ກະດູກທີ່ຖືກພົບເຫັນຢູ່ໃນເກາະໃນມະຫາສະມຸດປາຊີຟິກ ທີ່ຢູ່ຫ່າງໄກສອກ
ຫລີກແຫ່ງນຶ່ງ ໃນປີ 1940 ນັ້ນ ແມ່ນກະດູກຂອງທ່ານນາງ ອາເມເລຍ ເອຍ
ຮາດ (Amelia Earhart) ນັກບິນທີ່ເລົ່າຂານກັນມາວ່າໄດ້ຫາຍສາບສູນໄປ,
ອີງຕາມຄຳເວົ້າຂອງນັກມະນຸດວິທະຍາ ໃນວັນພະຫັດວານນີ້.
ໃນບົດຂຽນ ຢູ່ໃນວາລະສານ Forensic Anthropology ນັ້ນ ທ່ານ ຣີເຈີດ
ແຈນຊ໌ (Richard Jantz) ເວົ້າວ່າ ຫລັກຖານແມ່ນ “ດີຫລາຍສົມຄວນ” ວ່າ
ມັນເປັນຊາກກະດູກຂອງທ່ານນາງ.
ການສຶກສາຄົ້ນຄວ້າກະດູກທີ່ພົບເຫັນຢູ່ກາະ ນີກຸມາໂຣໂຣ (Nikumaroro)
ທີ່ດໍາເນີນໄປກ່ອນໜ້ານັ້ນ ໄດ້ສະຫລຸບວ່າ ມັນເປັນກະດູກຂອງຜູ້ຊາຍຄົນນຶ່ງ.
ນັບແຕ່ນັ້ນມາ ກະດູກກໍໄດ້ເສຍໄປ. ແຕ່ວ່າທ່ານແຈນຊ໌ ໄດ້ໃຊ້ເຕັກນິກໃໝ່ເພື່ອ
ສຶກສາເບິ່ງການວັດແທກກະດູກ ທີ່ໄດ້ບັນທຶກໄວ້ ແລະເວົ້າວ່າ ກະດູກເຫລົ່ານັ້ນ
ຊ່ວຍໃຫ້ສະຫລຸບໄດ້ວ່າ ມັນເປັນຂອງຜູ້ຍິງຄົນນຶ່ງ.
ທ່ານກ່າວວ່າ “ມີແຕ່ຜູ້ດຽວເທົ່ານັ້ນ ທີ່ຖືກບັນທຶກໄວ້ວ່າອາດເປັນເຈົ້າຂອງກະ
ດູກ ພວກນີ້ ນັ້ນກໍຄື ທ່ານນາງ ອາເມເລຍ ເອຍຮາດ (Amelia Earhart).
ມີທິດສະດີທີ່ນັບບໍ່ຖ້ວນ ກ່ຽວກັບເຫດການທີ່ໄດ້ເກີດຂຶ້ນ ລວມທັງພວກເຫັນ
ເຫດການທີ່ເວົ້າວ່າ ລາວຖືກຍີ່ປຸ່ນຈັບເປັນຊະເລີຍ.