ລິ້ງ ສຳຫລັບເຂົ້າຫາ

ວັນພະຫັດ, ໒໘ ມີນາ ໒໐໒໔

ອົງການພັນທະມິດ ເພື່ອປະຊາທິປະໄຕ ໃນລາວ ປະທ້ວງ ທີ່ ສະຖານທູດ ສປປ ລາວ


ບັນດາສະມາຊິກອົງການພັນທະມິດ ເພື່ອປະຊາທິປະໄຕໃນລາວ ຢືນປະທ້ວງຢູ່ຕໍ່ໜ້າສະຖານທູດ ສປປ ລາວ ທີ່ນະຄອນຫລວງ ວໍຊິງຕັນ ເມື່ອວັນອັງຄານ ທີ 21 ມິຖຸນາ.
ບັນດາສະມາຊິກອົງການພັນທະມິດ ເພື່ອປະຊາທິປະໄຕໃນລາວ ຢືນປະທ້ວງຢູ່ຕໍ່ໜ້າສະຖານທູດ ສປປ ລາວ ທີ່ນະຄອນຫລວງ ວໍຊິງຕັນ ເມື່ອວັນອັງຄານ ທີ 21 ມິຖຸນາ.

ນັ້ນແມ່ນສຽງຮ້ອງໂຮປະທ້ວງຂອງສະມາຊິກ ອົງການພັນທະມິດເພື່ອປະຊາ ທິປະໄຕໃນລາວ ຢູ່ຕໍ່ໜ້າສະຖານທູດ ສປປ ລາວ ທີ່ນະຄອນ ຫລວງວໍຊິງຕັນ.

ຈຸດປະສົງຫລັກຂອງການປະທ້ວງໃນຄັ້ງນີ້ແມ່ນ ເພື່ອຮຽກຮ້ອງໃຫ້ປ່ອຍໜຸ່ມ ນ້ອຍລາວ 3 ຄົນ ທີ່ຖືກຈັບຍ້ອນໃຊ້ສື່ສັງຄົມເຟສບຸກ ຂຽນປະນາມລັດຖະ ບານລະຫວ່າງທີ່ເຮັດວຽກຢູ່ ໄທ ແມ່ນຈັດຂຶ້ນພາຍໃຕ້ການນຳພາຂອງອົງການ ພັນທະມິດເພື່ອປະຊາທິປະໄຕໃນລາວ ໃນ ຕອນບ່າຍວັນອັງຄານທີ 21 ມິຖຸນາ ວານນີ້ ເລີ້ມແຕ່ເວລາບ່າຍ 1 ໂມງ ຫາ 2 ໂມງ.

ການໂຮມຊຸມນຸມປະທ້ວງໃນຄັ້ງນີ້ມີ ສະມາຊິກຂອງອົງການພັນທະມິດເພື່ອ ປະຊາທິປະໄຕ ໃນລາວ ເຂົ້າຮ່ວມທັງໝົດສາມສິບກວ່າຄົນ ຊຶ່ງພວກເຂົາເຈົ້າ ພາກັນນຸ່ງເສື້ອຍືດສີແດງ ກາຊ້າງສາມຫົວ ອັນເປັນສັນຍາລັກ ຂອງອະດີດທຸງ ຊາດແຫ່ງພະລາຊະອານາຈັກລາວ. ນອກນັ້ນພວກປະທ້ວງ ຍັງພາກັນຖືປ້າຍ ມີຄຳຂວັນຫລາຍໆຢ່າງ ປະທ້ວງການຫາຍສາບ ສູນຂອງທ່ານສົມບັດສົມພອນ ການຄ້າຢາເສບຕິດ ການຕັດໄມ້ເຖື່ອນຢູ່ໃນ ສປປ ລາວ ເຫລົ່ານີ້ເປັນຕົ້ນ.

ພວກທີ່ເຂົ້າຮ່ວມການປະທ້ວງໃນຄັ້ງນີ້ ຈຳນວນນຶ່ງ ແມ່ນເດີນທາງມາຈາກລັດ ຕ່າງໆໄດ້ ພາກັນຜັດປ່ຽນກັນກ່າວລະບາຍເຖິງຄວາມຮູ້ສຶກ ແລະຄວາມເປັນ ຫ່ວງຂອງເຂົາເຈົ້າຢູ່ໃນ ສປປ ລາວ. ທ່ານນາງ ດຣ. ບຸນທອນ ປະທານອົງການ ພັນທະມິດ ເພື່ອປະຊາທິປະໄຕ ໃນລາວ ທີ່ມີຫ້ອງການຢູ່ປະເທດເຢຍຣະມັນ ໄດ້ກ່າວຕໍ່ ວີໂອເອ ເຖິງຈຸດປະສົງຂອງການ ມາປະທ້ວງຄັ້ງນີ້ວ່າ:

ຫລັງຈາກການປະທ້ວງຢູ່ຕໍ່ໜ້າສະຖານທູດ ສປປ ລາວ ເປັນທີ່ຮຽບຮ້ອຍແລ້ວ ພວກປະ ທ້ວງ ກໍໄດ້ພາກັນຍ້າຍໄປປະທ້ວງຢູ່ສະຖານທູດຫວຽດນາມ ທີ່ຕັ້ງຢູ່ ໃກ້ໆກັບສະຖານທູດ ສປປ ລາວ ເພື່ອຕິຕຽນການແຊກແຊງ ຂອງຫວຽດນາມ ຢູ່ໃນລາວ.

XS
SM
MD
LG