ລິ້ງ ສຳຫລັບເຂົ້າຫາ

ວັນອາທິດ, ໒໔ ກັນຍາ ໒໐໒໓

ຊາວຣັດເຊຍ ທີ່ຖືກກ່າວຫາວ່າ ສອດແນມ ຈະຂໍຮ້ອງຕໍ່ສານ ໃນວັນສຸກມື້ນີ້


ຮູບແຕ້ມ ໃນວັນທີ 11 ກຸມພາ 2015 ທີ່ສະແດງໃຫ້ເຫັນວ່າ ຜູ້ຊ່ວຍທະນາຍຄວາມ ທ່ານນາງ Anna Skotko ກຳລັງ ກ່າວຕໍ່ສານ ໃນລະຫວ່າງທີ່ທ້າວ Evgeny Buryakov ຖືກນຳໂຕຂຶ້ນສານ.

​ເອກ​ກະສາ​ນ ຂອງສານ​ສະຫະລັດ ​ໄດ້​ບົ່ງ​ບອກ​ວ່າ ປະຊາຊົນ
ຣັດ​ເຊຍ​ຄົນ​ໜຶ່ງ ​ທີ່​ຖືກ​ກ່າວ​ຫາວ່າ​ ທຳ​ການ​ສືບ​ລັບນັ້ນ ຈະ​ລົງ
ທະບຽນຮັບ​ຮູ້​ ໃນ​ວັນ​ສຸກ​ມື້​ນີ້ ກ່ອນ​ໜ້າການ​ດຳ​ເນີນ​ຄະດີ ​ໃນ​
ເດືອນ​ໜ້ານີ້​.

ທ້າວ Evgeny Buryakov ​ໄດ້​ຖືກ​ກ່າວ​ຫາວ່າ ​ປອມໂຕ​ເປັນ
ພະນັກງານຂອງທະນາຄານຣັດ​ເຊຍໃນ​ນະຄອນ New York
​ເພື່ອຊອກ​ຫາ​ຂໍ້​ມູນໃຫ້​ແກ່ອົງການ ​ສືບ​ລັບ​ຕ່າງປະເທດຂອງ
ຣັດ​ເຊຍ ທີ່​ຮູ້​ກັນ​ວ່າ SVR.

​ເອກ​ກະສາ​ນຂອງບັນດາ​ໄອຍການສະ​ແດງ​ໃຫ້​ເຫັນ​ວ່າ ທ້າວ
Buryakov ອາດ ຈະ​ລົງທະບຽນ ​ຮັບ​ຮູ້​ການ​ກະທຳ​ຜິດ ຫລື​ບໍ່​ມີ​ຄວາມ​ຜິດ​ໃນ​ສັນ​ສຸກ​ມື້​ນີ້.
ລາວ​ຕຽມ ພ້ອມທີ່​ຈະປະ​ເຊີນໜ້າ​ການ​ດຳ​ເນີນ​ຄະດີ ຂອງ​ສານ​ລັດຖະບານ​ກາງ ໃນ​ເມືອງ
Manhattan ​ໃນ​ວັນ​ທີ 4 ​ເດືອນ​ເມສາ ຈະ​ມາ​ເຖິງ​ນີ້.

ກະຊວງ​ຍຸຕິ​ທຳ​ສະຫະລັດ ​ໄດ້​ປະກາດ​ວ່າ​ ທ້າວ Buryakov ຖືກ​ຈັບ​ໃນ​ເດືອນ​ມັງກອນ
ປີ 2015 ຫລັງ​ຈາກ​ລາວ​ໄດ້​ພົບ​ປະ​ແບບ​ລັບ​ຫລາຍ​ຄັ້ງ​ ກັບນັກ​ສືບ ສັນຕິ​ບານ​ກາງ FBI
ທີ່​ ທ້າວ Buryakov ​ເຊື່ອ​ວ່າ ​ເປັນ​ນັກວິ​ເຄາະ​ໃຫ້​ແກ່​ບໍລິສັດ​ພະລັງານ.

ທ້າວ Buryakov ຖື​ກກ່າວ​ຫາວ່າ ​ວາງ​ຕົວ​ເປັນນັກ​ສືບລັດຖະບານຣັດ​ເຊຍ​ໂດຍ ບໍ່​ໄດ້
​ຈົດທະບຽນ​. ບັນດາ​ໄອ​ຍະ​ການກ່າວ​ວ່າ ລາວ​ໄດ້​ວາງ​ແຜນ​ກັບ ຜູ້​ຊາຍຣັດ​ເຊຍ​ອີກ​ສອງ​
ຄົນ​ ເພື່ອ​ເກັບ​ກຳ​ຄວາມ​ລັບ​ກ່ຽວ​ກັບເສດຖະກິດ​ຂອງ ສະຫະລັດ ຮວມທັງ​ລາຍ​ລະອຽດ
​ກ່ຽກັບ ການ​ລົງ​ໂທດ​ສະຫະລັດ​ຕໍ່ຣັ​ດ​ເຊຍ. ລາວ​ຍັງ​ຖື​ກ ກ່າວ​ຫາ​ວ່າ ພະຍາຍາມ​ຂົນ
​ຂວາຍ​ເອົາ​ຊາວນິວຢອກ​ເປັນຜູ້​ຕິດ​ຕໍ່​ໃນ​ການ​ສືບ​ລັບ.

ນັກ​ສືບ​ສະຫະລັດໄດ້​ນຳ​ສົ່ງຂໍ້​ມູຸນ​ກ່ຽວກັບ​ພະລັງານ ໃຫ້​ແກ່ທ້າວ Buryakov ທີ່​ຍັງໄດ້ບັນ
ຈຸ​ເຄື່ອງ​ອັດ​ສຽງທີ່​ເຊື່ອງ​ໄວ້​ໃນ​ນັ້ນ​ໂດຍ​ອະ​ນຸຍາດ​ໃຫ້ອົງການ FBI ລັກ ​ຟັງ​ການ​ສົນທະນາ​
ລະຫວ່າງ ທ້າວ Buryakov ​ແລະບັນດາ​ຜູ້ກຳກັບຂອງລາວ ​ທີ່ອົງການ​ສືບ​ລັບຣັດ​ເຊຍ.

XS
SM
MD
LG