ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ກຸ່ມ al-Shabab ໂຈມຕີ ພະນັກງານ UNDP ໃນນະຄອນ Mogadishu (ສະໄລດ໌)


ພວກຮັກສາຄວາມປອດໄພຢືນສັງເກດການຢູ່ໃກ້ໆບ່ອນທີ່ເກີດເຫດ
ລະເບີດ
ພວກຮັກສາຄວາມປອດໄພຢືນສັງເກດການຢູ່ໃກ້ໆບ່ອນທີ່ເກີດເຫດ ລະເບີດ
ເຈົ້າ​ໜ້າ​ທີ່ໂຊມາເລຍທ່ານ​ນຶ່ງ ກ່າວວ່າ ໄດ້ມີຢ່າງນ້ອຍ 15 ຄົນ
ເສຍຊີວິດໃນວັນພຸດ ວານ​ນີ້ ​ເວລາພວກກະບົດ ທໍາ​ການໂຈມຕີ
ບໍລິ​ເວນຫ້ອງການ​ນຶ່ງຂອງສະຫະປະຊາຊາດ ໃນເມືອງຫລວງ
Mogadishu.

ກຸ່ມມຫົວ​ຮຸນ​ແຮງ al-Shabab ໄດ້ອອກມາອ້າງເອົາຄວາມ
ຮັບຜິດຊອບໃນການໂຈມຕີຄັ້ງນີ້ ຊຶ່ງ​ຜູ້​ໂຈມ​ຕີສະລະຊີບຄົນນຶ່ງ
ໄດ້ຈຸດຂະນວນລະເບີດ ຢູ່ຂ້າງນອກຫ້ອງການຂອງອົງການ
ສະຫະປະຊາຊາດ​ເພື່ອພັດທະນາ ຫລື UNDP. ພວກທີ່ເຫັນ
ເຫດການລາຍ ງານວ່າ ໄດ້ມີການຍິງຕໍ່ສູ້ກັນຢ່າງໜັກລະຫວ່າງ
ພວກ​ກະບົດກັບຕໍາຫຼວດ ຢູ່ໃກ້ໆບໍລິ​ເວ​ນ ຫ້ອງການດັ່ງກ່າວ
ຫຼັງຈາກທີ່​ເກີດ​ເຫດລະເບີດ​ແລ້ວ.

ລັດຖະມົນຕີກະຊວງພາຍໃນ​ໂຊ​ມາ​ເລ​ຍ ທ່ານ Abdikarim Hussein Guled ໄດ້ລົມກັບ
ພວກນັກຂ່າວ ກ່ຽວກັບພວກບາດເຈັບລົ້ມຕາຍ.



ທ່ານກ່າວວ່າ ພວກ​ເສຍ​ຊີວິດມີ​ໂຮມ​ທັງຊາວຕ່າງຊາດ 4 ຄົນ ແລະຊາວໂຊມາເລຍອີກ 4 ຄົນ ທີ່ເຮັດວຽກດ້ານຮັກສາຄວາມປອດໄພ ໃຫ້ອົງການ UNDP. ນອກ​ນັ້ນ ກໍ​ມີພວກ ກໍ່ການຮ້າຍ
ທີ່ທໍາການໂຈມຕີ ທັງ​ໝົດ 7 ຄົນນັ້ນ. ທ່ານກ່າວວ່າ ກໍາລັງຮັກສາຄວາມ ປອດໄພ ສາມາດ​
ຊ່ວຍຄົນ​ອື່ນໆ​ຢູ່​ໃນ​ບໍລິ​ເວນ​ຕຶກ​ຫ້ອງການ​ນັ້ນ ອອກ​ມາ​ໄດ້.

ແຫຼ່ງຂ່າວນຶ່ງທີ່ໃກ້ຊິດກັບອົງການ UNDP ໄດ້ບອກກັບ VOA ພາກພາສາໂຊມາເລຍ​ວ່າ
ຊາວຕ່າງຊາດທີ່ຖືກສັງຫານນັ້ນ ມີ ຊາວເຄັນຍາ 1 ຄົນ ແລະຊາວອາຟຣິກາໃຕ້ 3 ຄົນ.

ໃນຂໍ້ຄວາມທີ່ຂຽນລົງໃນ Twitter ນັ້ນ ກຸ່ມ al-Shabab ​ເວົ້າວ່າ ນັກຕໍ່ສູ້ຂອງ​ຕົນໄດ້
ເຂົ້າຍຶດເອົາຫ້ອງການດັ່ງກ່າວ​ໄດ້​ທັງ​ໝົດ​ແລ້ວ ແຕ່ນັກຂ່າວ VOA ໃນເມືອງຫລວງ
Mogadishu ກ່າວວ່າ ທະຫານ​ຂອງລັດຖະບານແລະຂອງສະຫະພາບອາຟຣິກາ
ໄດ້ຍຶດເອົາຫ້ອງການ ຄືນມາໄດ້​ແລ້ວ.
XS
SM
MD
LG