ລິ້ງ ສຳຫລັບເຂົ້າຫາ

ວັນພະຫັດ, ໒໕ ເມສາ ໒໐໒໔

ພູໄຟ ໃນເກາະ ຮາວາຍ ພົ່ນຄວັນ ແລະ ແກ້ວມະນີ ອອກມາ


ລາວາ ທຳລາຍເຮືອນຫຼາຍຫຼັງ ໃນຂົງເຂດ ຄາໂປໂຮ, ທິດຕາເວັນອອກ ຂອງບ້ານ ປາຮົວ ໃນລະຫວ່າງ ການປະທຸຂຶ້ນຂອງພູໄຟ ຄິໂລເວອາ, ເກາະ ຮາວາຍ. 5 ມິຖຸນາ, 2018.
ລາວາ ທຳລາຍເຮືອນຫຼາຍຫຼັງ ໃນຂົງເຂດ ຄາໂປໂຮ, ທິດຕາເວັນອອກ ຂອງບ້ານ ປາຮົວ ໃນລະຫວ່າງ ການປະທຸຂຶ້ນຂອງພູໄຟ ຄິໂລເວອາ, ເກາະ ຮາວາຍ. 5 ມິຖຸນາ, 2018.

ຜູ້ອາໄສຢູ່ໃນເກາະ ບິກ ໄອແລນ (Big Island) ຂອງເກາະ ຮາວາຍ ໄດ້ຖືກເຕືອນໃຫ້
ຢູ່ໃນບ້ານ ແລະ ປິດປ່ອງຢ້ຽມຂອງເຂົາເຈົ້າໄວ້ ຫຼັງຈາກການໄດ້ມີການລະເບີດ ຂຶ້ນ
ອີກຄັ້ງນຶ່ງຂອງພູໄຟ ຄິໂລເວອາ ໄດ້ສົ່ງຄວັນຂີ້ເທົ່າຂະໜາດໃຫຍ່ອອກມາ ເມື່ອວັນອາ
ທິດວານນີ້.

ລາວາຈາກພູໄຟ, ເຊິ່ງໄດ້ເລີ່ມປະທຸຂຶ້ນດົນກວ່ານຶ່ງເດືອນແລ້ວນັ້ນ, ໄດ້ໄຫຼປົກຄຸມທີ່
ດິນຫຼາຍກວ່າ 2,400 ເຮັກຕາ ແລະ ໄດ້ທຳລາຍເຮືອນ 467 ຫຼັງ, ລວມທັງເຮືອນພັກ
ຜ່ອນຂອງເຈົ້າເມືອງ ຮາວາຍ ທ່ານ ແຮຣີ ຄິມ.

ພາບຕ່າງໆຈາກວິດີໂອໄດ້ສະແດງໃຫ້ເຫັນລາວາໄຫຼປານແມ່ນໍ້າ ຮອຍແຕກທີ 8
(Fissure 8) ລົງໄປອ່່າວ ຄາໂປໂຮ.

ການເຕືອນ ກ່ຽວກັບ ສຸຂະພາບກໍໄດ້ຖືກປະກາດເຊັ່ນກັນ ຍ້ອນການກໍ່ຕົວຂອງ
“ໝອກລາວາ”, ເຊິ່ງແມ່ນການປະສົມຂອງລາວາ ກັບ ຄວັນທີ່ເກີດຈາກເມືອລາວາ
ໄຫຼໄປຖືກມະຫາສະໝຸດ, ແລ້ວສົ່ງສານໄຮໂດຣ ຄລໍຣິກ ແລະ ສະເກັດແກ້ວພູໄຟ
ຂຶ້ນໄປເທິງອາກາດ.

ແຕ່ບັນດາຜູ້ອາໄສຢູ່ໃນທ້ອງຖິ່ນກ່າວວ່າ, ບາງເທື່ອ ເປ່ເລ (Pele), ເຊິ່ງແມ່ນເຈົ້າ
ແມ່ແຫ່ງອັກຄະນີ ແລະ ພູໄຟທັງຫຼາຍ, ແມ່ນກຳລັງພະຍາຍາມທີ່ຈະແກ້ໄຂຄວາມ
ເສຍຫາຍທີ່ຖືກເຮັດໂດຍການປະທຸຂຶ້ນນັ້ນ. ນອກຈາກແກັສພິດ, ຂີ້ເທົ່າ, ແກ້ວພູໄຟ
ແລະ ລາວານັ້ນ, ພູໄຟ ຄິໂວເວອາ ກໍຍັງໄດ້ພົ່ນເພັດພອຍອອກມາເຊັ່ນກັນ.

ກ້ອນຫີນສີຂຽວແມ່ນແກ້ວໄສ ໂອລິວີນ, ເຊິ່ງແມ່ນແຮ່ທາດທີ່ຖືກພົບເຫັນໂດຍທົ່ວໄປ
ໃນລາວາຂອງເກາະ ຮາວາຍ. ໃນເວລາທີ່ມັນໃຫຍ່ ແລະ ໃສພໍ, ແກ້ວດັ່ງກ່າວຈະ
ຖືກປ່ຽນໃຫ້ເປັນເຄື່ອງປະດັບ ແລະມີຊື່ວ່າ ເພຣີດັອດ. ມີລາຍງານວ່າ ຜູ້ອາໄສຢູ່ໃນ
ເກາະ ບິກ ໄອແລນ ໄດ້ພາກັນໄປເກັບເອົາມັນຈາກຫາດຊາຍຕ່າງໆ ແລະ ຕາມແຄມ
ຖະໜົນທັງຫຼາຍ.

ແຕ່ບັນດາຜູ້ຊ່ຽວຊານເວົ້າວ່າ ປະຊາຊົນເກາະ ຮາວາຍ ບໍ່ຄວນພາກັນຕື່ນເຕັ້ນກັບ
ຂອງຂວັນຈາກເຈົ້າແມ່ອັກຄະນີ, ໃນຂະນະທີ່ ແກ້ວ ໂອລິວີນ ແມ່ນນຶ່ງໃນແຮ່ທາດ
ທີ່ມີຫຼາຍທົ່ວໄປທີ່ສຸດ ຢູ່ເປືອກຊັ້ນເທິງຂອງໂລກ.

ອ່ານຂ່າວນີ້ຕື່ມເປັນພາສາອັງກິດ

XS
SM
MD
LG