ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ກອງປະຊຸມ ພປລ


ດຣ ບຸນທອນ ຈັນທະລາວົງ ທີ່ກອງປະຊຸມ ພປລ ນະຄອນລາສເວກາສ ລັດເນວາດາ
ດຣ ບຸນທອນ ຈັນທະລາວົງ ທີ່ກອງປະຊຸມ ພປລ ນະຄອນລາສເວກາສ ລັດເນວາດາ

ກຸ່ມ​ພັນທະ​ມິດ​ເພື່ອ​ປະຊາທິປະ​ໄຕ​ໃນລາວ​​ ໄດ້​ຈັດ​ກອງ​ປະຊຸມ​ຂຶ້ນເມື່ອ​ໄວໆມານີ້​ ​ແລະ​ໄດ້ຮັບຜ່ານ 2 ມະຕິ ຮວມທັງມະຕິຄັດຄ້ານການສ້າງຮູບປັ້ນໂຮ່ຈິມິນຢູ່ລາວ.

ກຸ່ມ​ພັນທະ​ມິດ​ເພື່ອ​ປະຊາທິປະ​ໄຕ​ໃນ​ລາວ​ ທີ່​ເອີ້ນຫຍໍ້​ວ່າ
ພປລ ນັ້ນ ໄດ້​ເປີດ​ກອງ​ປະຊຸມ​ເປັນ​ເວລາ 2 ມື້ໃນ​ວັນ​ທີ
1 ​ແລະ​ທີ 2 ຕຸລາ​ຜ່ານ​ມາ ທີ່​ນະຄອນ​ລາສ​ເວ​ກາສ ລັດ
ເນ​ວາດາ ​ໃນ​ສະຫະລັດ​ອະ​ເມຣິກາ.

ດຣ ບຸນ​ທອນ ຈັນທະ​ລາ​ວົງປະທານ ພປລ ກ່າວ​ວ່າ ໃນ
ກອງ​ປະຊຸມ​ດັ່ງກ່າວ ຊຶ່ງເອີ້ນວ່າກອງ​ປະຊຸມ​ແກ້​ໄຂ​ບັນຫາ
ການ​ເມືອງ​ໃນ​ລາວນັ້ນ ​ມີ​ຜູ້ຕາງໜ້າ​ຂະ​ບວນການ​ຝ່າຍ
ຄ້ານ​ຂອງ​ລາວຈາກ​ອອສ​ເຕຣ​ເລຍ-ນິວຊີ​ແລນ ຝຣັ່ງ​ເສດ
ເຢຍຣະມັນ ກາ​ນາ​ດາ ສະຫະລັດ​ ຈາກເອ​ເຊຍ ໂດຍ​ສະ
ເພາະ​ປະ​ເທດ 2 ​ແລະ​ຜູ້ຕາງໜ້າຂອງປະຊາຊົນຊາວລາວ​ໃນ​ປະ​ເທດ ພິ​ເສດ​ກໍ​ແມ່ນ ຂະ​
ບວນຕາງໜ້າ​ຂະ​ບວນນັກ​ສຶກສາ 26 ຕຸລາແລະຂະບວນນັກສຶກສາ 2 ພະຈິກ. ນອກ​ນັ້ນ
ກໍ​ຍັງ​ມີ​ຜູ້ຕາງໜ້າຊາວ​ລາວ​ເຜົ່າ​ມົ້ງ ແລະ​ພີ່ນ້ອງ​ລາວ​ທີ່​ເປັນຫ່ວງ​ເປັນ​ໄຍນຳ​ຊະ​ຕາ​ກຳ​ຂອງ​
ຊາດ​ລາວ ຈາກ​ສະຫະລັດ​ອະເມຣິກາ ເຂົ້າຮ່ວມ​ປະຊຸມ​ຫຼາຍໆ​ທ່ານ. ດຣ ບຸນທອນ ກ່າວ​
ເຖິງ​ຈຸດປະສົງ​ຂອງ​ກອງ​ປະຊຸມວ່າ:

