ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ງານ​ສະ​ຫຼອງ ​ປີ​ໃໝ່​ລາວ​ ຢູ່​ວັດ​ລາວພຸດ​ທະ​ວົງ ທີ່​ຢູ່ໃກ້ ​ນະ​ຄອນ​ຫລວງ ວໍ​ຊິງ​ຕັນ


ເຊີນ​ຟັງ​ການ​ສຳ​ພາດ​ນາງ​ງາມ​ເຂົ້າ​ຮ່ວມ​ປະ​ກວດ​ນາງ​ສັງ​ຂານ ພ.ສ. 2562

ດັ່ງ​ທຸກໆ​ປີຊາວ​ລາວໃນ​ເຂດນະຄອນຫຼວງ ວໍຊິງຕັນ​ ຊຶ່ງ​ນໍາພາ​ໂດຍເຈົ້າອາວາດ​ວັດລາວ​ພຸດ​ທະ​ວົງໃນ​ປີນີ້ກໍ​ໄດ້​ຈັດ​ງານ​ສະຫຼອງປີໃໝ່ລາວເພື່ອ ໃຫ້ລູກຫລານໄດ້ຮຽນຮູ້ ແລະສືບສານປະເພນີອັນ​ດີ​ງາມ​ຂອງລາວເຮົາໄວ້. ​ບຸນ​ໃໝ່ລາວປີນີ້ຈັດຂຶ້ນ​ຢ່າງ​ຄຶກຄື້ນ​ມ່ວນ​ຊື່ນເປັນ​ເວລາ​ສອງ​ວັນ ຄື​ໃນ​ວັນ​ເສົາ​ແລະ​ວັນ​ອາທິດ​ທີ່​ຜ່ານ​ມານີ້ ແລະປາ​ກົດ​ວ່າໃນ​ງານ​ບຸນ​ປີນີ້ ນອກ​ຈາກ ຄົນ​ໃນ​ປະ​ຊາ​ຄົມ​ລາວແລ້ວ ກໍ​ມີຍັງ​ມີ​ຄົນ​ຈາກເຊື້ອ​ຊາດອື່ນ​ເຂົ້າ​ຮ່ວ​ມ​ຊົມ​ງານ ແລະກິດ​ຈະ​ກຳ​ຕ່າງໆເຊັ່ນການ​ປະ​ກວດ​ນາງ​ສັງຂານອີກດ້ວຍ. ເອົາ​ລະ ເພື່ອບໍ່​ເປັນ​ການ​ເສຍ​ເວ​ລາ ຂໍ​ເຊີນບັນ​ດາ​ທ່ານ ​ໄປ​ຟັງ​ລາຍ​ງານ​ຈາກ ​ບົວສະຫວັນ, ນັກ​ຂ່າວ​ຂອງພວກ​ເຮົາ​ນຳກັນ​ເລີຍ​ເນາະ.

