ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ການແກ້ໄຂກົດໝາຍ ອາຊະຍາກຳ ທາງ ຄອມພິວເຕີ ກໍ່ໃຫ້ເກີດການປະທ້ວງໃນ ໄທ


ເງົາມືດຂອງຜູ້ຊາຍຄົນໜຶ່ງ ຢືນຢູ່ຕໍ່ໜ້າຈໍໂທລະພາບ ຢູ່ສູນກາງປະຕິບັດການ ຮັກສາຄວາມປອດໄພໃນ ບາງກອກ.
ເງົາມືດຂອງຜູ້ຊາຍຄົນໜຶ່ງ ຢືນຢູ່ຕໍ່ໜ້າຈໍໂທລະພາບ ຢູ່ສູນກາງປະຕິບັດການ ຮັກສາຄວາມປອດໄພໃນ ບາງກອກ.

ພວກນັກເຄື່ອນໄຫວ ສື່ມວນຊົນ ໄທ ກ່າວວ່າ ຊື່​ສຽງຂອງປະເທດ ໄທ ​ໃນ​ຖານະຜູ້ນຳຂອງ ພາກພື້ນ ກ່ຽວ​ກັບ ​ສິດເສລີພາບໃນການປາກເວົ້າ ໄດ້ປະສົບກັບການເສື່ອມຖອຍດ້ວຍ ການ​ຮັບຮອງເອົາກົດໝາຍ ​ໃນ​ການ​ຄຸ້ມຄອງອາຊະຍາກຳທາງພິວເຕີທີ່ຖືກແກ້ໄຂໃໝ່.

ການແກ້ໄຂກົດໝາຍອາຊະຍາກຳທາງຄອມພິວເຕີປີ 2007 ໄດ້ຖືກຮອງຮັບຢ່າງຖ້ວມລົ້ນ ໃນສັບປະດາທີ່ຜ່ານມາ ໂດຍສະພານິຕິບັນຍັດແຫ່ງຊາດ ທີ່ໜູນຫຼັງໂດຍທະຫານ.

ບັນດາເຈົ້າໜ້າທີ່ ໄທ ກ່າວວ່າ ການປ່ຽນແປງໄດ້ແນເປົ້າໃສ່ເສດຖະ ກິດ ແລະ ສັງຄົມທີ່ອີງ ໃສ່ເທັກໂນໂລຈີຄອມພິວເຕີ ໃນຂະນະທີ່ພວກເຂົາເຈົ້າປົກປ້ອງສິດທິຂອງປະຊາຊົນ ຈາກ ການຖືກລ່ວງລະເມີດໃນສັງຄົມ ແລະ ຂ່າວທາງອິນເຕີແນັດ.

ກົດໝາຍທີ່​ໄດ້​ຮັບການແກ້ໄຂນີ້ ຍັງກຳນົດການ​ປັບ​ໃໝຢ່າງ​ໜັກ ​ແລະ ການຕັດສິນຈຳຄຸກ​ດົນ​ເຖິງ 5 ປີ, ໃນກໍລະນີທີ່ກ່ຽວຂ້ອງກັບຄວາມປອດໄພແຫ່ງຊາດ, ການໝິ່ນປະໝາດ ແລະ ການສໍ້ໂກງທາງອອນລາຍ.

ຄະນະກຳມະການທີ່ຖືກເລືອກສອງຄົນ ກໍຍັງຈະຖືກແຕ່ງຕັ້ງໃຫ້ “ຄວບຄຸມເນື້ອຫາຂໍ້ ຄວາມທາງອອນລາຍ," ໂດຍຜູ້ທີ່ສະໜອງເນື້ອຫາຈະຖືກກຳນົດໃຫ້ເກັບກຳສະຖິຕິເປັນ ເວລາ 2 ປີ.

ແຕ່ກົດໝາຍດັ່ງກ່າວໄດ້ກໍ່ໃຫ້ເກີດການປະທ້ວງ ແລະ ມີການໂຈມຕີເວັບໄຊຂອງລັດຖະ ບານ.

ການປະທ້ວງປະກອບມີການໂຄສະນາລົງລາຍເຊັນເກືອບ 400,000 ຄົນ ເພື່ອກົດດັນລັດ ຖະບານໃຫ້ ຖອຍຈາກການແກ້ໄຂດັ່ງກ່າວ. ລາຍງານຫຼາຍສະບັບໄດ້ກ່າວວ່າ ເວັບໄຊ ຂອງລັດຖະບານ ໄທ ໄດ້ຖືກໂຈມຕີໂດຍຄວາມພະຍາຍາມສ້າງຄວາມເສຍຫາຍ ໃນວັນ ອັງຄານມື້ນີ້.


ອ່ານຂ່າວນີ້ຕື່ມເປັນພາສາອັງກິດ

XS
SM
MD
LG