ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໖ ເມສາ ໒໐໒໔

ພປລ ເຂົ້າຮ່ວມກອງປະຊຸມ ສປຊ ວ່າດ້ວຍການລົບລ້າງ ການຈຳແນກເຊື້ອຊາດ ຢູ່ລາວ


ທ່ານນາງ ດຣ. ບູນທອນ ຈັນທະລາວົງ-ວີເຊີ ປະທານ ອົງການ ພັນທະ ມິດ ເພື່ອປະຊາທິປະໄຕຢູ່ໃນລາວ
ທ່ານນາງ ດຣ. ບູນທອນ ຈັນທະລາວົງ-ວີເຊີ ປະທານ ອົງການ ພັນທະ ມິດ ເພື່ອປະຊາທິປະໄຕຢູ່ໃນລາວ

ລາຍການຊີວິດຊາວລາວໃນຕ່າງແດນຂອງວີໂອເອ ແລງມື້ນີ້ ຈະນໍາບົດສໍາພາດກັບທ່ານ ນາງ ດຣ. ບູນທອນ ຈັນທະລາວົງ ວີເຊີ ປະທານອົງການພັນທະມິດເພື່ອປະຊາທິປະໄຕ ໃນລາວ ທີ່ເມືອງ Hagen ປະເທດເຢຍລະມັນ ກ່ຽວກັບຈຸດປະສົງໃນການຈັດຕັ້ງ ແລະ ບົດບາດ ການເຄື່ອນໄຫວຂອງອົງການຂອງທ່ານນາງ ຊຶ່ງຫລ້າສຸດນີ້ ທ່ານນາງພ້ອມດ້ວຍ ຄະນະໄດ້ ເຂົ້າຮ່ວມກອງປະຊຸມວ່າດ້ວຍການຈໍາແນກເຊື້ອຊາດ ຂອງອົງການສະຫະປະຊາຊາດ ທີ່ ນະຄອນເຈນີວາ ປະເທດສະວິດເຊີແລນດ໌ ໃນເດືອນແລ້ວນີ້. ຊຶ່ງກິ່ງສະຫວັນ ມີລາຍລະອຽດ ມາສະເໜີທ່ານ.

ອົງການ “​ພັນທະ​ມິດ​ເພື່ອ​ປະຊາທິປະ​ໄຕ​ໃນ​ລາວ” ຫລື “Alliance for Democracy
in Laos” ມີ​ຊື່​ຫຍໍ້​ວ່າ ພປລ​ ແມ່ນກຸ່ມຈັດ​ຕັ້ງຂອງ ປະຊາ​ຄົ​ມລາວຢູ່ນອກ​ປະ​ເທດທີ່​ຕັ້ງ​
ຂື້ນ​ມາ​ໃນ​ເດືອນ​ພຶດສ​ະພາ ​2009 ທີ່​ກຸງບຣັສ​ເຊິ​ລສ໌ ປະ​ເທດ​ແບລຢ້ຽມ ​ແລະມີ​ຮອງ
ປະທານເປັນ​ຜູ້ຕາງໜ້າຢູ່ເຈັດ​ປະ​ເທດ ກໍ​ຄື ​ເຢຍລະ​ມັນ ​ແບລ​ຢ້ຽມ ຝຣັ່ງ ອັງກິດ
ອອສ​ເຕຣ​ເລ​ຍ ອາ​ເມຣິກາ ​ແລະລາວ.

ຄະນະເຈົ້າໜ້າທີ່ ນພລ ທີ່ໄປຮ່ວມກອງປະຊຸມ ກ່ຽວກັບການຈໍາແນກເຊື້ອຊາດຢູ່ລາວ ຂອງສະພາ ສິດທິມະນຸດ ຂອງອົງການສະຫະປະຊາຊາດ ທີ່ນະຄອນເຈນີວາ ເມື່ອເດືອນກຸມພາ 2012.
ຄະນະເຈົ້າໜ້າທີ່ ນພລ ທີ່ໄປຮ່ວມກອງປະຊຸມ ກ່ຽວກັບການຈໍາແນກເຊື້ອຊາດຢູ່ລາວ ຂອງສະພາ ສິດທິມະນຸດ ຂອງອົງການສະຫະປະຊາຊາດ ທີ່ນະຄອນເຈນີວາ ເມື່ອເດືອນກຸມພາ 2012.

