ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ມີຮ່ອງຮອຍ ການຄ້າຂາຍ ຢາເສບຕິດ ເພີ້ມຂຶ້ນ ຢູ່ຕາມ ຊາຍແດນໄທ ມຽນມາ (ວີດີໂອ)


Along Thai-Burma Border, Signs of Rising Drug Trade
please wait

No media source currently available

0:00 0:02:30 0:00

ບັນດາເຈົ້າໜ້າທີ່ ຕຳຫລວດໄທ ກຳລັງປະຕິດການ ກວດກາ ຊອກຫາ ສິ່ງຜິດກົດໝາຍ.

ອີງຕາມລາຍງານສະບັບໃໝ່ ຂອງສະຫະປະຊາຊາດ ການຢຶດ
ຢາບ້າ ຫຼື methamphetamine ທີ່ຜິດກົດໝາຍ ຢູ່ທົ່ວໂລກ
ໃນປີແລ້ວນີ້ ແມ່ນຮອດລະດັບສູງສຸດ ແບບທີ່ບໍ່ເຄີຍມີມາກ່ອນ
ຊຶ່ງເປັນການ ຕອບສະໜອງ ຕໍ່ຄວາມຮຽກຮ້ອງຕ້ອງການດ້ານ
ຢາເສບຕິດ ທີ່ຜິດກົດໝາຍ ທີ່ເພີ້ມທະວີຂຶ້ນ ຢູ່ໃນເຂດເອເຊຍ
ຕາເວັນອອກ ແລະຕາເວັນອອກສຽງໃຕ້. ຜູ້ສື່ຂ່າວວີໂອເອ
Steve Sandford ມີລາຍງານ ຈາກຊາຍແດນໄທ ມຽນມາ
ບ່ອນທີ່ເຈົ້າໜ້າທີ່ທັງຫຼາຍ ໄດ້ພົບເຫັນການຄ້າຂາຍ ຢາເສບຕິດ
ດັ່ງກ່າວເພີ້ມຂຶ້ນກັບຕາ ຊຶ່ງ ໄຊຈະເຣີນສຸກຈະນຳມາສະເໜີ ທ່ານ.

ຢູ່ຕາມຊາຍແດນໄທ ມຽນມາ ການຄ້າຂາຍໃນພາກພື້ນ ໄດ້ເພີ້ມ
ຂຶ້ນ ໃນຂະນະທີ່ປະເທດຕ່າງໆໄດ້ຫລຸດຜ່ອນພາສີແລະອຸປະສັກ
ທາງການຄ້າຕ່າງໆ ເພື່ອສົ່ງເສີມໃຫ້ມີການຂະຫຍາຍໂຕຂອງເສດຖະກິດ.

ແຕ່ຫາກວ່າ ແຜນຍຸດທະສາດດັ່ງກ່າວນີ້ ທີ່ຊຸກຍູ້ການເປີດກວ້າງ ໂດຍ ສະມາຄົມບັນດາ
ປະຊາຊາດໃນເຂດເອເຊຍຕາເວັນອອກສຽງໃຕ້ ຫລື ອາຊ່ຽນນັ້ນ ຍັງໝາຍເຖິງການ
ເພີ້ມຂຶ້ນ ໃນການລັກລອບຄ້າ ຢາເສບຕິດນຳດ້ວຍ.

ຢູ່ທີ່ໄທ ພຽງປະເທດດຽວທໍ່​ນັ້ນ ຈຳນວນຢາບ້າທີ່ຢຶດໄດ້ ເພີ້ມຂຶ້ນສີ່ເທົ່າ ນັບຕັ້ງແຕ່ປີ 2008 ເປັນຕົ້ນມາ ອີງຕາມລາຍງານ ຂອງສະຫະປະຊາ ຊາດ ທີ່ຫາກໍເປີດເຜີຍກ່ຽວກັບ
ການຄ້າຢາເສບ​ຕິດທີ່ສັງເຄາະ​ຊະນິດນີ້ຢູ່ ໃນ​ທົ່ວ​ໂລກ.

ແລະຕົວເລກດັ່ງກ່າວ ໄດ້ສ້າງຄວາມກັງ​ວົນ​ ໃຫ້​ແກ່ ທ່ານ Suchip Kotcharin ຫົວໜ້າ​ຄະນະ​ຄວບຄຸມ​ຢາ​ເສບ​ຕິດ ເຂດ 5 ຂອງໄທ.

