ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໓ ກັນຍາ ໒໐໒໓

ການໂຈມຕີ ຕໍ່ຊີເຣຍ ແມ່ນເພື່ອ ສະກັດກັ້ນ ອາຊາດ ບໍ່ແມ່ນ ເພື່ອໂຄ່ນລົ້ມ


ຊາວຊີເຣຍ ໂບກທຸງຊາດອີຣ່ານ ຣັດເຊຍ ແລະຊີເຣຍ ລະຫວ່າງການປະທ້ວງ ຕໍ່ຕ້ານສະຫະລັດ ທີ່ທຳການໂຈມຕີທາງອາກາດ ໃນວັນທີ 14 ເມສາ 2018.

ບໍ່ດົນ​ຫຼັງ​ຈາກ​ປະທານາທິບໍດີ ດໍ​ໂນ​ລ ​ທຣໍາ ​ໄດ້​ສິ້ນສຸດ ການກ່າວຄຳປາໄສ ທີ່ອອກອາ
ກາດເປັນເວລາ​ເຈັດ​ນາ​ທີ​ໃນ​ວັນ​ສຸກ​ວານ​ນີ້ ການປະກາດ​ການ​ເລີ້ມການ​ໂຈມ​ຕີ​ທາງອາ
ກາດທີ່ແມ່ນຍຳ ​ໃສ່​ສະຖານ​ທີ່​ຕ່າງໆ​ຂອງ​ລັດຖະບານ​ຊີ​ເຣຍທີ່​ພົວ ພັນ​ກັບ​ການ​ພັດທະ
ນາ​ອາວຸດເຄມີ ກໍໄດ້ມີຂຶ້ນ ໂດຍທີ່ສຽງ​ລະ​ເບີດ​ຂະໜາດແຮງ ໄດ້​ສ້າງຄວາມສັ່ນ​ສະ​ເທືອ​ນໃຫ້ແກ່ນະຄອນຫຼວງ​ດາ​ມາສກັສ.

ແສງຂອງລູກສອນໄຟ ທີ່ເຫັນຢູ່ທ້ອງຟ້າ ໃນນະຄອນດາມາສກັສ ທີ 14 ເມສາ 2018.
ແສງຂອງລູກສອນໄຟ ທີ່ເຫັນຢູ່ທ້ອງຟ້າ ໃນນະຄອນດາມາສກັສ ທີ 14 ເມສາ 2018.

​ທຳນຽບຫ້​າ​ແຈ​ກ່າວ​ວ່າ ຮວມຢູ່​ໃນ​ບ່ອນທີ່​ຖືກ​ໂຈມ​ຕີ ​ໃນ​ການປະຕິບັດ​ງານແບບມີການ
ປະສານງານກັນ ​ໂດຍ​ກຳລັງ ສະຫະລັດ ຝຣັ່ງ ​ແລະ​ອັງກິດ ບໍ່ດົນກ່ອນພິທີ​ສູດ​ມົນ ໃນ
ຕອນເຊົ້າມືດນັ້ນ ແມ່ນ​ສູນ​ກາງ​ຄົ້ນ​ຄວ້າ​ວິທະຍາສາດ​ ທີ່​ຕັ້ງ​ຢູ່ໃນ ເຂດຊານເມືອງຂອງ
ນະຄອນຫຼວງ​ຊີ​ເຣຍ ສາງ​ອາວຸດ​ເຄມີ​ ໃກ້ໆ​ກັບ​ເມືອງ​ໂຮມ​ ​ແລະ​ກອງ​ບັນຊາ​ການ​ແຫ່ງ​ນຶ່ງທີ່ຕັ້ງຢູ່ໃກ້ຄຽງ.

U.S. Defense Secretary Mattis Briefs Reporters in Syria Strikes
please wait

No media source currently available

0:00 0:02:52 0:00

ນອກ​ນັ້ນ​ຍັງ​ມີ​ລາຍ​ງານ​ຈາກ​ບັນດາ​ນັກ​ເຄື່ອນ​ໄຫວ​ການ​ເມືອງທີ່​ກ່າວ​ວ່າ ກອງພົນ​ ລົດ
​ຖັງ​ທີ​ 4 ຊຶ່ງ​ເປັນກອງທະຫານເກັ່ງທີ່ສຸດ ​ບັນຊາ​ການ​ໂດຍນ້ອງ​ຊາຍຂອງປະ ທານາທິ
ບໍດີບາຊາ ອາລ-ອາຊາດ ຄື​ທ່ານ​ມາ​ເຮີ ອາລ-ອາຊາດ ພ້ອມ​ດ້ວຍກອງ ພັນພິ​ເສດ ຣີພັບບລີກັນກາດ ​ກໍໄດ້​ຖືກ​ໂຈມ​ຕີ​ເຊັ່ນ​ກັນ. ​ແຕ່​ຍັງ​ບໍ່​ເປັນ​ທີ່​ຈະແຈ້ງ​ເທື່ອ​ວ່າ ​ກຳລັງເຫຼົ່າ
ນີ້ໄດ້ຖືກ​ໂຈມ​ຕີ ​ໂດຍເຮືອບິນ​ທີ່​ມີ​ຄົນ​ຂັບ ​ແລະ​ລູກ​ສອນ​ໄຟ​ຄຣູສ ຂອງຝຣັ່ງແລະ​ອັງ​ກິດ
ແທນ​ທີ່ຈະແມ່ນຂອງກອງ​ທັບ​ສະຫະລັດ.

