ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

​ທ່ານ​ນາງ ອາ​ມາ​ລ ຄ​ລູ​ນີ ເຂົ້າ​ຮ່ວມ​ທີມ​ ທີ່ຈະ​ເປັນ​ທະ​ນາຍຄວາມ​ໃຫ້ ນັກ​ຂ່າວ ຟີ​ລິບ​ປິນ


ທະ​ນາຍ​ຄວາມ​ສິດ​ທິ​ມະ​ນຸດ ສາ​ກົນ ທ່ານ​ນາງ ອາ​ລ ຄ​ລູ​ນີ ເຂົ້າ​ຮ່ວມກອງ​ປະ​ຊຸມລັດ​ຖະ​ມົນ​ຕີ​ຕ່າງ​ປະ​ເທດ G7, ແຂວງ ດີ​ນາກ, ພາກ​ພື້ນ ບ​ຣິ​ຕາ​ນີ. 5 ເມ​ສາ, 2019.
ທະ​ນາຍ​ຄວາມ​ສິດ​ທິ​ມະ​ນຸດ ສາ​ກົນ ທ່ານ​ນາງ ອາ​ລ ຄ​ລູ​ນີ ເຂົ້າ​ຮ່ວມກອງ​ປະ​ຊຸມລັດ​ຖະ​ມົນ​ຕີ​ຕ່າງ​ປະ​ເທດ G7, ແຂວງ ດີ​ນາກ, ພາກ​ພື້ນ ບ​ຣິ​ຕາ​ນີ. 5 ເມ​ສາ, 2019.

ທະ​ນາຍ​ຄວາມ​ດ້ານ​ສິ​ດ​ທິ​ມະ​ນຸດ​ສາ​ກົນ ທ່ານ​ນາງ ອາ​ມາ​ລ ຄ​ລູ​ນີ ແລະ ທ່ານ​ນາງ
ຄີລຽນ ກາແລັກເກີ ຄິວຊີ ຈະນຳພາໃນການຕໍ່ສູ້ຄະດີ ເປັນຕົວແທນໃຫ້ນັກຂ່າວ ຟີລິບ
ປິນ ທ່ານນາງ ມາເຣຍ ເຣັສຊາ, ຜູ້ທີ່ມັກຈະຕຳນິວິຈານປະທານາທິບໍດີ ຟີລິບປິນ ທ່ານ
ໂຣດຣິໂກ ດູເຕີເຕ.

ໃນ​ຖະ​ແຫຼງ​ການ​ສະ​ບັບ​ນຶ່ງ​ທີ່​ໄດ້​ເປີດ​ເຜີຍ​ໂດຍ​ບໍ​ລິ​ສັດ​ທະ​ນາຍ​ຄວາມ Doughty
Street Chambers ທີ່ມີຫ້ອງການຕັ້ງຢູ່ນະຄອນຫຼວງ ລອນດອນ ປະເທດ ອັງກິດ
ຂອງລາວນັ້ນ, ທ່ານນາງ ຄລູນີ ໄດ້ເອີ້ນທ່ານນາງ ເຣັສຊາ ວ່າ “ເປັນນັກຂ່າວທີ່ກ້າຫານ
ຜູ້ທີ່ຖືກປະຫັດປະຫານ ສຳລັບການລາຍງານຂ່າວ ແລະ ລຸກຕໍ່ສູ້ກັບການລ່ວງລະເມີດ
ສິດທິມະນຸດ.”

ທ່ານ​ນາງ ເຣັ​ສ​ຊາ, ເຊິ່ງ​ແມ່ນ​ນຶ່ງ​ໃນ​ບັນ​ດາ​ນັກ​ຂ່າວຫຼາຍ​ຄົນ​ໃນ​ທົ່ວ​ໂລກ ທີ່​ຖືກ​ເອີ້ນ​ວ່າ
“ບຸກຄົນແຫ່ງປີ” ສຳລັບປີ 2018 ໂດຍວາລະສານ “TIME” ນັ້ນ, ແມ່ນຜູ້ຮ່ວມກໍ່ຕັ້ງເວັບ
ໄຊ້ຂ່າວອອນໄລນ໌ຊື່ວ່າ “Rappler”. ລາວຖືກຈັບກຸມຫຼາຍຄັ້ງ ໃນຂໍ້ກ່າວຫາກ່ຽວກັບ
ການໜີພາສີ ແລະ ການໝິ່ນປະໝາດ, ລວມທັງການຈັບກຸມຂອງລາວໃນເດືອນກຸມພາ
ທີ່ຜ່ານມາ ທີ່ກ່ຽວຂ້ອງກັບລາຍງານປີ 2012 ກ່ຽວກັບ ນັກທຸລະກິດຊາຍທີ່ເຊື່ອມໂຍງ
ກັບການຄາດຕະກຳ, ການຄ້າມະນຸດ ແລະ ຢາເສບຕິດ.

ໃນ​ລາຍ​ງານ​ບັນ​ນາ​ທິ​ການ​ທີ່​ຖືກ​ຕີ​ພິມ​ ໃນ​ວາ​ລະ​ສານ Columbia Jounalism
Review ໃນປີນີ້, ທ່ານນາງ ເຣັສຊາ ໄດ້ກ່າວຫາທ່ານ ດູເຕີເຕ ກ່ຽວກັບ ເປັນຜູ້ນຳພາ
ໃນການປາບປາມຢ່າງເປັນລະບົບຕໍ່ອົງການຂ່າວ ແລະ ນັກຂ່າວ, ລວມທັງທ່ານນາງ
ເອງ.

ອ່ານ​ຂ່າວ​ນີ້​ເປັນ​ພາ​ສາ​ອັງ​ກິດ

XS
SM
MD
LG