ທ່ານ Suchip ເວົ້າວ່າ "ຢູ່​ປະ​ເທດໄທພວກ​ເຮົາ​ເປັນ​ຫ່ວງ​ກ່ຽວ​ກັບ​ການ ​ເປີດ​ຊາຍ​ແດນ ​ເພາະວ່າ​ ມັນ​ຈະເພີ້​ມທາງເຂົ້າ ໃຫ້​ແກ່​ແຮງ​ງານ​ ​ແລະ ທຸລະ​ກິດທີ່​ຜິດ​ກົດໝາຍຕ່າງໆ ​ໂດຍ​ສະ​ເພາະ​ ແມ່ນ​ການ​ຄ້າ​ຢາ​ເສບ​ຕິດ​ ທີ່​ຈະ​ສ້າງ​ບັນຫາ​ອັນ​ໃຫຍ່​ຫຼວງ​ ໃນຂະນະ
ທີ່ຢາເສບຕິດໄດ້ຖືກ​ລັກລອບ ຜ່ານ​ໄປ​ຍັງ ​ບັນດາ​ປະ​ເທດ​ອື່ນໆ ໃນເອເຊຍ
ຕາເວັນອອກສຽງໃຕ້."


ການ​ຄ້າ​ຢາ​ເສບ​ຕິດບໍ່​ແມ່ນ​ເລື່ອງ​ໃໝ່ ​ຢູ່​ໃນ​ຂົງເຂ​ດທີ່ເອີ້ນ​ກັນວ່າ "ສາມ ຫຼ່ຽມຄຳ ຫຼື Golden Triangle" ນັ້ນ ບ່ອນທີ່ການ​ຜະລິດ​ ແລະການ​ຂົນ​ສົ່ງຝິ່ນ​ ພ້ອມທັງຢາບ້າ ໄດ້​ເຕີບ​ໃຫຍ່ຂະຫຍາຍໂຕ​ຂຶ້ນ ຫຼາຍທົດ​ສະ​ວັດ​ມາ​ແລ້ວ ​ຢູ່ໃນ​ຂົງເຂດ​ທີ່​ບໍ່​ມີ​ກົດໝາຍແລະຄຸ້ມ​ຄອງ​ໂດຍ​ທະຫານຊົນ​ເຜົ່າຕ່າງໆ ຂອງມຽນມານັ້ນ.

ພວກນັກ​ວິ​ເຄາະ​ບາງຄົນ ລວມ​ທັງ​ນັກ​ປະ​ພັນ ທ່ານ Bertil Lintner ກ່າວ​ວ່າ ການ​ຜະລິດ​ທີ່​ເພີ້​ມຂຶ້ນເມື່ອໄວໆມານີ້ ແມ່ນເປັນຍ້ອນ​ ສ່ວນ ນຶ່ງແລ້ວມາ​ຈາກ​ການ​ກົດ​ດັນ​ເພື່ອເຂົ້າ​ຄວບ​ຄຸມ​ຂອງ​ລັດຖະບານມຽນມາ.

ທ່ານ Linter ​ເວົ້າວ່າ: "ຕັ້ງ​ແຕ່​ປີ 2011 ເປັນຕົ້ນມາ ລັດຖະບານໄດ້​ພະຍາຍາມ ຊັກ
ຊວນໃຫ້ພວກ​ກະບົດ ​ຫລາຍໆກຸ່ມ ​ແລະກຸ່ມ​ປະກອບ ອາວຸດຕ່າງໆ ກັບ​ຄືນເຂົ້າສູ່​
ລະບົບ ທີ່​ລັດຖະບານ​ເອີ້ນ​ວ່າ ເປັນກຸ່ມຈັດ ຕັ້ງ ຖືກຕ້ອງຕາມກົດໝາຍຊຶ່ງທີ່ຈິງແລ້ວ
ກໍຄືປົດອາວຸດເຂົາເຈົ້າ ​ບໍ່ໃຫ້​ເປັນ​ໄພ​ຂົ່ມຂູ່​ຕໍ່ລັດຖະບານກາງ​ໃນ​ອະນາ​ຄົດ. ​ແຕ່ເພື່ອ​ຈະ​ໃຫ້​ພວກ​ເຂົາ​ກັບ​ຄືນ​ໄປຮ່ວມນັ້ນ ລັດຖະບານ​ຕ້ອງ​ສະໜອງບາງ​ສິ່ງ​ບາງ​ຢ່າງ ​ໃຫ້​ແກ່​ເຂົາ​ເຈົ້າ ເພື່ອເປັນ​ການ​ຕອບ​ແທນ."


