ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໑໙ ເມສາ ໒໐໒໔

ເອກ​ອັກ​ຄະ​ລັດ​ຖະ​ທູດກ່າວ​ວ່າ ປາ​ກິ​ສ​ຖານ ພວມ​ນຳ​ເຂົ້າ​ນ້ຳ​ມັນ ຈາກ​ຣັດ​ເຊຍ ໂດຍ​ໄດ້​ຮັບ​ການ​ອະ​ນຸ​ມັດ​ຈາກ​ສະ​ຫະ​ລັດ


​ກຳ​ປັ່ນ​ບັນ​ທຸກ​ນ້ຳ​ມັນ​ດິບ​ລຳ​ນຶ່ງ ທີ່​ຖິ້ມ​ສະ​ໝໍ​ຈອດ​ຢູ່​ທີ່​ອ່າວ​ນາ​ໂຄດ​ກາ ໃກ້​ກັບ​ເມືອ​ງ​ທ່າ​ນາ​ໂຄດ​ກາ​ຂອງ​ຣັດ​ເຊຍ ເມື່ອ​ວັນ​ທີ 4 ທັນ​ວາ 2022.
​ກຳ​ປັ່ນ​ບັນ​ທຸກ​ນ້ຳ​ມັນ​ດິບ​ລຳ​ນຶ່ງ ທີ່​ຖິ້ມ​ສະ​ໝໍ​ຈອດ​ຢູ່​ທີ່​ອ່າວ​ນາ​ໂຄດ​ກາ ໃກ້​ກັບ​ເມືອ​ງ​ທ່າ​ນາ​ໂຄດ​ກາ​ຂອງ​ຣັດ​ເຊຍ ເມື່ອ​ວັນ​ທີ 4 ທັນ​ວາ 2022.

ປາ​ກິ​ສ​ຖານ​ກ່າວ​ໃນ​ວັນ​ພະ​ຫັດ​ນີ້ິ້​ວ່າ ຕົນ​ພວມ​ຊື້​ນ້ຳ​ມັນດິບ​ລາ​ຄາ​ຖືກຈາກ​ຣັດ​ເຊຍ ໂດຍ​ໄດ້​ຮັບ​ການ​ອະ​ນຸ​ມັດ​ແບບ​ເປັນ​ໄນ​ຈາກ​ສະ​ຫະ​ລັດ ແລະ​ການ​ຈັດ​ສົ່ງ​ງວດ​ທຳ​ອິດ​ຈະ​ໄປ​ເຖິງ​ປາ​ກິ​ສ​ຖານ​ໃນ​ໄວໆ​ນີ້.

ທ່ານ​ມາ​ຊູດ ຄານ ເອກ​ອັກ​ຄະ​ລັດ​ຖະ​ທູດ​ປາ​ກິ​ສ​ຖານ ​ປະ​ຈຳ​ສະ​ຫະ​ລັດ ໄດ້​ໃຫ້​ຄວາມ​ເຫັນ​ດັ່ງ​ກ່າວ ທີ່ກອງ​ປະ​ຊຸມ​ຖະ​ແຫຼງ​ຂ່າວ ​ຢູ່​ວໍ​ຊິງ​ຕັນ ຈັດ​ຂຶ້ນ​ໂດຍ​ສະ​ຖາ​ບັນ​ເອ​ເຊຍ​ໃຕ້​ຂອງ​ສູນ​ກາງວິ​ລ​ສັນກ່ຽວ​ກັບ​ຄວາມ​ສຳ​ພັນ​ໃນ​ອະ​ນາ​ຄົດ​ລະ​ຫວ່າງ​ປະ​ເທດ​ທັງ​ສອງ.

ທ່ານ​ຄານ​ກ່າວ​ວ່າ “ພວກ​ເຮົາ​ໄດ້​ສັ່ງ​ຊື້​ນ້ຳ​ມັນ​ຈາກ​ຣັດ​ເຊຍແລະ​ການ​ເຄື່ອນ​ໄຫວນີ້​ແມ່ນ​ໄດ້​ມີ​ການ​ປຶກ​ສາ​ຫາ​ລື​ກັບ​ລັດ​ຖະ​ບານ​ສະ​ຫະ​ລັດ. ບໍ່​ມີ​ການ​ເຂົ້າ​ໃຈ​ຜິດ​ໃດໆ​ລະ​ຫວ່າງວໍ​ຊິງ​ຕັນ​ແລະ​ອິ​ສ​ລາ​ມາ​ບັດ​ກ່ຽວກັບ​ເລື້ອງນີ້.”

ນັກ​ການ​ທູດ​ປາ​ກິ​ສ​ຖານ​ໄດ້ກ່າວຕອບຕໍ່​ການ​ສະ​ເໜີ​ແນະ​ທີ່​ວ່າ ການ​ຊື້​ພະ​ລັງ​ງານ​ຈາກ​ຣັດ​ເຊຍ​ດັ່ງ​ກ່າວ ອາດ​ຈະ​ບ່ອນ​ທຳ​ລາຍ​ຕໍ່​ຄວາມ​ສຳ​ພັນ​ທີ່​ວຸ້ນ​ວາຍ​ຢູ່​ແລ້ວ​ຂອງ​ປາ​ກິ​ສ​ຖານ​ກັບ​ສະ​ຫະ​ລັດ.

ອ່ານ​ຂ່າວນີ້​ຕື່ມ​ເປັນ​ພາ​ສາ​ອັງ​ກິດ

XS
SM
MD
LG