພີ້ມຂຶ້ນ​ຈາກ​ປີ 2005 ຄິດ​ເປັນ​ເຖິງ 3 ​ເທົ່າ​ຕົວ.

ຕາຂ່າຍໄຟຟ້າທີ່ນໍາກະແສໄຟຟ້າເພື່ອສົ່ງອອກໄປຂາຍທີ່ໄທ
ຕາຂ່າຍໄຟຟ້າທີ່ນໍາກະແສໄຟຟ້າເພື່ອສົ່ງອອກໄປຂາຍທີ່ໄທ

ແຕ່ຢ່າງໃດກໍຕາມໃນຈຳນວນ
16 ໂຄງການເຂື່ອນດັ່ງກ່າວ ກໍ່
ເປັນເຂື່ອນທີ່ຢູ່ພາຍໃຕ້ການດູ
ແລແລະຄູ້ມຄອງຂອງ EDL
ຈໍານວນ 9 ໂຄງການຊຶ່ງມີກໍາ
ລັງຕິດຕັ້ງຮວມກັນພຽງແຕ່
385 ເມກາວັດ ແລະກໍສາມາດ
ຜະລິດກະແສໄຟຟ້າໄດ້ຮວມ
ກັນໃນປະລິມານບໍ່ເກີນ
1,800 ລ້ານກິໂລວັດໂມງຕໍ່ປີ
ແລະໃນນີ້ກໍ່ເປັນກະແສໄຟຟ້າ
ທີ່ຕອບສະໜອງການຊົມໃຊ້ພາຍໃນປະເທດໃນປະລິມານລວມ 1,400 ລ້ານກິໂລວັດ
ໂມງຕໍ່ປີຊຶ່ງກໍໝາຍຄວາມວ່າ EDL ມີພະລັງງານ ໄຟຟ້າອອກໄປຕ່າງປະເທດພຽງແຕ່
ບໍ່ເກີນ 400 ລ້ານກິໂລວັດໂມງຕໍ່ປີເທົ່ານັ້ນ.

ສ່ວນອີກ 7 ໂຄງການທີ່ບໍ່ໄດ້ຢູ່ໃນການຄຸມຄອງຂອງ EDL ນັ້ນເປັນການລົງທຶນຂອງ
ຕ່າງປະເທດທີ່ສາມາດຜະລິດກະແສໄຟຟ້າໄດ້ໃນປະລິມານລວມກັນຫຼາຍກວ່າ 10
ພັນລ້ານກິໂລວັດໂມງ ຕໍ່ປີແຕ່ເນື່ອງຈາກວ່າເຂື່ອນທີ່ເປັນການລົງທຶນຂອງຕ່າງປະເທດ
ໃນລາວນັ້ນ ມີເປົ້າໝາຍເພື່ອການສົ່ງອອກພະລັງງານໄຟຟ້າໄປຕ່າງປະເທດເປັນດ້ານ
ຫຼັກ ຈຶ່ງເຮັດໃຫ້ມີການຕອບສະໜອງການຊົມໃຊ້ພະລັງງານໄຟຟ້າພາຍໃນລາວພຽງ
ແຕ່ 1,158 ລ້ານກິໂລວັດໂມງຕໍ່ປີຫຼືຄິດເປັນ 10% ຂອງກະແສໄຟຟ້າທີ່ຜະລິດໄດ້ທັງ
ໝົດໃນລາວເທົ່ານັ້ນ.

ຊຶ່ງດ້ວຍສະພາບດັ່ງກ່າວນີ້ ​ເມື່ອ​ປະກອບ​ກັບ​ຄວາມ​ຕ້ອງການຊົມ​ໃຊ້​ພະ​ລັງ​ງານ ກໍ​ມີ
​ທ່າ​ອ່ຽງ​ເພີ້ມຂຶ້ນ​ເກີນ​ກວ່າ 17% ​ໃນ​ແຕ່ລະ​ປີ​ອີກ​ດ້ວຍ​ແລ້ວ ຈຶ່ງ​ເຮັດ​ໃຫ້ລັດວິສາຫະກິດ
ໄຟຟ້າລາວ (EDL) ຕ້ອງ​ຫາ​ທາງ​ເພີ້ມການ​ຜະຫລິ​ດພະລັງງານ​ໄຟ​ຟ້າດ້ວຍ​ການຮ່ວມ
​ລົງທຶນ​ກັບຕ່າງ​ຊາດເພື່ອດຳ​ເນີນການກໍ່ສ້າງ​ເຂື່ອນ​ໃນ​ລາວ​ຫລາຍຂຶ້ນ ພາຍໃຕ້ເປົ້າ
ໝາຍທີ່ຈະຮ່ວມລົງທຶນສ້າງເຂື່ອນເພີ່ມຂຶ້ນໃຫ້ໄດ້ບໍ່ໜ້ອຍກວ່າ 29 ໂຄງການໃນ 10 ປີ
ຂ້າງໜ້າ.

XS
SM
MD
LG