ອົງການ ພັນທະ​ມິດເພື່ອ​ປະຊາທິປະໄຕ
ໃນລາວ ​ແມ່ນ​ການຈັດ​ຕັ້ງຂອງເອກ​ະ​ຊົນ
ທີ່​ບໍ່ຂື້ນ​ກັບ​ລັດຖະບານໃດໆ ​ຖືກ​ຕ້ອງ
ຕາ​ມກົດ​ໝາຍ​ສາກົນ ​ແລະໄດ້​ຮັບ​ທືນມາ​
ຈາກ​ບັນດາ​ສະມາຊິກສະມາຄົ​ມຕ່າງໆ
ແລະ​ອົງການສາກົນ​ຕ່າງໆ. ​ປັດ​ຈຸ​ບັນ​ນີ້
ອົງການ ພປລ ມີ​ຫ້ອງການຕັ້ງ​ຢູ່​ເມືອງ
Hegen ປະ​ເທດ​ເຢຍລະ​ມັນ. ​ເປົ້າໝາຍ
ຫລັກ​ກໍ​ຄື​ ປະສານ​ງານ ຊຸກ​ຍູ້ການ​ເຄື່ອນ
ໄຫວດ້ານ​ການເມືອງ​ຢູ່​ທົ່ວ​ໂລກ ເປັນ
ປາກ​ກະບອກ​ສຽງ​ໃຫ້​ແກ່​ປະຊາ​ຄົມ​ລາວ
ທັງຢູ່​ໃນ​ແລະ​ນອກ​ປະ​ເທດ​ແບບ​ສັນຕິ​ວິ​
ຊຸກ​ຍູ້​ດ້ານ​ສິດທິ​ມະນຸດ​ ເຄື່ອນ​ໄຫວ​ໃຫ້
ມີ​ການປ່ຽນ​ແປງນະ​ໂຍບາຍການ​ປົກ​ຄອງ
ໃຫ້​ມີສິດເສລີ ແລະປະຊາທິປະ​ໄຕຢູ່​ໃນ​
ລາວ. ນອກຈາກ​ນັ້ນ​ ກໍ​ຍັງຕິດຕາ​ມ​ເບິ່ງ
ນໍາສະພາບການ​ເປັນ​ຢູ່​ຂອງ​ປະຊາກອນ​
ລາວ​ ຕໍ່​ຕ້ານການ​ຄ້າ​ມະນຸດ ການ​ສໍ້​ລາດ
ບັງຫລວງ ​ແລະອີກຫລາຍໆ​ດ້ານໃນ​ການ​ດໍາລົງຊີວິດຂອງ​ປະຊາກອນ​ລາວ ເພື່ອ​ຄວາມ
ສະຫງົບ​ ແລະຄວາມ​ຢູ່​ເຢັນ​ເປັນ​ສຸກ.

ທ່ານນາງ ດຣ. ບຸນທອນ ຈັນທະ​ລາ​ວົງ-ວີ​ເຊີ ທີ່ກອງປະຊຸມຂອງສະພາສິດທິມະນຸດ ທີ່ເຈນີວາ, ເດືອນກຸມພາ 2012.
ທ່ານນາງ ດຣ. ບຸນທອນ ຈັນທະ​ລາ​ວົງ-ວີ​ເຊີ ທີ່ກອງປະຊຸມຂອງສະພາສິດທິມະນຸດ ທີ່ເຈນີວາ, ເດືອນກຸມພາ 2012.