ສະບາຍດີປີໃໝ່ທ່ານຜູ້ຟັງທັງ​ຫລາຍ. ຜ່ານໄປນັ້ນ ກໍຄືສຽງຕີຄ້ອງ ຮ້ອງ ໂຮ ສຽງເສບ​ໃນ​ຂະ​ນະ​ທີ່​ມີ​ການ​ຟ້ອນ​ເຊີ້ງແຫ່ນາງສັງຂານສຳ​ລັບປີໃໝ່ ພ.ສ. 2562, ປີກຸນປີ​ນີ້ ຢູ່ທີ່ວັດລາວພຸດທະວົງ, ເມືອງແຄັດ​ແລັດ (Cattlet), ລັດ ເວີຈິເນຍ ຊຶ່ງ​ໄດ້​ດຶງ​ດູດ​ເອົາ​ຄົນ​ຫລາຍກວ່າ 3,000 ຄົນ​ຈາກ​ນະ​ຄອນ​ຫລວງວໍ​ຊິງ​ຕັນແລະ​ລັດ​ໃກ້ຄຽງເຊັ່ນ​ລັດເມ​ຣີ​ແລນ ແລະ ລັດ​ອື່ນໆຢູ່​ລຽບຕາມ​ແຄມ​ຝັ່ງ​ມະ​ຫາ​ສະ​ໝຸດ​ແອັດ​ລັງ​ຕິກ ທີ່​ຢູ່​ກ້ຳ​ຕາ​ເວັນອອກ​ຂອງສະ​ຫະ​ລັດ ເຂົ້າ​ຮ່ວມ​ນຳ. ​ວັດລາວພຸດທະວົງ ຕັ້ງຢູ່​ທາງທິດ​ໃຕ້ຂອງ​ນະ​ຄອນ​ຫລວງວໍ​ຊິງ​ຕັນທີ່​ຢູ່​ໄກປະ​ມານ 80 ກິ​ໂລ​ແມັດ. ພະ​ສົງ​ອົງ​ຄະ​ເຈົ້າໃນ​ວັດ​ດັ່ງ​ກາວ ໄດ້ເຕົ້າ​ໂຮມ​ເອົາ​ອອກ​ຕົນ​ຍາດ​ໂຍມ ໃຫ້​ສາ​ມັກ​ຄີກັນເຮັດ​ກິດ​ຈະ​ກຳ​ຕ່າງໆ​ສືບ​ສານ​ປະ​ເພີ​ນີ​ໃນ​ການ​ສະ​ຫລອງບຸນ​ປີ​ໃໝ່​ລາງ​ມາ​ໄດ້​ເກືອບ 40 ປີ​ແລ້ວ, ອີງ​ຕາມ​ຄຳ​ບອກ​ເລົ່າ​ຂອງ​ທ່ານ ສົມ​ພອນ ໄຊ​ຍະ​ສິດ​ເສ​ນາ, ອະ​ດີດ​ຄະ​ນະ​ກຳ​ມະ​ການ​ຈັດ​ງານ​ບຸນ​ປີ​ໃໝ່ລາວ ແລະ​ທີ່​ປຶກ​ສາ​ຂອງ​ຄະ​ນະ​ກຳ​ມະ​ການ​ການ​ຈັດ​ງານບຸນໃນ​ປີນີ້.