// ສຽງ //

ດຣ ບຸນ​ທອນ​ເວົ້າວ່າ ກອງ​ປະຊຸມໃນ​ວັນ​ທີ 1 ຕຸລານັ້ນ​ເປັນ​ກອງ​ປະຊຸມ​ພາຍ​ໃນ​ຂອງ ພປລ
ຊຶ່ງໄດ້​ມີ​ການ​ສະຫລຸບ ກ່ຽວ​ກັບ​ຜົນງານ​ການ​ເຄື່ອນ​ໄຫວ​ໃນ​ໄລຍະ​ນຶ່ງ​ປີກ​ວ່າ​ຜ່ານ​ມາ ນັບ​ແຕ່​
ໄດ້​ມີ​ການຈັດຕັ້ງ​ ເປັນພັນທະ​ມິດ​ເພື່ອປະຊາທິປະ​ໄຕ​ໃນ​ລາວ ​ໃ​ນ​ເດືອນ​ພຶດສະ ພາ​ປີ​ກາຍ​ນີ້.
ດຣ ບຸນ​ທອນ​ກ່າວ​ຊີ້​ແຈງ​ເພີ້ມຕື່ມວ່າ:

// ສຽງ //

ກອງ​ປະຊຸມ​ໃນ​ມື້​ທີ 2 ຄື​ໃນ​ວັນ​ທີ 2 ຕຸລາ​ນັ້ນ ດຣ ບຸນ​ທອນ​ເວົ້າວ່າ​ ແມ່ນ​ເປັນ​ກອງ​ປະຊຸມ​
ເປີດ​ກວ້າງຮ່ວມ​ກັບອົງການ​ຈັດຕັ້ງອື່ນໆ​ຂອງ​ລາວ​ຝ່າຍ​ຄ້ານ​ຈາກ​ທົ່ວ​ໂລກຊຶ່ງຫຼັງຈາກ​ຄະນະ​
ນຳພາ ຂອງ ພປລ ຈາກ​ແຕ່ລະ​ທະ​ວີ​ບ​ໄດ້​ຂຶ້ນກ່າວ​ສະຫຼຸບຜົນງານ​ການ​ເຄື່ອນ​ໄຫວ​ໂດຍ​ຫຍໍ້​
ໃຫ້​ກອງປະຊຸມ​ຊາບ​ແລ້ວ ບັນດາ​ຜູ້ຕາງໜ້າ​ອົງການ​ຈັດຕັ້ງຕ່າງໆກໍ​ໄດ້​ຜັດປ່ຽນ​ກັນ​ຂຶ້ນກ່າວ​
ຄຳເຫັນ ຕີ​ລາຄາ​ສະພາບ​ການ​ໃນ​ລາວ​ປັດຈຸບັນ​ ແລະ ​ສະ​ເໜີ​ແຜນ​ການ​ແກ້​ໄຂ​ບັນຫາ​ການ
ເມືອງໃນລາວ. ທີ່​ປະຊຸມ​ໄດ້​ມີ​ຄວາມ​ເຫັນ​ເປັນ​ເອກ​ກະພາບ​ ໃນການ​ນຳໃຊ້​ນະ​ໂຍບາຍ​ສັນຕິ
ວິທີທີ່​ສະ​ເໜີ​ໂດຍ​ ພປລ ​ເພື່ອ​ໃຫ້​ມີ​ການ​ປ່ຽນ​ແປງ​ໄປ​ສູ່​ການ​ປົກຄອງແບບ​ປະຊາທິປະ​ໄຕໃນ
ລາວ. ດຣ ບຸນ​ທອນ​ກ່າວ​ກ່ຽວ​ກັບ​ເລື່ອງ​ນີ້ວ່າ:

// ສຽງ //

ດຣ ບຸນ​ທອນ​ເວົ້າວ່າ ພິ​ເສດ​ສຸດ​ ກໍ​ແມ່ນ​ການ​ອອກ​ຄວາ​ມ​ເຫັນ​ຂອງ​ຜູ້ຕາງໜ້າ​ຂະ​ບວນນັກ
ສຶກສາ 26 ຕຸລາທີ່​ໄດ້​ກ່າວ​ເຖິງ​ການ​ຈັບ​ກຸມ​ຂະ​ບວນປະ​ທ້ວງ​ໃນລາວ​ຜ່ານ​ມາຊຶ່ງ​ເທົ່າ​ເຖິງ​ປັດ
ຈຸບັນ​ຜູ້ນຳ​ພາ​ການ​ປະ​ທ້ວງ​ຍັງ​ຖືກຄຸມ​ຂັງ​ແລະ​ຖືກ​ທໍລ​ະມານ 4 ຄົນ ​ແລະ​ຜູ້​ນຶ່ງ​ໄດ້ເສຍ​ຊີວິດ
ໄປ​ແລ້ວ​ ຍ້ອນ​ການ​ຖືກ​ທໍລະ​ມານ ​ແລະຂອງ​ຄະນະນັກສຶກສາ ທີ່​ໄດ້ກະກຽມ ຈະ​ທໍາການ​
ປະ​ທ້ວງ​ໃນວັນ​ທີ 2 ພະຈິກ​ປີ 2009 ​ແຕ່​ໄດ້​ຖືກ​ຈັບ​ກຸມ​ກ່ອນແລະຍັງ​ຖືກ​ຄຸມ​ຂັງ​ຢູ່​ລາວ​ໃນ
ເວລາ​ນີ້. ດຣ ບຸນ​ທອນກ່າວກ່ຽວ​ກັບ​ຂະ​ບວນນັກ​ສຶກສາ​ປະ​ທ້ວງວັນ​ທີ 2 ພະຈິກທີ່​ຖືກຈັບ ​
ວ່າ:

// ສຽງ //

ດຣ ບຸນ​ທອນ​ກ່າວ​ວ່າ ນອກ​ນັ້ນແລ້ວ ກໍ​ຍັງ​ມີ​ການ​ອອກ​ຄວາມ​ເຫັນ​ຂອງຫຼາຍໆ​ທ່ານ​ທີ່​ຕາງ
ໜ້າ​ອົງການ​ຈັດຕັ້ງການ​ເມືອງ​ຕ່າງໆ​ຂອງ​ລາວ ຄວາມ​ເຫັນ​ຂອງ​ຜູ້ຕາງໜ້າ​ພີ່ນ້ອງ​ລາວ​ເຜົ່າ​ມົ້ງ
ຕະຫຼອດທັງຄວາມ​ເຫັນ​ຂອງ​ຊາວ​ສາກົນ​ທີ່​ມີ​ຄວາມ​ເມດ​ຕາ​ຢາກ​ໃຫ້​ລາວ​ມີ​ເອກ​ກະລາດການ
ປົກຄອງ​ແບບ​ປະຊາທິປະ​ໄຕອັນແທ້​ຈິງ.

ດຣ ບຸນ​ເວົ້າວ່າ ​ໃນ​ຕອນ​ທ້າຍນັ້ນ ທີ່​ປະຊຸມໄດ້ມີຄວາມ​ເປັນ​ເອກ​ກະພາບ​ກັນ ຮັບຜ່ານ​ມະຕິ
2 ສະບັບ ຮວມທັງມະຕິຄັດຄ້ານຕໍ່ການສ້າງຮູບປັ້ນຂອງໂຮ່ຈິມິນຢູ່ລາວ. ດຣ ບຸນ ທອນໃຫ້
ການຊີ້ແຈ້ງເພີ້ມຕື່ມ ກ່ຽວກັບມະຕິທັງສອງດັ່ງນີ້:

// ສຽງ //

ການ​ຕໍ່ສູ້ຂອງກຸ່ມພັນທະມິດ​ເພື່ອປະຊາທິປະ​ໄຕໃນ​ລາວ​ ໄດ້​ເລີ້ມຕົ້ນຂຶ້ນ ​ໃນຢູ​ໂຣບຕາ​ເວັນ
ອອກໂດຍ​ສະ​ເພາະ​ແລ້ວ​ ແມ່ນ​ໄດ້​ເລີ້ມມາ​ຈາກ​ການ​ປະ​ທ້ວງ​ຂອງ​ພວກ​ນັກສຶກສາລາ​ວທີ່ປະ
ເທດ​ໂປແລນ​ແລະ​ເຊັກ​ໂກສະ​ໂລ​ວາເກ​ຍໃນ​ເວລາ​ນັ້ນຊຶ່ງ ດຣ ບຸນ​ທອນ​ເວົ້າວ່າ ຢູ່​ເຊັກ​ໂກ
ສະໂລ​ວາ​ເກ​ຍ​ ແມ່ນ​ເລີ້ມມາ​ຈາກການ​ຮຽນ​ມະຕິ 8 ​ໃນ​ທ້າຍ​ຊຸມ​ປີ 1980 ທີ່​ທາງ​ການ​ລາວ
ປະ​ກາດ​ວ່າໃຫ້ທຸກ​ຄົນ​ມີ​ສິດ​ສະ​ເໜີອອກ​ຄວາມ​ຄິດ​ຄວາມ​ເຫັນວ່າຜ່ານ​ມານີ້ການ​ປົກ​ຄອງ
ຂອງ​ພັກ​ແລະ​ລັດມີ​ຂໍ້​ໃດ​ຜິດພາດ​ອັນ​ໃດ ບໍ່​ຖືກຕ້ອງອັນ​ໃດ​ຄວນ​ແກ້​ໄຂໃຫ້​ທຸກ​ຄົນ​ມີ​ສິດມີ​
ໂອກາດເວົ້າ ​ແລະ​ເວລາ​ໄປ​ຮຽນ​ການ​ເມືອງ​ ພວກ​ນັກ​ສຶກສາກໍ​ໄດ້​ພາກັນອອກ​ຄວາມ​ຄິດ
ຄວາມ​ເຫັນຢ່າງ​ເປີດ​ເຜີຍວ່າຢາກໃຫ້​ມີ​ການ​ປ່ຽນ​ແປງ ແລະ​ໃສ່​ໂທດ​ເຈົ້າໜ້າ​ທີ່​ລາວທີ່​ສໍ້​ໂກງ
ເງິນ​ລັດຖະບານ​ແລະ​ເງິນ​ຊ່ອຍ​ເຫຼືອ ​ແຕ່​ຄວາມ​ເຫັນເຫຼົ່ານີ້ ໄດ້​ມີຜົນ​ໃນ​ທາງ​ກົງກັນຂ້າມ.

// ສຽງ //

ຫຼັງຈາກ​ການ​ປະ​ທ້ວງ​ໃນ​ປີ 1990 ​ແລ້ວ ພວກ​ນັກ​ສຶກສາລາ​ວ ຢູ່​ຢູ​ໂກສະ​ລາ​ເວ​ຍຈຳ​ນວນ
ນຶ່ງ​ຕ້ອງ​ໄດ້​ຂໍ​ລີ້​ໄພ​ທີ່​ປະ​ເທດ​ເຢຍຣະມັນ. ດຣ ບຸນ​ທອນ​ເວົ້າວ່າ ການ​ຕໍ່ສູ້ເພື່ອ​ໃຫ້​ມີ​ປະຊາ
ທິປະ​ໄຕຢູ່​ລາວ​ໄດ້​ດຳ​ເນີນ​ຕະຫຼອດມາ ຈົນ​ໃນ​ທີ່​ສຸດ​ໄດ້​ມີ​ການ​ກໍ່ຕັ້ງພັນທະ​ມິ​ດ​ເພື່ອ​ປະຊາທິ
ປະ​ໄຕ​ໃນ​ລາວ ທີ່​ນະ​ຄອນ​ Brussels ປະ​ເທດ​ແບ​ລຢ້ຽມ​ໃນ​ເດືອນ​ພຶດສະພາ​ປີ​ກາຍ​ນີ້.

ກ່ຽວຂ້ອງກັນ

XS
SM
MD
LG