​ພວກເຈົ້າໜ້າ​ທີ່​ຫວັງ​ວ່າ ການ​ເປີດ​ກວ້າງ​ຂົງ​ເຂດ​ຊົນ​ເຜົ່າຕ່າງໆ​ ໃນ​ມຽນມາ​ ເພື່ອໃຫ້ມີ​ການ​ຄ້າຂາຍນັ້ນ ຈະ​ເພີ້​ມ​ໂອ​ກາດ​ໃຫ້ມີວຽກເຮັດງານທຳ​ຕ່າງໆ. ​ແຕ່ຫຼາຍໆຄົນ ທີ່​ອາ​ໄສຢູ່​ຂົງ​ເຂ​ດນັ້ນ ມີໂອ​ກາດໄດ້ວຽກເຮັດ​ງານທຳ ໜ້ອຍເຕັມທີ.

ຜູ້​ສ້າງຕັ້ງ ອົງການຂ່າວ Herald ໃນລັດ Shan ທ່ານ Kuensai Jaiyen ຊຶ່ງ​ຜູ້ກ່ຽວໄດ້ຫລົບ​ໜີ​ອອກຈາກ​ປະເທດ​ໃນ​ປີ 1996 ກ່າວ​ວ່າ ມີ​ທາງ​ດຽວ​ທໍ່​ນັ້ນ ​ທີ່​ຈະ​ຫລຸດຜ່ອນ​ການ​ຜະ​ລິດ​ຢາ​ເສບ​ຕິດລົງໄດ້ ກໍຄື​ຈະ​ ຕ້ອງຍຸດຕິ​ບັນຫາຂັດແຍ້ງຢູ່ໃນເຂດດັ່ງກ່າວ ​ແ​ລະຫລັງຈາກນັ້ນກໍສ້າງ​ວຽກ​ເຮັດ​ງານທຳ​ຕ່າງໆ.

ທ່ານ Kuensai Jaiyen ​ເວົ້າວ່າ: "ການ​ທ້າ​ທາຍ​ທີ່​ໃຫຍ່​ສຸດ​ ​ແນ່ນອນ​ແລ້ວ ກ່ອນ​ອື່ນໝົດ ແມ່ນພວກ​ເຮົາ​ຕ້ອງ​ມີ​ສັນຕິ​ພາບແລະການປົກຄອງ ດ້ວຍຕົວບົດກົດໝາຍ.
​ແລະ​ເພື່ອ​ຈະ​ບັນລຸ​ສັນຕິພາບ​ໄດ້ ກໍຕ້ອງມີ​ການ​ຕົກລົງ​ກັນ​ ທາງ​ດ້ານ​ການ​ເມືອງ​ເກີດ​ຂຶ້ນເສຍກ່ອນ. ​ແຕ່​ຢ່າງ​ໃດ​ກໍ​ຕາມ ພວກ​ເຮົາ​ຕ້ອງ​ເຂົ້າ​ໃຈ​ວ່າ ສັນຕິ​ພາບ​ນັ້ນ ຕ້ອງ​ບໍ່ແມ່ນ​ແບບ​ບັງຄັບ​ດ້ວຍ​ກຳລັງ."


​ໃນ​ຂະນະທີ່​ຊົນ​ເຜົ່າ​ໃນຂົງເຂດຕ່າງ​ໆຂອງ​ມຽນມາ ກຳລັງສືບຕໍ່ການເຈລະຈາກັບ​ລັດຖະບານ​ຢູ່ນັ້ນ ປະ​ເທດ​ດັ່ງ​ກ່າວແລະບັນດາ​ປະ​ເທດ​ເພື່ອນ​ບ້ານ​ ພວມປະ​ເຊີນໜ້າກັບ
​ບັນຫາ​ທີ່​ກຳລັງ​ທະວີຄວາມຮ້າຍແຮງຂຶ້ນນັ້ນ ກໍຄືເປັນປາຍທາງ ສຳລັບ​ແຫຼ່ງຈຳ​ໜ່າຍ
ຢາ​ເສບ​ຕິດດັ່ງກ່າວນີ້.
XS
SM
MD
LG