ເຊີນເບິ່ງວີ​ດິ​ໂອຂະ​ບວນ​ແຫ່​ນາງ​ສັງ​ຂານ​ ສຳ​ລັບ​ປີ​ໃໝ່ ພ.ສ. 2562, ປີ​ກຸນປີນີ້


ດັ່ງປີກ່ອນໆ ງານບຸນດັ່ງ​ກ່າວ ໄດ້​ຈັດ​ຂຶ້ນໃນ​ສອງມື້ ຄືໃນ ວັນທີ 13 ຫາ 14 ເມ​ສາ ​ແຕ່ 9:00 ໂມງ​ເຊົ້າ ຮອດ 7 ໂມງ​ແລງ. ມື້​ທີ 1 ດໍາ​ເນີນ​ໄປພາຍໃຕ້ທ້ອງ​ຟ້າ​ອັນ​ແຈ່​ມ​ໃສ ເຖິງ​ຈະ​ມີອາກາດທີ່ຂ້ອນ​ຂ້າງ​ເຢັນ​ແດ່ ແຕ່​ກໍ​ມີ​ແສງ​ແດດ​ເລັກ​ນ້ອຍ ຊຶ່ງ​ເຮັດ​ໃຫ້​ພໍ​ດີ​ອົບ​ອຸ່ນ. ສ່ວນມື້ທີ 2 ​ແມ່ນ​ຟ້າ​ຂ້ອນ​ຂ້າງ​ມືດ ແດ່​ເລັກ​ນ້ອຍ​ແຕ່​ການ​ສະ​ຫລອງແລະ​ຄົບງັນ​ກໍ​ຍັງ​ດໍາ​ເນີນ​ໄປ​ຢ່າງ​ຄຶກຄື້ນມ່ວນ​ຊື່ນ. ​ມື້​ທີ​ນຶ່ງນັ້ນ ​ເລີ້ມຕົ້ນດ້ວຍ​ພິທີທາງ​ສາດສະໜາ, ການ​ສົງ​ພະ, ຕິດ​ຕາມ​ມາ​ດ້ວຍງານ​ສະ​ແດງ​ສິນລະປະ​ ປະ​ກອບ​ກັນໄປ​ກັບ​ການຄັດ​ເລືອກ​ເອົາ​ນາງ​ສັງ​ຂານ, ຫລັງ​ຈາກນັ້ນ ປະ​ມານ 5 ໂມງ​ແລງ​ກໍ​ມີການແຫ່​ນາງ​ສັງຂານ, ການ​ຮັບ​ສິນ ​ຮັບພອນຂອງ​ນາງ​ສັງ​ຂານ​ຈາກ​ເຈົ້າ​ອາ​ວາດ​ວັດ ມະ​ຫາ​ບຸນ​ມີ ກິດ​ຕິ​ທຳ​ມະວັນ​ໂນ ແລະ​ຈົບ​ລົງ​ດ້ວຍ​ການ​ຫົດສົງ​ພະພຸດ​ທະ​ຮູບຂອງ​ນາງ​ທັງ​ເຈັດທີ່​ເຂົ້າ​ຮ່ວມ​ເປັນ​ນາງ​ສັງ​ຂານ​ປີນີ້. ສ່ວນມື້​ທີ​ສອງ ກໍ​ມີ​ການ​ຕົບ​ປະ​ທາຍ ແລະ​ເສບ​ຄັນ​ຕາມ​ປະ​ເພ​ນີ.

ນາງ​ສັງ​ຂານ ພ.ສ. 2562 ຄັດ​ເລືອກ​ທີ່​ວັດ​ລາວ​ພຸດ​ທະ​ວົງ
ນາງ​ສັງ​ຂານ ພ.ສ. 2562 ຄັດ​ເລືອກ​ທີ່​ວັດ​ລາວ​ພຸດ​ທະ​ວົງ

ສຳ​ລັບຜູ້​ທີ່​ໄດ້​ຖືກ​ເລືອກ​ເປັນນາງ​ສັງ​ຂານ​ປີນີ້ກໍ​ຄື​ນາງຫົງ​ພະ​ຈັນ ລີ​ຊາ ພູ​ມິນ ຊຶ່ງ​ເປັນ​ລູກ​ສາວ​ຂອງ​ຊາວ​ລາວ ທີ່​ມາ​ຈາກ​ນະ​ຄອນ​ຫລວງວຽງ​ຈັນ ເພື່ອສຶກ​ສາ​ຮໍ່​າ ຮຽນຕໍ່ໃນຂະ​ແໜງເທັກ​ໂນ​ໂລ​ຈີ ດ້ານ​ຂໍ້​ມູນ​ຂ່າວ​ສານ Information Technology ​ໃນ​ປີທີ 4 ຫລື​ປີ​ສຸດ​ທ້າຍ ຢູ່​ມະ​ຫາ​ວິ​ທະ​ຍາ​ໄລຈອດ​ເມ​ຊັນ (George Mason), ລັດເວີ​ຈີ​ເນຍ. ໃນ​ການ​ໃຫ້​ສຳ​ພາດ​ຢູ່​ຫລັງ​ເວ​ທີ ກ່ອນທີ່​ນາງສາວຄົນ​ງາມ​ອາ​ຍຸ 24 ປີ​ຄົນ​ນີ້ຈະ​ອອກ​ໄປ​ເດີນ​ປະ​ກວດ​ເທິງ​ເວ​ທີເປັນ​ຄັ້ງ​ທີ 3 ນັ້ນ ນາງໄດ້ບອກ​ເຖິງ​ຄວາມ​ຮູ້​ສຶກ ແລະ​ຂັ້ນ​ຕອນ​ໃນ​ການ​ປະ​ກວດ, ຄັດ​ເລືອກ​ນາງ​ສັງ​ຂານ​ດັ່ງນີ້:

ເມື່ອ​ຖາມ​ວ່າ​ເປັນ​ຫຍັງ​ນາງຈຶ່ງ​ເຂົ້າ​ຮ່ວມ​ປະ​ກວດ​ນາງ​ສັງ​ຂານ​ເຖິງສອງ​ປີ​ຕິດ​ຕໍ່​ກັນ​ນັ້ນນາງບອກວ່​າ:

​ນັກ​ຟ້ອນ​ເດັກ​ຈາກ​ມູນ​ນິ​ທິ​ມໍ​ລະ​ດົກ​ລາວ
​ນັກ​ຟ້ອນ​ເດັກ​ຈາກ​ມູນ​ນິ​ທິ​ມໍ​ລະ​ດົກ​ລາວ

ສຳ​ລັບ​ຈຸດ​ເດັ່ນ​ຂອງ​ງານ​ບຸນ​ປີ​ໃໝ່​ປີນີ້ກໍ​ຄື ​ມັນບໍ່ພຽງ​ແຕ່​ໄດ້​ດຶງ​ດູດ​ເອົາຄົນລາວ ແຕ່​ກໍ​ຍັງ​ດຶງ​ດູດ​ເອົາ​ຄົນ​ມາ​ຈາກ​ປະ​ຊາ​ຄົມ​ອື່​ນໆ ທີ່ຢູ່ໃກ້​ເຂດ​ນະຄອນຫລວງ​ວໍ​ຊິງ​ຕັນດີຊີເຂົ້າ​ຮ່ວມອີກ​ດ້ວຍ, ດັ່ງທ່ານ ສົມ​ພອນໄດ້​ເວົ້າ​ສູ່​ຟັງ​ຕາມ​ການ​ສັງ​ເກດ​ການ​ຂອງ​ເພິ່ນ​ວ່າ:

ນອກຈາກ​ການ​ໄປ​ທຳ​ພິ​ທີ​ທາງ​ສາດ​ສະ​ໜາ​ ແລະ​ຊົມ​ການ​ສະ​ແດງ​ສິນ​ລະ​ປະ ພ້ອມ​ທັງ​ແຫ່​ນາງ​ສັງ​ຂານ​ແລ້ວ ຝູງ​ຄົນ​ທັງ​ຫລາຍ​ກໍ​ມັກ​ພາກັນ​ໄປຊື້ເຄື່ອງປູກ ຂອງຝັງ ໂດຍ​ສະ​ເພາະ​ພືດ​ເຂດ​ຮ້ອນ​ ເຊັ່ນ​ຕົ້ນຜັກ​ບົວລະພາ, ຜັກກະ​ເພົາ, ຕົ້ນຂີ້ຫູດ, ຕົ້ນຜັກສະເມັກ ​ແລະພືດຜັກອື່ນໆ ທີ່​ຫາ​ຊື້​ຍາກ​ຢູ່​ຕາມ​ຮ້ານ​ທົ່ວ​ໄປ​ໃນ​ສະ​ຫະ​ລັດ. ເອື້ອຍ​ພູ​ທອນ ໄຊ​ຍະ​ຈັກ ພ້ອມ​ກັບ​ໝູ່​ຄູ່​ຂອງ​ເພິ່ນ​ໄດ້​ເລົ່າເຖິງ​ການ​ນຳ​ເອົາ​ພືດ​ຜັກ​ມາ​ຂາຍ​ໃນ​ງານ​ບຸນ​ປີນີ້ສູ່​ຟັງວ່າ:

ເອື້ອຍ​ພູ​ທອນພ້ອມ​ກັບ​ຄອບ​ຄົວ ແລະໝູ່​ຄູ່​ຂອງ​ເພິ່ນຍັງເລົ່າສູ່​ວີ​ໂອ​ເອ​ຟັງ​ວ່າ ຜູ້​ຄົນ​ມັກຊື້​ພືດ​ຜັກ ແລະ​ຕົ້ນ​ໄມ້​ທີ່​ຄົນ​ມັກ​ປູກ​ຢູ່​ລາວ​ເຮົາ​ເພື່ອ​ໄປ​ປູກ​ຢູ່​ເຮືອນ​ຂອງ​ຕົນໃນ​ໄລ​ຍະ​ນີ້ ຍ້ອນ​ວ່າ​ມັນ​ຮອດ​ລະ​ດູ​ປູກ​ພືດ​ພໍ​ດີ ເພາະ​ມັນ​ໄດ້​ຍ່າງ​ເຂົ້າ​ລະ​ດູ​ບານ​ໃໝ່​ໃນ​ສະ​ຫະ​ລັດ. ແລະປີນີ້ພວກ​ເພິ່ນບອກວ່າໄດ້​ຂາຍ​ດີ​ເປັນ​ພິ​ເສດ.

ເອື້ອຍ ພູ​ທອນ ໄຊ​ຍະ​ຈັກ (ກາງ) ແລະ​ສາ​ມີ ພ້ອມ​ດ້ວຍ​ເພື່ອນ​ຈາກ​ລັດ ຟ​ລໍ​ຣິ​ດາ
ເອື້ອຍ ພູ​ທອນ ໄຊ​ຍະ​ຈັກ (ກາງ) ແລະ​ສາ​ມີ ພ້ອມ​ດ້ວຍ​ເພື່ອນ​ຈາກ​ລັດ ຟ​ລໍ​ຣິ​ດາ

ສະ​ຫລຸບ​ແລ້ວ ງານ​ບຸນ​ປີ​ໃໝ່​ປີນີ້ມີ​ຄົນ​ຈາກ​ປະ​ຊ​າ​ຄົມລາວ ແລະ​ປະ​ຊາ​ຄົມ​ອື່ນໆ​ຈາກ​ຫລາຍ​ລັດເຂົ້າ​ມາ​ຮ່ວມ​ຊົມ ແລະ​ທຳ​ພິ​ທີ​ທາງ​ສາດ​ສະ​ໜາ. ສ່ວນ​ສິ່ງ​ທີ່​ດຶງ​ດູດ​ຄົນ​ໄປ​ຊົມ​ງານ​ບຸນ​ປີ​ໃໝ່​ ທີ່​ວັດ​ລາວ​ພຸດ​ທະ​ວົງນັ້ນ ​ນອກ​ຈ​າກການ​ເຂົ້າ​ຮ່ວມ​ພິ​ທີ​ທາງ​ສາດ​ສະ​ໜາ, ຊົມ​ການ​ສະ​ແດງ​ສິນ​ລະ​ປະ, ການ​ກິນ​ອາ​ຫານ​ລາວ ແລ້ວ, ຍັງ​ມີ​ຕົ້ນ​ໄມ້​ລະ​ດູ​ຮ້ອນ​ທີ່​ຜູ້​ຄົນ​ຊອກ​ຫາ​ຊື້​ໄດ້​ຍາກນັ້ນ​ອີກ​ດ້ວຍ.

ອ່ານ​ສະ​ຫລຸບ​ລາຍ​ງານນີ້​ເປັນ​ພາ​ສາ​ອັງ​ກິດ

Lao New Year celebration held on April 13-14 at Buddhavong Lao Temple, about 80 kilometers south of Washington DC, attracted over 3,000 people of diverse ethnics, especially those who are Americans with Lao, Thai, Cambodian, and Vietnamese backgrounds in Washington DC area.

ເຊີນ​ຊົມ​ພາບ​ສະ​ໄລ໌ກ່ຽວ​ກັບ​ງານ​ສະ​ຫລອງ​ປີ​ໃໝ່​ລາວ ທີ່​ວັດ​ລາວ​ພຸດ​ທະ​ວົງ

XS
SM
MD
LG