ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໙ ມີນາ ໒໐໒໔

ສຫລ ປຸກລະດົມ ໃຫ້ຄົ້ນຄວ້າ ຢາຕ້ານ ໂຣກຄວາມຈໍາເຊື່ອມ ຫລື Alzheimer's (ວີດີໂອຮຽນພາສາອັງກິດ)


ເມື່ອໝໍ່ໆມານີ້ ລັດຖະບານສະຫະລັດໄດ້ປະກາດການປຸກລະດົມຄັ້ງໃຫຍ່ເພື່ອໃຫ້ທໍາການ ສຶກສາແລະຄົ້ນຄວ້າ ຕ້ານກັບໂຣກຄວາມຈໍາເຊື່ອມ ຫລື Alzheimer's. ບໍ່ມີການປິ່ນປົວ ອັນໃດໃຊ້ຜົນໄດ້ສໍາລັບພະຍາດດັ່ງກ່າວນີ້. ແຜນການປຸກລະດົມນີ້ ລວມມີການດໍາເນີນ ຄວາມພະຍາຍາມເພີ້ມຂຶ້ນ ໃນການພັດທະນາຢາເພື່ອມາປ້ອງກັນມັນ. ຜູ້ສື່ຂ່າວວີໂອເອ ນາງ Carolyn Presutti ມີລາຍລະອຽດເລື້ອງນີ້ ຊຶ່ງບົວສະຫວັນ ຈະນໍາມາສະເໜີທ່ານ.

ເບິ່ງວີດິໂອລາຍງານຂ່າວເປັນພາສາອັງກິດ ແລະແປພາສາລາວໄປພ້ອມ

ຢູ່ໃນສະຫະລັດມີຫລາຍກວ່າຫ້າລ້ານຄົນທີ່ເປັນໂຣກຄວາມຈໍາເຊື່ອມ ຫລື Alzheimer's ຫລືບໍ່ກໍເປັນໂຣກສະໝອງເຊື່ອມປະເພດອື່ນບາງຢ່າງ. ເນື່ອງຈາກວ່າ ພົນລະເມືອງໃນປະ
ເທດນີ້ ເຖົ້າແກ່ຊະລາຂຶ້ນໄປນັບມື້ ຈໍານວນຄົນທີ່ເປັນພະຍາດນີ້ ກໍຄາດວ່າຈະເພີ້ມຂຶ້ນ
ເກືອບຮອດແປດລ້ານຄົນ ໃນປີ 2030. ເມື່ອຮອດຕອນນັ້ນ ພວກນັກຊ່ຽວຊານເວົ້າວ່າ
ໂຣກຄວາມຈໍາເຊື່ອມ ຫລືພະຍາດສະໝອງເຊື່ອມປະເພດອື່ນ ສາມາດມີຜົນກະທົບຕໍ່
ຄົນຫລາຍເຖິງ 66 ລ້ານຄົນໃນ ທົ່ວໂລກ.

ແຜນການຕ້ານໂຣກ Alzheimer's ແຫ່ງ​ຊາດ​ຂອງ​ສະຫະລັດ ຮຽກຮ້ອງໃຫ້ພວກນັກ
ວິທະຍາສາດ ພັດທະນາການປິ່ນປົວເພື່ອປ້ອງກັນພະຍາດນີ້ໃຫ້ໄດ້ ພາຍໃນປີ 2025. ພວກເຈົ້າໜ້າທີ່ໃນສະຖາບັນດ້ານສຸຂະພາບແຫ່ງຊາດ ຫລື NIH ໄດ້ໃຫ້ຄໍາໝັ້ນສັນຍາ
ວ່າ ຈະໃຫ້ເງິນຈໍານວນ 50 ລ້ານໂດລາ ເພື່ອສະໜັບສະໜຸນການດໍາເນີນຄວາມພະຍາ
ຍາມດັ່ງກ່າວ. NIH ໄດ້ຈັດກອງປະຊຸມນັກຄົ້ນຄວ້າລະດັບສູງຂອງຊາດ ກ່ຽວກັບໂຣກ
ຄວາມຈໍາເຊື່ອມ ຫລື Alzheimer's ນີ້ ຊຶ່ງຜູ້ອຳນວຍການຂອງ NIH, ທ່ານ ແຟຣນຊິສ
ໂຄລິນ (Francis Collins) ໄດ້ສົນທະນາກ່ຽວກັບແຜນການນີ້ວ່າ ພວກນັກຄົ້ນຄວ້າ ໄດ້ຮຽນຮູ້ກ່ຽວກັບພະຍາດນີ້ ໃນ​ໄລຍະສອງສາມປີຜ່ານມານີ້ ອາດຈະຫລາຍຢ່າງ
ບໍ່ເຄີຍມີມາກ່ອນ.