ທ່ານນາງ ດຣ. ບຸນທອນ ຈັນທະ​ລາ​ວົງ-
ວີ​ເຊີ ​ປະ​ທານອົງການ ພປລ ເປັນອະດີດ
ນັກ​ສຶກສາລາ​ວ ທີ່ປະ​ເທດ​ເຊັກ​ໂກສະ​ໂລ​
ວາ​ກີ ຫລື​ສາທາລະນະ​ລັດ​ເຊັກໃນ​ເວລາ​ນີ້.
ໃນປີ 1990 ນັກ​ສຶກສາລາ​ວ​ຈໍາ​ນວນ 120
ຄົນໄດ້​ພາກັນທໍາ​ການປະ​ທ້ວງ​ ຢູ່​ຕໍ່ໜ້າ​ສະ
ຖານທູດລາວ ທີ່​ກຸ​ງພຣາກ ເພື່ອ​ສະ​ແດງ
ຄວາມ​ບໍ່ພໍ​ໃຈ​ກັບ​ລະບອບການ​ປົກຄອງ
ຂອງລັດຖະບານ ສປປ ລາວ. ຫລັງຈາກ
ນັ້ນນັກ​ສຶກສາລາວເຫລົ່າ​ນີ້ ໄດ້ພາກັນ​ຂໍ​ລີ້
ໄພ​ຢູ່​ປະ​ເທດເຢຍລະ​ມັນຕາ​ເວັນ​ອອກ
ສວິສ​ເຊີ​ແລນດ໌ ກາ​ນາ​ດາ ​ຝຣັ່ງ ​ແລະ​ຈໍາ
ນວນ​ນ້ອຍໆ ​ໄດ້​ກັບ​ຄືນ​ເ​ມື​ອງລາວ​.

ທ່ານ​ນາງ ດຣ. ບຸນທອນ ທີ່ໄດ້​ຮັບປະລິນຍາ​ຝ່າຍການ​ແພດ​ທົ່ວໄປ ໄດ້​ກາຍ​ມາເປັນ​ນັກ
ເຄື່ອນ​ໄຫ​ວທາງ​ການ​ເມືອງ. ທ່ານນາງໄດ້​ໃຫ້ສໍາພາດ​ກັບວີ​ໂອ​ເອ ກ່ຽວ​ກັບ​ບົດບາດຜົນ
ງານທີ່ທ່ານນາງ​ພ້ອມ​ດ້ວຍ​ຄະນະ​ໄດ້ເຂົ້າ​ຮ່ວມກອງປະ​ຊຸມ ກ່ຽວ​ກັບການຈໍາ​ແນກ​ເຊື້ອ​ຊາດ
ຢູ່​ໃນ​ລາວ ຂອງ​ອົງການສະຫະ​ປະຊາ​ຊາດ ທີ່​ນະຄອນ​ເຈນີວາ ເມື່ອເດືອນ​ກຸມພາ​ທີ່​ຜ່ານ​ມາ
ນີ້ ຊຶ່ງນັບ​ວ່າ​ເປັນ​ຄັ້ງທໍາ​ອິດ​ທີ່​ການ​ຈັດ​ຕັ້ງ​ຂອງປະຊາ​ຄົມ​ລາວ ຢູ່ນອກ​ປະ​ເທດ ​ໄດ້​ຖືກ​ເຊີນ
ເຂົ້າ​ຮ່ວມປະ​ຊຸມ ​ເພື່ອ​ລາຍງານ​ໃຫ້​ອົງ​ການ​ສະຫະ​ປະຊາ​ຊາດ​ໄດ້​ຊາບ ​ຊຶ່ງ​ທ່ານ​ນາງ
ດຣ​. ບຸນທ​ອນ ເຫ​ລົ່າສູ່​ຟັງ​ດັ່ງ​ນີ້:

ນອກຈາກ​ໄດ້​ນໍາ​ສະ​ເໜີ​ຄໍາ​ຮ້ອງ​ຮຽນ​ກ່ຽວ​ກັບ​ເລື່ອງ​ການ​ຈໍາ​ແນ​ກ​ເຊື້ອ​ຊາດ​ເຜົ່າ​ພັນ​ແລະ
ບັນຫາ​ອື່ນໆ​ທີ່​ພົວພັນ​ກັບ​ຊົນ​ເຜົ່າ​ນ້ອຍ ຢູ່​ໃນ​ລາວ​ນັ້ນ​ແລ້ວ ທ່ານ​ນາງ ດຣ. ບຸນ​ທອນ
ຍັງ​ໄດ້​ສະເໜີ​ວິທີ​ການ​ແກ້​ໄຂ​ບັນຫາ​ເຫລົ່າ​ນັ້ນ ຕໍ່​ຄະນະ​ກໍາມະການລົບ​ລ້າງການ​ຈໍາ​ແນ​ກ
ເຊື້ອ​ຊາດ ຂອງ​ຫ້ອງການ​ຂ້າ​ຫລວງ​ໃຫຍ່​ຝ່າຍ​ອົບ​ພະ​ຍົບຂອງອົງການສະຫະ​ປະຊາ​ຊາດ
ນໍາ​ດ້ວຍ ຊຶ່ງ​ທ່າ​ນນາງ​ອະທິບາຍ​ວ່າ:

ຄະນະຜູ້ແທນລາວ ທີ່ເຂົ້າຮ່ວມກອງປະຊຸມຈໍາແນກເຊື້ອຊາດຢູ່ລາວ ຂອງສະພາສິດທິມະນຸດຂອງສະຫະປະຊາຊາດ ທີ່ເຈນີວາ ເດືອນກຸມພາ 2012.
ຄະນະຜູ້ແທນລາວ ທີ່ເຂົ້າຮ່ວມກອງປະຊຸມຈໍາແນກເຊື້ອຊາດຢູ່ລາວ ຂອງສະພາສິດທິມະນຸດຂອງສະຫະປະຊາຊາດ ທີ່ເຈນີວາ ເດືອນກຸມພາ 2012.

ພ້ອມ​ດຽວ​ກັນ​ນີ້ ດຣ. ບຸນ​ທອນ
ຍັງໄດ້​ຍອມຮັບ​ວ່າ ກຸ່ມ​ຜູ້ຕາງໜ້າ
ຂອງ ອົງການພັນທະ​ມິດເພື່ອ​ປະ
ຊາທິປະ​ໄຕ​ຢູ່​ໃນ​ລາວ ຂອງ​ທ່ານ​
ນາງ ຢູ່​ໃນ ສປປລາວ ນັ້ນກໍ​ກໍາ
ລັງ​ພະຍາຍາມ​ຫາ​ທາງ​ຊຸກຍູ້​ໃຫ້ມີ​
ການບັນລຸ​ເປົ້າ​ໝາຍ​ຫລັກ​ຂອງ​
ອົງການ ພປລ ກໍ​ຄື ​ໃຫ້​ມີ​ປະຊາ
ທິປະ​ໄຕ ​ເສລີພາບ ​ແລະ​ການ
ນັບຖື​ສິດທິ​ມະນຸດໃນ​ລາວ​ນັ້ນ ​
ໂດຍ​ການ​ຫາ​ທາງປຸກລະດົມ​ແບບ
ສັນ​ຕິ ເພື່ອໃຫ້​ມີ​ການປະຕິວັດ​
ດອກ​ຈໍາປາ ​ຂຶ້ນ​ມາ ໃນ​ທໍານອງ​
ດຽວ​ກັນການ ປະຕິ​ວັດ​ດອກ​ຊ້ອນ
ຫລື Jasmine Revolution ​ໃນ​ປະ​ເທດ​ຈີນ ການ​ປະຕິວັດລະດູບານ​ໄໝ່ ຫລື Arab
Spring ຂອງ​ຊາວ​ອາຣັບໃນ​ພາກ​ຕາ​ເວັນ​ອອກ​ກາງ​ນັ້ນ. ດຣ. ບຸນ​ທອນ ອະທິບາຍ
ໂດຍ​ສັງ​ເຂ​ບວ່າ:

ແລະ​ນັ້ນ​ກໍ​ຄື ທ່ານນາງ ດຣ. ບຸນທອນ ຈັນທະ​ລາ​ວົງ-ວີ​ເຊີ ​ປະ​ທານ ອົງການ ພັນທະ​ມິດ
ເພື່ອ​ປະຊາທິປະໄຕ​ຢູ່​ໃນ​ລາວ ທີ່​ໃຫ້​ສໍາ​ພາດ​ແກ່ ​ວີ​ໂອ​ເອ ກ່ຽວ​ກັບ​ການ​ເຄື່ອນ​ໄຫວ​ຕ່າງໆ
ຂອງອົງການ ພປລ. ທ່ານ​ທີ່​ສົນ​ໃຈ​ຢາກ​ຊາບ​ລາຍ​ລະອຽດ​ເພີ້​ມ​ເຕີມ​ກ່ຽວ​ກັບການ​ຈັດ​ຕັ້ງ
ຂອງ​ອົງການ ພປລ ນີ້ ທ່ານ​ສາມາ​ດ​ເຂົ້າໄປ​ເບິ່ງຢູ່​ໃນເວັບ​ໄຊ້ທ໌ ​ໄດ້​ທີ່ ​www.laoalliance.org.

XS
SM
MD
LG