ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ບໍລິສັດອາມາຊອນ ກ່າວວ່າ ພະນັກງານເກືອບຊາວພັນຄົນ ກວດພົບຕິດເຊື້ອໄວຣັສໂຄໂຣນາ


ຮູບພາບວັນທີ 5 ກຸມພາ 2019 ພະນັກງາແມ່ຍິງຄົນນຶ່ງ ກຳລັງເຮັດວຽກຢູ່ສູນກາງສາງເກັບເຄື່ອງຂອງບໍລິສັດ Amazon ທີ່ Staten Island ນະຄອນນິວຢອກ.
ຮູບພາບວັນທີ 5 ກຸມພາ 2019 ພະນັກງາແມ່ຍິງຄົນນຶ່ງ ກຳລັງເຮັດວຽກຢູ່ສູນກາງສາງເກັບເຄື່ອງຂອງບໍລິສັດ Amazon ທີ່ Staten Island ນະຄອນນິວຢອກ.

ພະນັກງານແຖວໜ້າຂອງບໍລິສັດອາມາຊອນ (Amazon) ຫຼາຍກວ່າ 19,800 ຄົນ ໄດ້
ກວດພົບວ່າ ຕິດເຊື້ອໄວຣັສໂຄໂຣນາໃນປີນີ້ ຫຼືປະກອບເປັນ 1.4 ເປີ ເຊັນຂອງກໍາລັງ
ແຮງງານທັງໝົດ ອີງຕາມການປະກາດຂອງບໍລິສັດໃນວັນພະ ຫັດວານນີ້.

ການຮັບມືກັບໂຣກລະບາດໄວຣັສໂຄໂຣນາ ຂອງບໍລິສັດຂາຍຫຍ່ອຍທາງອອນລາຍ
ທີ່ໃຫຍ່ສຸດຂອງໂລກ ໄດ້ຖືກຕຳນິໂດຍພະນັກງານຈຳນວນນຶ່ງ ບັນດາເຈົ້າ ໜ້າທີ່ ທີ່ຖືກ
ເລືອກຕັ້ງ ແລະສະຫະພັນແຮງງານ ທີ່ກ່າວວ່າ ບໍລິສັດອາມາຊອນ ໄດ້ເຮັດໃຫ້ພວກພະ
ນັກງານຕົກຢູ່ໃນຄວາມສ່ຽງ ເວລາບໍລິສັດດັ່ງກ່າວ ຍັງເປີດ ສາງເຄື່ອງຂອງຕົນຢູ່ລະ
ວ່າງທີ່ມີການແຜ່ລະບາດ.

ເຖິງຢ່າງໃດກໍດີອາມາຊອນກ່າວວ່າ ອັດຕາການຕິດເຊື້ອ ຂອງພະນັກງານຕົນ ແມ່ນ 42
ເປີເຊັນຕໍ່າກວ່າທີ່ໄດ້ຄາດໝາຍໄວ້ ເຖິງແມ່ນມີການແຜ່ລະບາດໄປທົ່ວ ຂອງເຊື້ອໄວຣັສ
ໃນໝູ່ປະຊາຊົນ.

ບໍລິສັດໄດ້ຍັງເປີດສະຖານທີ່ຕ່່າງໆຂອງຕົນ ໃນຂະນະທີ່ມີຄວາມຮຽກຮ້ອງຕ້ອງການ
ຫຼາຍຂຶ້ນຈາກຜູ້ຊື້ ທີ່ພາກັນຢູ່ບ້ານເຮືອນລະຫວ່າງທີ່ມີການປິດວຽກງານໃນ ລະຫວ່າງທີ່
ມີການແຜ່ລະບາດ. ບໍລິສັດໄດ້ເພີ້ມການວັດແທກອຸນຫະພູມ ຊອບແວການຢູ່ຫ່າງກັນ
ແລະການເອົາມາດຕະການດ້ານຄວາມປອດໄພອື່ນໆສຳລັບ ພະນັກງານຂອງຕົນ.

ອີງຕາມບໍລິສັດອາມາຊອນແລ້ວ ພະນັກງານແຖວໜ້າຂອງອາມາຊອນແລະຕະຫຼາດ
ໂຮລຟູດ (Whole Foods) ຈຳນວນທັງໝົດ 1,372,00 ຄົນນັ້ນ ມີຜູ້ທີ່ກວດພົບວ່າ
ຕິດເຊື້ອໄວຣັສໂຄໂຣນາ 19,816 ຄົນ ຫຼືສັນນິດຖານວ່າ ໄດ້ຕິດ ໂຄວິດ-19 ລະຫວ່າງ
ວັນທີ 1 ມີນາ ຫາວັນທີ 19 ກັນຍາ.

ເຖິງຢ່າງໃດກໍດີ ຖ້າຫາກວ່າອັດຕາການຕິດເຊື້ອຂອງບໍລິສັດອາມາຊອນເທົ່າກັນກັບ
ການຕິດເຊື້ອ ຂອງປະຊາຊົນທົ່ວໄປແລ້ວ ພວກພະນັກງານ 33,952 ຄົນ ຕ້ອງຕິດເຊື້ອ
ໄວຣັສດັ່ງກ່າວ ເມື່ອເວົ້າເຖິງເລື້ອງອາຍຸ ແລະສະຖານທີ່ເຂົ້າໃນ ການພິຈາລະນາ ນັ້ນຄືີ
ຄຳເວົ້າຂອງທາງບໍລິສັດທີ່ໄດ້ກ່າວອອກໄປ.

ໃນຂະນະດຽວກັນສອງສາຍການບິນທີ່ໃຫຍ່ສຸດໃນໂລກ ຄືສາຍການບິນອາເມຣິກັນ
(American) ແລະຢູໄນເຕັດ (United) ກ່າວວ່າ ເຂົາເຈົ້າຈະເລີ້ມປົດຄົນງານ ຊຶ່ງມີ
ຮ່ວມກັນ ປະມານ 32,000 ຄົນ ໃນວັນພະຫັດວານນີ້ ເນື່ອງຈາກບໍ່ ໄດ້ຮັບການຊ່ວຍ
ເຫຼືອສຸກເສີນຈາກລັດຖະບານກາງ. ອຸດສາຫະກຳສາຍການບິນ ໄດ້ຮັບເງິນສະໜັບ
ສະໜູນ 25 ຕື້ໂດລາ ໃນເດືອນມີນາທີ່ຜ່ານມາ ລະຫວ່າງມື້ ທຳອິດ ຂອງການແຜ່
ລະບາດ ໃນຂະນະທີ່ການເດີນທາງພາຍໃນປະເທດ ແລະຕ່າງປະເທດຂອງສາຍ
ການບິນທັງສອງໄດ້ຢຸດຊະງັກລົງນັ້ນ.

ອ່ານຂ່າວນີ້ເພີ້ມເປັນພາສາອັງກິດ

XS
SM
MD
LG