ແຜນທີ່ເມືອງ Medellin ປະເທດ Colombia
ແຜນທີ່ເມືອງ Medellin ປະເທດ Colombia

ໃນຕົ້ນປີໜ້າ ພວກນັກວິທະຍາສາດ ທີ່ສະຖາບັນ
ວ່າດ້ວຍພະຍາດ Alzheimer's Banner ທີ່ລັດ
ອາຣີໂຊນາ ໄດ້ວາງແຜນທີ່ຈະເລີ້ມໃຊ້ ຢາທີ່ຢູ່ໃນ
ຂັ້ນທົດລອງນັ້ນກັບຄົນເບິ່ງ. ຢານີ້ມີຊື່ວ່າ
crenezumab, ແລະມີຄວາມຫວັງວ່າ ຈະສາມາດ
ປ້ອງກັນໂຣກ Alzheimer's ໄດ້. ການສຶກສາຄົ້ນ
ຄວ້ານີ້ ຈະມີສະມາຊິກຂອງຄອບຄົວໃຫຍ່ທີ່ມີພີ່ນ້ອງ
ຫລາຍຄົນ ທີ່ຢູ່ຫລາຍບ້ານໃນເຂດເມືອງ Medellin
ປະເທດ Colombia. ສະມາຊິກຄອບຄົວບາງຄົນ ມີ
ກໍາມະພັນທີ່ຜິດປົກກະ ຕິທີ່ບໍ່ຄ່ອຍເຫັນກັນ ຊຶ່ງພາໃຫ້ພວກເຂົາເຈົ້າເລີ້ມເປັນໂຣກຄວາມຈໍາ
ເຊື່ອມແຕ່ຍັງໜຸ່ມ. ພວກເຂົາເຈົ້າເລີ້ມສະແດງອາການຄວາມ​ຈຳ​ເຊື່ອມ ໃນຕອນອາຍຸ 40 ປີ
ປາຍ ແລ້ວກໍພັດທະນາແບບເຕັມສ່ວນ ເມື່ອຮອດອາຍຸ 50 ຕົ້ນໆ. ມີ 300 ຄົນທີ່ຍິນດີເຂົ້າ
ຮ່ວມໃນການສຶກສາຄົ້ນຄວ້າດັ່ງກ່າວນີ້. ນຶ່ງສ່ວນສາມຂອງຄົນພວກນີ້ ແມ່ນໄດ້ກິນຢາ
crenezumab. ສ່ວນຜູ້ອື່ນນັ້ນ ແມ່ນກິນຢາຫລອກ, ຊຶ່ງເປັນເມັດຢາ ແຕ່ບໍ່ມີຢາຫຍັງໃນຫັ້ນ. ພວກຄົນເຫລົ່ານີ້ບໍ່ສາມາດຮູ້ໄດ້ວ່າ ພວກເຂົາເຈົ້າໄດ້ກິນຢາ​ອີ່ຫຼີ ຫລືກິນຢາຫລອກກັນແທ້.

ນອກນັ້ນ ການສຶກສາຄົ້ນຄວ້າ ຍັງຈະໂຮມເອົາຄົນກຸ່ມນ້ອຍກຸ່ມນຶ່ງ ໃນສະຫະລັດອາເມຣິ
ກາ. ທ່ານ ເພຍ ທາຣີໂອດ (Pierre Tariot) ຈະເປັນຜູ້ນໍາພາການສຶກສາຄົ້ນຄວ້າທີ່ເອີ້ນ
ກັນວ່າ ການທົດລອງກັບ ຄົນນີ້. ທ່ານກ່າວວ່າ ມີ​ການ​ແຈ້ງ​ໃຫ້​ທຸກ​ຄົນ​ຊາບວ່າ ຢາພວກນີ້
ອາດຈະໃຊ້ບໍ່ໄດ້ຜົນ ຫລືບໍ່ກໍບອກວ່າ ພວກເຂົາເຈົ້າກິນຢາຫລອກ. ທ່ານ Tariot ຍັງເວົ້າອີກ
ວ່າ ເຖິງປານນັ້ນ ຄົນກໍຍັງຢາກເຂົ້າຮ່ວມໃນການສຶກສາຄົ້ນຄວ້າຢູ່ ເພາະວ່າພະຍາດນີ້ໄດ້ ມີຜົນກະທົບຕໍ່ຄົນທຸກລຸ້ນທຸກໄວ ເປັນເວລາຫລາຍຮ້ອຍປີມາແລ້ວ. ພວກນັກຄົ້ນຄວ້າຫວັງ
ວ່າ ຖ້າຫາກ ຢານີ້ໃຊ້ໄດ້ຜົນດີຕໍ່ພວກທີ່ປະເຊີນກັບບັນຫາເລີ້ມເປັນໂຣກຄວາມຈໍາເຊື່ອມແຕ່
ອາຍຸຍັງໜຸ່ມແລ້ວ ມັນອາດຈະຊ່ວຍປົວພວກຜູ້ທີ່ ອາຍຸສູງກວ່າໄດ້.

ການສຶກສາຄົ້ນຄວ້າ ທີ່ປະເທດໂຄລໍາເບຍ ສາມາດໃຊ້ເວລານານເຖິງ 5 ປີແຕ່ວ່າພວກນັກ
ຄົ້ນຄວ້າເຊື່ອວ່າ ພວກເຂົາເຈົ້າສາມາດຮູ້​ຜົນ​ຂອງ ມັນ​ໄດ້ພາຍໃນສອງປີ.

ທ່ານສາມາດອ່ານ, ຟັງ ແລະຮຽນພາສາອັງກິດໂດຍໃຊ້ຂ່າວກ່ຽວກັບ ສຸຂະພາບໄດ້ ທີ່ເວັບ
ໄຊ voaspecialenglish.com.

XS
SM
MD
LG