President Trump Announces Strikes Against Syria
please wait

No media source currently available

0:00 0:07:40 0:00

​ຈາກ​ທັດສະນະ​ຂອງ​ພວກ​ທີ່​ໄດ້ຮັບການໂຈມຕີໃນການ​ປະຕິບັດ​ງານນຶ່ງ​ຄືນແລ້ວນັ້ນ
ການ​ຕອບທາງທະຫານ ​ໂດຍ​ບັນດາ​ມະຫາ​ອຳນາດ​ຕາ​ເວັນ​ຕົກ ອາດ​ເບິ່ງຄືວ່າທຸກ
ຢ່າງແຕ່ມີການຢັ້ງມືໄວ້.

​ການ​ໂຈມ​ຕີ ແມ່ນມີ​ຈຸດປະສົງ ທີ່ຈະ​ສະ​ແດງ​ໃຫ້​ເຫັນ ເຖິງການຕັດສິນໃຈ ທ່າມກາງໃນ
ອັນ​ທີ່​ປະທານາທິບໍດີ​ທຣໍາເອີ້ນວ່າ​ ເປັນການລະເມີດເລື້ອຍມາຕໍ່​ກົດໝາຍ​ສາກົນ​ໂດ​ຍ
ອາຊາ​ດ ​ທີ່ຮ້າຍແຮງ​ກວ່າໃນ​ປີ​ກາຍ​ ​ເວລາ​ສະຫະລັດໄດ້​ຍິງ​ລູກ​ສອນ​ໄຟ​ຄຣູສ 58 ລູກ
​ເຂົ້າ​ໃສ່​ຊີ​ເຣຍ ​ເພື່ອ​ຕອບ​ໂຕ້ຕໍ່ອັນທີ່​ປາ​ກົດ​ວ່າ​ແມ່ນ​ການ​ໂຈມ​ຕີ​ດ້ວຍ​ອາວຸດ​ເຄມີ ​ຂອງ
ກຳລັງ​ລັດຖະບານ ​ໃສ່ເມືອງ​ທີ່ພວກ​ຕໍ່ຕ້ານ​ລັດຖະບານ ຄວບຄຸມຢູ່ ໃນພາກ​ເໜືອ​ຂອງ​
ປະ​ເທດ.

ປະທານເສນາທິການຮ່ວມຂອງກອງທັບສະຫະລັດ ນາຍພົນໂຈເຊັບ ດັນຝອດ ກ່າວຕໍ່ບັນດານັກຂ່າວທີີ່ ທຳນຽບຫ້າແຈ.
ປະທານເສນາທິການຮ່ວມຂອງກອງທັບສະຫະລັດ ນາຍພົນໂຈເຊັບ ດັນຝອດ ກ່າວຕໍ່ບັນດານັກຂ່າວທີີ່ ທຳນຽບຫ້າແຈ.

​ເທື່ອ​ນີ້ ແມ່ນ​ປະມານ​ສອງ​ເທົ່າ​ຂອງ​ຈຳນວນ​ລູກ​ສອນ​ໄຟ​ຄຣູສ​ ທີ່ໄດ້​ຍິງ​ໂດຍ​ສະຫະລັດ
​ໃນ​ການ​ຕອບ​ໂຕ້ຕໍ່​ການ​ໂຈມ​ຕີ​ດ້ວຍ​ອາວຸດ​ເຄມີ​ ເມື່ອ​ວັນ​ເສົາ​ແລ້ວໂດຍ​ລັດຖະບານອາ
ຊາດ ​ໃສ່​ເມືອງ​ດູ​ມາ ທີ່ຢູ່​ໃນເຂດຊານເມືອງ ຂອງນະຄອນຫຼວງ​ດາ​ມາສກັສ ​ທີ່ເຮັດໃຫ້
ຢ່າງ​ໜ້ອຍ 40 ຄົນເສຍ​ຊີວິດ ​ແລະ​ຫລາ​ຍຮ້ອຍ​ຄົນ​ໄດ້​ຮັບ​ບາດ​ເຈັບ.

ອ່ານຂ່າວນີ້ເພີ້ມເປັນພາສາອັງກິດ

XS
SM
MD
LG